ກຳມາທິການ ເລືອກຕັ້ງ ຂອງ ເຄັນຢາ ກ່າວວ່າ ຜົນການນັບຄະແນນ ຢູ່ໃນຂັ້ນສຸດທ້າຍ

ຜູ້ສະໜັບສະໜຸນ ຜູ້ນຳຝ່າຍຄ້ານ ທ່ານ Raila Odinga ຖືປ້າຍປະທ້ວງ ແລະຮ້ອງຄຳຂວັນ ທີ່ຄຸ້ມ Humura ໃນນະຄອນຫຼວງ ໄນໂຣບີ ປະເທດເຄັນຢາ. (10 ສິງຫາ 2017)

ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ​ຢູ່​ປະ​ເທດ​ເຄັນ​ຢາ ກຳລັງ​ລໍຖ້າ​ຟັງ​ການ​ປະກາດ​ວ່າ ຜູ້​ໃດເປັນ
​ຜູ້​ຊະນະ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ ທີ່​ມີ​ການ​ແຂ່ງຂັນ​ລະຫວ່າງ​ທ່ານ Uhuru
Kenyatta ​ທີ່​ສະໝັກ​ເອົາ​ຕຳ​ແໜ່​ງຕື່ມ​ອີກສູ້​ກັບ​ທ່ານ Raila Odinga ຜູ້ນຳ​ພັກ​ຝ່າຍ
​ຄ້ານ.​

​ໃນ​ວັນ​ພະຫັດ​ວານ​ນີ້ ​ເຈົ້າໜ້າ​ທີ່​ກຳລັງ​ລໍຖ້າ​ຮັບໃບ​ລາຍ​ງານປະມານ​ 170 ​ໃບ ຈາກ
​ເຂດ​ເລືອກ​ຕັ້ງ 290 ​ເຂດຂອງ​ປະ​ເທດ​ແລະ​ອີກປະມານ​ 1,000 ​ໃບຈາກ​ໜ່ວຍປ່ອນ​
ບັດ 40,883 ​ແຫ່ງຂອງ​ເຄັນຢາ.

ປະທານ​ຄະນະ​ກຳມາ​ທິການ​ເລືອກ​ຕັ້ງ​ ແລະ​ເຂດ​ຊາຍ​ແດນ ທີ່​ເປັນ​ອິດສະຫຼະ ຂອງ
​ເຄັນ​ຢາ ທ່ານ Wafula Chebukati ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ ພວກ​ເຮົາກຳລັງ
​ຢູ່​ໃນ​ຂັ້ນຕອນສຸດ​ທ້າຍ.

ທ່ານ Chebukati ກ່າວ​ວ່າ “ຜົນ​ການ​ນັບ​ຄະ​ແນນເລືອກ​ຕັ້ງປະທານາທິບໍດີ​ທັງ​ໝົດ
​ຈາກເຈົ້າໜ້າ​ທີ່​ທັງຫລາຍ ຈະ​ໄປ​ເຖິງ​ສູນ​ກາງ​ນັບບັດ​ຄະ​ແນນ​ສຽງພາຍ​ໃນ​ເວລາ​ 12
​ໂມງ ຕອນທ່ຽງ​ຂອງວັນ​ທີ 11 ສິງຫານີ້.”

ການ​ຄາດ​ຫວັງ​ກໍ​ຄື ຈະ​ມີ​ການ​ປະກາດ​ວ່າ ຜູ້​ໃດ​ເປັນ​ຜູ້​ຊະນະ ​ໃນ​ການ​ເລືອກ​ຕັ້ງປະ
ທານາທິບໍດີ​ບໍ່​ດົນ​ຫລັງ​ຈາກ​ນັ້ນ.

ການ​ນັບ​ຄະ​ແນນ​ສຽງ​ໃນ​ຂັ້ນຕົ້ນທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ຄະນະ​ກຳມາ​ທິການ​ເລືອກ​
ຕັ້ງ ມາ​ຮອດ​ເວລາ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ Kenyatta ມີ​ຄະ​ແນນນຳ​ໜ້າ ​ທ່ານ
Odinga ຢູ່ 9 ​ເປີ​ເຊັນ.

ແຕ່​ແນວ​ໃດ​ກໍ​ຕາມ ພວກ​ຝ່າຍ​ຄ້ານໄດ້​ປະຕິ​ເສດບໍ່ຮັບເອົາຜົນ​ການ​ນັບ​ຄະ​ແນນ​ສຽງ
​ດັ່ງ ກ່າວ​ວ່າ ມີ​ການ​ສໍ້​ໂກງ​ຄະ​ແນນ ​ໂດ​ຍ​ເວົ້າວ່າ ລະບົບ​ຄອມ​ພິວ​ເຕີ້ ຂອງ​ຄະນະ​ກຳ
ມາ​ທິການ ຖືກ​ໂຈມ​ຕີ​ເຈາະ​ຂໍ້​ມູນ. ​ໃນ​ວັນ​ພະຫັດ​ວານ​ນີ້ ຫົວໜ້າ​ຄະນະ​ກຳມາ​ທິການ
​ເລືອກ​ຕັ້ງ ​ໄດ້​ໃຫ້ການ​ຢືນຢັນ​ວ່າ ມີ​ການ​ພະຍາຍາມ​ແທ້ ​ທີ່​ຈະ​ເຈາະ​ຂໍ້​ມູນຫຼັງຈາກໄດ້
​ມີ​ການ​ປ່ອນ​ບັດ​ແລ້ວ ​ແຕ່​ການ​ພະຍາຍາມ​ດັ່ງກ່າວ ​ໄດ້​ປະສົບ​ກັບ​ຄວາມ​ລົ້ມແຫລວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ