ສານນາໆຊາດ ປະຕິເສດ ບໍ່ຍອມຍຸຕິ ການດຳເນີນຄະດີ ຕໍ່ ປ.ເຄນຢາ

ປະທານາທິບໍດີ Uhuru Kenyatta ແຫ່ງເຄນຢາ ຍົກມືຂຶ້ນ ຂະນະທີ່ໄປຮ່ວມວັນວີລະຊົນ ທີ່ສະໜາມກິລາແຫ່ງຊາດ Nyayo ໃນນະຄອນຫຼວງໄນໂຣບີ (20 ຕຸລາ 2013)

ສານອາຍານາໆຊາດຫລື ICC ໄດ້ປະຕິເສດຕໍ່ການພະຍາຍາມ
ຂອງປະທານາທິບໍດີເຄນຢາທ່ານ Uhuru Kenyatta ທີ່ຢາກໃຫ້ ຍຸຕິການດຳເນີນຄະດີຕໍ່ທ່ານຊຶ່ງຈະມີຂຶ້ນໃນໄວໆນີ້ໃນຂໍ້ຫາກໍ່ອາ ຊະຍາກຳຕ້ານມະນຸດຊາດ.

ພວກທະນາຍຄວາມຂອງທ່ານ Kenyatta ໄດ້ຮຽກຮ້ອງໃຫ້ສານ
ອາຍານາໆຊາດ ທີ່ມີສຳນັກງານຢູ່ນະຄອນ Hague ປະເທດເນ
ເທີແລນຍຸຕິການດຳເນີນຄະດີດັ່ງກ່າວນີ້ ໂດຍເວົ້າວ່າ ການຟ້ອງ
ຮ້ອງໄດ້ນຳສະເໜີຂໍ້ມູນ ທີ່ບໍ່ຖືກຕ້ອງຕໍ່ສານ.

ແຕ່ໃນຖະແຫລງຂ່າວສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນພະ
ຫັດວານນີ້ ສານອາຍານາໆຊາດກ່າວວ່າ ການກ່າວຫາ ຂອງຄະນະທະນາຍຄວາມທ່ານ Kenyatta ນັ້ນ ບໍ່ຈິງຈັງພຽງພໍທີ່ຈະຍຸຕິການດຳເນີນຄະດີ ຊຶ່ງກຳນົດຈະເລີ້ມຂຶ້ນໃນວັນທີ
5 ກຸມພາຈະມານີ້.

ນອກນັ້ນ ສານຍັງເວົ້າວ່າ ພວກທະນາຍຄວາມຂອງປະທານາທິບໍດີເຄນຢາ ອາດທ້າທາຍ ຕໍ່ຂໍ້ມູນໃດໆກໍຕາມ ທີ່ເຫັນວ່າບໍ່ຖືກຕ້ອງ ຂອງໄອຍະການໄດ້ໃນລະຫວ່າງການດຳເນີນຄະ ດີ.

ປະທານທິບໍດີ Kenyatta ແລະຜູ້ຮອງຂອງທ່ານ ຄືທ່ານ William Ruto ຕ່າງກໍຖືກກ່າວ ຫາວ່າ ເປັນຜູ້ບົງການຢູ່ເບື້ອງຫຼັງ ການກໍ່ຄວາມຮຸນແຮງ ລະຫວ່າງຊົນຊາດຊົນເຜົ່າ ຫລັງ ຈາກການເລືອກຕັ້ງປະທານາທິບໍດີເຄນຢາ ໃນປີ 2007. ມີຫຼາຍກວ່າ 1,100 ຄົນໄດ້ຖືກ ສັງຫານ. ການດຳເນີນຄະດີທ່ານ Ruto ພວມດຳເນີນຢູ່ໃນເວລານີ້.