ການດື່ມຂອງມຶນເມົາ ແລະ ມ່ວນຊື່ນກິນລ້ຽງຊຸມແຊວໃນງານພາຕີ້ໃນໂຮງຮຽນມັດທະ
ຍົມ ແມ່ນຍັງບໍ່ໄດ້ມີຫຍັງປ່ຽນແປງນັບຕັ້ງແຕ່ປີ 1982 ເປັນຕົ້ນມາ, ເຊິ່ງແມ່ນປີທີ່ທ່ານ
ແບຣັດ ຄາແວນໍ, ຜູ້ທີ່ຫາກໍຖືກແຕ່ງຕັ້ງເປັນຜູ້ພາກສາສານສູງສຸດຄົນໃໝ່ ໄດ້ຖືກກ່າວ
ຫາວ່າລວນລາມທາງເພດທ່ານນາງ ຄຣິສທີນ ບລາຊີ ຝອດ ໃນເວລາທີ່ພວກເພິ່ນທັງ
ສອງຍັງເປັນໄວລຸ້ນຢູ່.
Your browser doesn’t support HTML5
ທ່ານ ຄາແວນໍ, ຜູ້ທີ່ໄດ້ປະຕິເສດການກ່າວຫາລວນລາມທາງເພດນັ້ນ, ຕອນນີ້ແມ່ນ
ໄດ້ເປັນຜູ້ພິພາກສາສານສູງສຸດຄົນໃໝ່ແລ້ວ.
ແຕ່ການກ່າວຫາ ແມ່ນໄດ້ກາຍເປັນຄຳຖາມຂຶ້ນມາຕ່າງໆນາໆ ກ່ຽວກັບການແຜ່ຫຼາຍ,
ຫຼັກສິນທຳ ແລະ ຄວາມຖືກຕ້ອງຕາມກົດໝາຍຂອງການປະພຶດທີ່ມີຄວາມສ່ຽງຂອງ
ພວກຄົນໄວໜຸ່ມ. ຄວາມສະໜຸກສະໜານ ໃນການດື່ມເຫຼົ້າແລະ ການລວນລາມທາງ
ເພດໃນບັນດານັກຮຽນມັດທະຍົມ ໄດ້ປ່ຽນແປງຫຼາຍບໍ ໃນຊຸມປີທີ່ຜ່ານມາ?
ນາງ ອາເລຢາ ແມັກອິນທອສ (Alayah McIntosh) ຜູ້ທີ່ໄດ້ຮຽນຈົບໃນເດືອນພຶດສະ
ພາ 2018 ຈາກວິທະຍາຄານ ນໍຟອກ (Norfolk) ໃນລັດເວີຈິເນຍ ກ່າວວ່າ “ປົກກະຕິ
ມັນຈະເກີດຂຶ້ນຢູ່ບ້ານຂອງນັກຮຽນຄົນໃດຄົນນຶ່ງ, ເວລາພໍ່ແມ່ເຂົາເຈົ້າບໍ່ຢູ່.” ນາງ
ແມັກອິນທອສ ໄດ້ອະທິບາຍເຖິງສະຖານະການທີ່ ຄືກັບເຫດການນຶ່ງ ໃນເຂດຊານ
ເມືອງນະຄອນຫຼວງ ວໍຊິງຕັນ ເຊິ່ງທ່ານ ຄາແວນໍ ແລະ ທ່ານນາງ ຝອດ ໄດ້ໄປຮ່ວມງານ
ປາຕີ້ໄວລຸ້ນທີ່ບໍ່ມີຜູ້ໃຫຍ່ຄວບຄຸມ.
ນາງ ແມັກອິນທອສ ກ່າວວ່າ “ປົກກະຕິ, ມັນຈະມີພວກເດັກນ້ອຍຫຼິ້ນຢູ່ນອກເຮືອນ, ໃນ
ທົ່ວເຮືອນ. ບາງເທື່ອ, ມັນຈະມີການມົ້ວສຸມທາງເພດຢູ່ໃນຫ້ອງຕ່າງໆຂອງເຮືອນ.”
ບັນດານັກຊ່ຽວຊານເວົ້າວ່າ ແທ້ຈິງແລ້ວ, ການປະພຶດແນວນັ້ນ ແມ່ນໄດ້ຫຼຸດລົງແດ່, ແຕ່
ພຽງໜ້ອຍດຽວ. ການດື່ມເຫຼົ້າຂອງພວກເດັກນ້ອຍ ອາຍຸ 12 ຫາ 20ປີ ແມ່ນໄດ້ຫຼຸດລົງ
ເປັນລຳດັບໃນລະຫວ່າງປີ 1993 ແລະ 2013, ອີງຕາມການສຳຫຼວດແຫ່ງຊາດ ກ່ຽວກັບ
ການໃຊ້ຢາເສບຕິດ ແລະ ສຸຂະພາບ.
ສະຖິຕິ ກ່ຽວກັບ ຄວາມຮຸນແຮງທາງເພດແມ່ນບໍ່ຈະແຈ້ງປານໃດ. ອົງການຕໍ່ຕ້ານການ
ຂົ່ມຂືນ, ລວນລາມທາງເພດ ແລະ ການຮ່ວມເພດຂອງຄົນທີ່ໃກ້ຊິດກັນ ຫຼື Rainn ໄດ້
ກ່າວວ່າ ຄວາມຮຸນແຮງທາງເພດໄດ້ຫຼຸດລົງເຄິ່ງນຶ່ງ ໃນ 20 ປີທີ່ຜ່ານມາ. ແຕ່ການສຶກສາ
ໂດຍສະຖາບັນ ຕຸລາການ ແຫ່ງຊາດ ໄດ້ສະເໜີວ່າ ການລາຍງານ ກ່ຽວກັບ ການຂົ່ມຂືນ
ຕໍ່ຕຳຫຼວດໃນເວລາທີ່ມັນໄດ້ເກີດຂຶ້ນໄດ້ກາຍເປັນເລື່ອງປົກກະຕິໃນສອງສາມທົດສະ
ວັດນີ້.
ອີກຄວາມສ່ຽງນຶ່ງ ສຳລັບພວກເດັກຍິງ ແລະ ແມ່ຍິງໄວໜຸ່ມ ແມ່ນການຖືກວາງຢາເພື່ອ
ລວນລາມທາງເພດ. ເຄື່ອງດື່ມມຶນເມົາ ແມ່ນຖືກນຳມາໃຊ້, ປົກກະຕິຈະແມ່ນເຫຼົ້າ, ຫຼື
ສາມາດໃສ່ຢາລົງໄປທີ່ເອີ້ນວ່າ ຢານອນຫຼັບ, ຫຼືຮູ້ໃນອີກຊື່ນຶ່ງວ່າ “ຢາກ່ອມປະສາດ.”
ນາງ ແມັກອິນທອສ ໄດ້ອະດິບາຍເຖິງຜູ້ຍິງທີ່ຖືກມອມຢາ, ຫຼື ຖືກຢາກ່ອມປະສາດ ເພື່ອ
ການຍິນຍອມຂອງລາວຢູ່ງານປາຕີ້ຢູ່ເຮືອນນັ້ນ.
ນາງ ແມັກອິນທອນ ເວົ້າວ່າ “ລາວຄິດວ່າລາວໄດ້ເຝົ້າເບິ່ງນ້ຳດື່ມຂອງລາວຕະຫຼອດຄືນ,
ແຕ່ໃນທີ່ສຸດລາວກໍຖືກມອມຢາກ່ອມປະສາດ. ພວກເຮົາບໍ່ເຄີຍຮູ້ເລີຍ ວ່າແມ່ນໃຜເປັນ
ຄົນເຮັດ. ລາວບໍ່ໄດ້ກິນເຫຼົ້າຫຼາຍເລີຍ. ມັນຄືກັບວ່າ, ເປັນເຫຼົ້າຈອກທີສອງຂອງລາວ.
ລາວຄິດວ່າລາວບໍ່ເປັນຫຍັງ, ແຕ່ຫຼັງຈາກນັ້ນ ລາວກໍເລີ່ມເຊໄປມາ, ແລະ ສຸດທ້າຍກໍ
ໝົດສະຕິ.”
ທ້າວ ເນດ ທິນໄບທ໌, ຜູ້ທີ່ໄດ້ເຂົ້າໂຮງຮຽນມັດທະຍົມ ຈອນ ເອັຟ ເຄັນເນດີ ໃນເມືອງ
ເກລັນມອນທ໌, ລັດແມຣີແລນ, ແລະ ເປັນປະທານຂອງການປົກຄອງນັກຮຽນໃນທົ່ວ
ເມືອງ ມັອນໂກເມີຣີ ໄດ້ກ່າວວ່າ “ວັດທະນະທຳຂອງງານປາຕີ້ໂຮງຮຽນມັດທະຍົມ
ແມ່ນຂ້ອນຂ້າງຈະຄືກັບວັດທະນະທຳການປາຕີໃນມະຫາວິທະຍາໄລ, ໃນຂະນະດຽວ
ກັນ ກໍມີການດື່ມຂອງມຶນເມົາກັນຢ່າງຫຼວງຫຼາຍເຊັ່ນກັນ.”
ທ່ານນາງ ຝອດ ໄດ້ສະລະພາບຕໍ່ຄະນະກຳມະການຕຸລາການ ສະພາສູງ ໃນສອງສັບ
ປະດາທີ່ຜ່ານມາວ່າ ລາວຢ້ານວ່າທ່ານ ຄາແວນໍ “ຈະຂ້າລາວຕາຍໂດຍບັງເອີນ” ໃນລະ
ຫວ່າງເຫດການທີ່ຖືກກ່າວຫາວ່າໄດ້ເກີດຂຶ້ນໃນປີ 1982 ນັ້ນ. ການໃຫ້ປາກຄຳຂອງ
ທ່ານນາງ ໄດ້ເຮັດໃຫ້ພວກເດັກຍິງ ແລະ ແມ່ຍິງອອກມາເວົ້າ ກ່ຽວກັບ ເລື່ອງຂອງເຂົາ
ເຈົ້າເອງຫຼາຍຂຶ້ນ.
ນາງ ອານັນຢາ ທາດີຄອນດາ, ຕົວແທນນັກຮຽນໃນຄະນະກຳມະການການສຶກສາເມືອງ
ມັອນໂກເມີຣີ ໃນລັດ ແມຣີແລນ ກ່າວວ່າ ວັດທະນະທຳງານປາຕີ້ ແລະ ພຶດຕິກຳຂອງ
ພວກຜູ້ຊາຍ ທີ່ໄດ້ອະທິບາຍໂດຍທ່ານນາງ ຝອດ ແມ່ນບໍ່ໄດ້ມີການເຜີຍແຜ່ໃນໂຮງຮຽນ
ເອກະຊົນຫຼາຍທໍ່ໃນໂຮງຮຽນລັດ.
ນາງ ທາດີຄອນດາ ໄດ້ກ່າວຕໍ່ວີໂອເອວ່າ “ວັດທະນະທຳການລວນລາມ ແມ່ນກວ້າງ
ຂວາງຫຼາຍ.” ມັນຈະເຮັດໃຫ້ລາວປະຫຼາດໃຈ, ລາວເວົ້າວ່າ, ຖ້າເດັກຍິງອອກມາລາຍ
ງານ ກ່ຽວກັບ ການລວນລາວເຂົາເຈົ້າຫຼາຍຂຶ້ນ. “ໂດຍສະເພາະຖ້າມັນແມ່ນເດັກຍິງ
ໜຸ່ມທີ່ມີອາຍຸຊ່ຳຂ້າພະເຈົ້າ.”
ນາງໄດ້ກ່າວຕື່ມວ່າ “ຍ້ອນວ່າຈາກໃຈຈິງແລ້ວ, ມັນໃຊ້ເວລາຫຼາຍຂະໜາດນີ້ສຳລັບ
ທ່ານນາງ ຝອດ ທີ່ຈະອອກມາເວົ້າ, ແລະ ນັ້ນກໍແມ່ນຍ້ອນວ່າມັນມີການປະນາມດັ່ງ
ກ່າວຢູ່ໃນສັງຄົມ ແລະ ວັດທະນະທຳການກ່າວຫາຜູ້ຖືກເຄາະຮ້າຍທີ່ຍັງມີຢູ່.”
ອີງຕາມສູນກາງ ເພື່ອການຄວບຄຸມພະຍາດ ແລະ ການປ້ອງກັນ ນັ້ນ, ການດື່ມຂອງ
ມຶນເມົາກ່ອນບັນລຸນິຕິພາວະ, ເຊິ່ງແມ່ນອາຍຸ 12-20 ປີ, ມີ 11 ເປີເຊັນຂອງການດື່ມ
ເຫຼົ້າທັງໝົດໃນ ສະຫະລັດ. ການດື່ມເຫຼົ້າເກີນຂະໜາດ ແມ່ນມີປະມານ 4,300 ຄົນ
ແຕ່ລະປີໃນ ສະຫະລັດ.
ນາງ ອີຊາແບລ ຄາເບຊາສ, ອະດີດນັກຮຽນຢູ່ໂຮງຮຽນ ໂຮລຕັນ ອາມສ໌ ກ່າວວ່າ “ຂ້າ
ພະເຈົ້າຮູ້ວ່າມີເດັກນ້ອຍອາຍຸຊ່ຳຂ້າພະເຈົ້າທີ່ກິນເຫຼົ້າ.” ນາງ ຄາເບຊາສ ໄດ້ເລືອກທາງ
ທີ່ຈະບໍ່ດື່ມເຫຼົ້າຈົນຮອດອາຍຸເຂົ້າມະຫາວິທະຍາໄລ, ແຕ່ລາວໄດ້ເວົ້າວ່າ ໝູ່ຂອງລາວ
ຫຼາຍຄົນໄດ້ດື່ມ, ແລະ ລາວມັກຈະຖືກປະຖິ້ມ ຍ້ອນປະຕິເສດບໍ່ກິນຮ່ວມກັນ.
ນາງໄດ້ເວົ້າວ່າ “ຂ້າພະເຈົ້າຈື່ໄດ້ເຫດການນຶ່ງ ເຊິ່ງຂ້າພະເຈົ້າບໍ່ໄດ້ຖືກເຊີນໄປຮ່ວມງານ
ປາຕີ ຍ້ອນວ່າຂ້າພະເຈົ້າບໍ່ຢາກກິນເຫຼົ້າ.
ຄວາມຊົງຈຳ ກ່ຽວກັບ ວັດທະນະທຳການດື່ມຂອງມຶນເມົາຢູ່ໂຮງຮຽນຂອງລາວ ໄດ້ສະ
ໜັບສະໜູນໃຫ້ລາວເຊື່ອການໃຫ້ປາກຄຳຂອງທ່ານນາງ ຝອດ, ເຊິ່ງເຮັດໃຫ້ລາວມີ
ຄວາມຫວັ່ນໄຫວຫຼາຍ ໃນເວລາທີ່ລາວໄດ້ຢູ່ໃນຫໍລັດຖະສະພາ ແຄັບປິຕອລ ຂອງ ສະ
ຫະລັດ ພ້ອມກັບພວກປະທ້ວງຄົນອື່ນໆ. ພວກຕອບໂຕ້ຕ້ານຜູ້ປະທ້ວງກໍຢູ່ທີ່ນັ້ນເຊັ່ນ
ກັນ, ເພື່ອສະໜັບສະໜູນທ່ານ ຄາແວນໍ.
ນາງ ຄາເບຊາສ ໄດ້ກ່າວວ່າ “ການກ່າວອ້າງທັງໝົດຂອງທ່ານນາງແມ່ນໜ້າເຊື່ອຖືຫຼາຍ.
ສະນັ້ນຂ້າພະເຈົ້າຈຶ່ງຢາກໄປສະໜັບສະໜູນເພິ່ນ ເພາະວ່າ ຂ້າພະເຈົ້າຄິດວ່າ ແນ່ນອນ
ມັນໄດ້ຖືກພິຈາລະນາເປັນການເຄື່ອນໄຫວທາງການເມືອງໃນນາທີສຸດທ້າຍ. ແຕ່ເມື່ອ
ເຈົ້າຖອຍຫຼັງກ້າວນຶ່ງ ແລະ ພິຈາລະນາວ່າ ເພິ່ນໄດ້ເລີ່ມຂຽນຈົດໝາຍນີ້ຫາສະມາຊິກສະ
ພາຕ່ຳຂອງເພິ່ນ ກ່ອນທີ່ເຂົ້າເຈົ້າຈະໄດ້ປະກາດວ່າທ່ານ ຄາແວນໍ ໄດ້ເປັນຜູ້ຖືກສະເໜີ
ຊື່ນັ້ນ, ຂ້າພະເຈົ້າບໍ່ຄິດວ່າມັນຈະເປັນການເຄື່ອນໄຫວທາງການເມືອງໃນນາທີສຸດທ້າຍ
ເລີຍ.”