ຊາວເຄນຢາ ພາກັນໄວ້ທຸກໃຫ້ແກ່ພວກທີ່ຖືກສັງຫານໃນການ
ໂຈມຕີຂອງພວກຫົວຮຸນແຮງທີ່ສູນການຄ້ານະຄອນ Nairobi
ໃນຂະນະທີ່ເຈົ້າໜ້າທີ່ ທຳການສືບສວນ ຢູ່ທີ່ບ່ອນເກີດເຫດ
ແລະຍັງມີການດຳເນີນງານຢູ່ຕໍ່ມາ ເພື່ອກູ້ເອົາຊາກສົບທີ່ຍັງ
ຕົກຄ້າງຢູ່ຕາມຊາກຫັກພັງ ແລະຕຶກອາຄານທີ່ໄດ້ຮັບຄວາມ
ເສຍຫາຍນັ້ນ.
ຮຸນແຮງທີ່ນັບຖືສາສະໜາອີສ ລາມ ໄດ້ບຸກເຂົ້າໄປໃນຕຶກສູນ
ການຄ້າ ເມື່ອ 4 ມື້ກ່ອນ. ພວກມືປືນໄດ້ສັງຫານພົນລະເຮືອນ
ຢ່າງນ້ອຍ 61 ໃນຂະນະກອງກໍາລັງຮັກສາຄວາມປອດໄພ
ເຄັນຍາ 6 ຄົນ ແລະກຸ່ມຫົວຮຸນແຮງ 5 ຄົນ ເສຍຊີວິດ ໃນຂະນະ
ທີ່ກອງທະຫານບຸກເຂົ້າໄປ ເພື່ອຄວບຄຸມຕຶກສູນການຄ້າດັ່ງກ່າວ.
ປະທານາທິບໍດີເຄັນຍາ ທ່ານ Uhuru Kenyatta ໄດ້ກ່າວໃນ
ແລງວັນອັງຄານວານນີ້ວ່າ“ກຸ່ມຫົວຮຸນແຮງຈຸນີ້ ໄດ້ຮັບຄວາມ
ອັບອາຍຂາຍໜ້າແລະພ່າຍແພ້ໄປແລ້ວ” ຊຶ່ງທ່ານເອີ້ນພວກເຂົາ
ວ່າເປັນ “ພວກຂີ້ຂາດ ຕາຂາວ” ຊຶ່ງຈະຕ້ອງປະເຊີນກັບການ
ລົງໂທດພ້ອມກັບພວກທີ່ສົມຮູ້ຮ່ວມຄິດ.
ທ່ານ Kenyatta ກ່າວວ່າ: “ຫົວຂອງພວກເຮົານັ້ນແມ່ນເຕັມ ໄປດ້ວຍເລືອດ ແຕ່ຈະບໍ່
ຍອມກົ້ມຫົວໃຫ້. ພວກອາດຊະຍາກອນພວກນີ້ພົບວ່າ ພວກເຮົາບໍ່ມີຄວາມຢ້ານກົວ
ດັ່ງທີ່ພວກເຮົາເຄີຍເປັນມາ ພວກເຮົາບໍ່ຖືກຮຸກຮານໄດ້ດອກ.”
ທ່ານໄດ້ກ່າວວ່າ ພວກຕ້ອງສົງໄສ 11 ຄົນ ໄດ້ຖືກຄຸມຕົວໄວ້ແລ້ວ ແລະໄດ້ປະກາດໃຫ້ 3 ມື້
ເປັນວັນໄວ້ທຸກແລະລະລຶກເຖິງພວກທີ່ເສຍຊີວິດ ໃນເຫດຮ້າຍຄັ້ງນີ້.
ກະຊວງການຕ່າງປະເທດຂອງອັງກິດ ກ່າວໃນວັນພຸດມື້ນີ້ວ່າ ມີຊາວອັງກິດຄົນນຶ່ງໄດ້ຖືກ
ຈັບກຸມ ທີ່ນະຄອນ Nairobi ຫຼັງຈາກທີ່ໄດ້ມີການປະທະກັນນັ້ນ ແຕ່ກໍບໍ່ໄດ້ໃຫ້ລາຍລະອຽດ
ເພີ່ມຕື່ມແຕ່ຢ່າງໃດ ທີ່ອາດເຊື່ອມໂຍງເຖິງການໂຈມຕີໃນຄັ້ງນີ້.
ໂຈມຕີຂອງພວກຫົວຮຸນແຮງທີ່ສູນການຄ້ານະຄອນ Nairobi
ໃນຂະນະທີ່ເຈົ້າໜ້າທີ່ ທຳການສືບສວນ ຢູ່ທີ່ບ່ອນເກີດເຫດ
ແລະຍັງມີການດຳເນີນງານຢູ່ຕໍ່ມາ ເພື່ອກູ້ເອົາຊາກສົບທີ່ຍັງ
ຕົກຄ້າງຢູ່ຕາມຊາກຫັກພັງ ແລະຕຶກອາຄານທີ່ໄດ້ຮັບຄວາມ
ເສຍຫາຍນັ້ນ.
ປະທານາທິບໍດີ Uhuru Kenyatta ກ່າວຕໍ່ຝູງຊົນ
ຄວັນສີຂາວໄດ້ພຸ່ງຂຶ້ນສູ່ທ້ອງຟ້າ ໃນວັນພຸດມື້ນີ້ ບ່ອນທີ່ກຸ່ມຫົວຮຸນແຮງທີ່ນັບຖືສາສະໜາອີສ ລາມ ໄດ້ບຸກເຂົ້າໄປໃນຕຶກສູນ
ການຄ້າ ເມື່ອ 4 ມື້ກ່ອນ. ພວກມືປືນໄດ້ສັງຫານພົນລະເຮືອນ
ຢ່າງນ້ອຍ 61 ໃນຂະນະກອງກໍາລັງຮັກສາຄວາມປອດໄພ
ເຄັນຍາ 6 ຄົນ ແລະກຸ່ມຫົວຮຸນແຮງ 5 ຄົນ ເສຍຊີວິດ ໃນຂະນະ
ທີ່ກອງທະຫານບຸກເຂົ້າໄປ ເພື່ອຄວບຄຸມຕຶກສູນການຄ້າດັ່ງກ່າວ.
ປະທານາທິບໍດີເຄັນຍາ ທ່ານ Uhuru Kenyatta ໄດ້ກ່າວໃນ
ແລງວັນອັງຄານວານນີ້ວ່າ“ກຸ່ມຫົວຮຸນແຮງຈຸນີ້ ໄດ້ຮັບຄວາມ
ອັບອາຍຂາຍໜ້າແລະພ່າຍແພ້ໄປແລ້ວ” ຊຶ່ງທ່ານເອີ້ນພວກເຂົາ
ວ່າເປັນ “ພວກຂີ້ຂາດ ຕາຂາວ” ຊຶ່ງຈະຕ້ອງປະເຊີນກັບການ
ລົງໂທດພ້ອມກັບພວກທີ່ສົມຮູ້ຮ່ວມຄິດ.
Islamist Militants Attack Nairobi Mall
ທ່ານ Kenyatta ກ່າວວ່າ: “ຫົວຂອງພວກເຮົານັ້ນແມ່ນເຕັມ ໄປດ້ວຍເລືອດ ແຕ່ຈະບໍ່
ຍອມກົ້ມຫົວໃຫ້. ພວກອາດຊະຍາກອນພວກນີ້ພົບວ່າ ພວກເຮົາບໍ່ມີຄວາມຢ້ານກົວ
ດັ່ງທີ່ພວກເຮົາເຄີຍເປັນມາ ພວກເຮົາບໍ່ຖືກຮຸກຮານໄດ້ດອກ.”
ທ່ານໄດ້ກ່າວວ່າ ພວກຕ້ອງສົງໄສ 11 ຄົນ ໄດ້ຖືກຄຸມຕົວໄວ້ແລ້ວ ແລະໄດ້ປະກາດໃຫ້ 3 ມື້
ເປັນວັນໄວ້ທຸກແລະລະລຶກເຖິງພວກທີ່ເສຍຊີວິດ ໃນເຫດຮ້າຍຄັ້ງນີ້.
ກະຊວງການຕ່າງປະເທດຂອງອັງກິດ ກ່າວໃນວັນພຸດມື້ນີ້ວ່າ ມີຊາວອັງກິດຄົນນຶ່ງໄດ້ຖືກ
ຈັບກຸມ ທີ່ນະຄອນ Nairobi ຫຼັງຈາກທີ່ໄດ້ມີການປະທະກັນນັ້ນ ແຕ່ກໍບໍ່ໄດ້ໃຫ້ລາຍລະອຽດ
ເພີ່ມຕື່ມແຕ່ຢ່າງໃດ ທີ່ອາດເຊື່ອມໂຍງເຖິງການໂຈມຕີໃນຄັ້ງນີ້.
Your browser doesn’t support HTML5
Kenyan Mall Shooting Saga Finally Over