ທ່ານ Kaine ແລະທ່ານ Pence ໂຕ້ວາທີ ຜູ້ສະໝັກ ເປັນຮອງ ປະທານາທິບໍດີ

ຜູ້ສະໝັກເປັນຮອງປະທານາທິບໍດີພັກເດໂມແຄຣັດ ທ່ານ Tim Kaine (ຊ້າຍ) ແລະຜູ້ສະໝັກເປັນຮອງປະທານາທິບໍດີ ພັກຣີພັບບລີກັນ ທ່ານ Mike Pence

ຜູ້​ສະໝັກ​ເປັນ​ຮອງ​ປະທານາທິບໍດີ​ຂອງ​ພັກຣີພັບ​ບລີ​ກັນ ທ່ານ Mike Pence ​ແລະ​ຜູ້​ສະ ໝັກ ເປັນ​ຮອງ​ປະທານາທິບໍດີພັກ​ເດ​ໂມ​ແຄຣັດ ທ່ານ Tim Kaine ​ໄດ້​ໃຊ້​ເວລາ​ໃນ​ແລງ​ວັນ​ອັງຄານ​ ​ໂຈມ​ຕີ​ຂໍ້​ສະ​ເໜີ ກ່ຽວ​ກັບ​ນະ​ໂຍບາຍຂອງ​ກັນ​ແລະ​ກັນ ຕະຫຼອດ​ທັງ​ປະຫວັດ ຂອງ​ຜູ້​ສະໝັກ​ເປັນ​ປະທານາທິບໍດີ ​ຮ່ວມ​ກັບ​ພວກທ່ານ ຄື​ທ່ານ Donald Trump ​ແລະ​ທ່ານ​ນາງ Hillary Clinton.

ທ່ານ Pence ​ແລະ​ທ່ານ Kaine ຊຶ່ງ​ໄດ້​ປະ​ເຊີນ​ໜ້າ ຢູ່​ໃນ​ການ​ໂຕ້​ວາທີ​ພຽງ​ຄັ້ງດຽວ​ເທົ່າ​ນັ້ນກ່ອນ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ໜ້າ​ໄດ້​ລົບ​ກວນ​ຊຶ່ງ​ກັນ​ແລະ​ກັນຢູ່​ເລື້ອຍໆ​ໃນ​ຂະນະ​ທີ່​ພວກ​ທ່ານ​ສົນທະນາ​ກັນ​ກ່ຽວ​ກັບ​ເລື້ອງອາວຸດ​ນິວ​ເຄລຍ ສະຖານະ​ການ​ໃນ​ຊີ​ເຣຍ ​ແລະ​ການ​ປະຕິ​ຮູບ​ລະບົບ​ຍຸຕິ​ທຳ​ຢູ່​ພາຍ​ໃນ​ສະຫະລັດ.

ຜູ້ສະໝັກ ເປັນປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Donald Trump ແລະຮອງ ປະທານາທິບໍດີ ຂອງທ່ານ ທ່ານ Mike Pence ຖ່າຍຮູບຮ່ວມກັນ

ທ່ານ Pence ​ເອີ້ນທ່ານ​ນາງ Clinton ວ່າ ​ເປັນ​ສະຖາປະນິກ​ນະ​ໂຍບາຍ​ການ ຕ່າງປະ​ເທດ​ຂອງ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ທີ່​ທ່ານ​ກ່າວ​ວ່າ ​ເຮັດ​ໃຫ້​ພາກ ຕາ​ເວັນ​ອອກ​ກາງ ​ເກີດ​ຄວາມ​ວຸ້ນວາຍ​ ຈົນ​ຄວບ​ຄຸມ​ບໍ່​ໄດ້. ທ່ານ​ໄດ້​ຖິ້ມ​ໂທດ​ໃສ່​ທ່ານ​ນາງ Clinton ທີ່​ໄດ້​ປ່ອຍ​ໃຫ້​ກຸ່ມ​ລັດ​ອິສລາມ​ ມີ​ອິດ​ທິພົນ​ເພີ້ມຂຶ້ນ ແລະ​ໃນ​ອັນທີ່​ທ່ານ​ເອີ້ນວ່າ ການ​ມີ​ຄວາມ​ກ້າຫານ​ໃໝ່​ຫຼາຍຂຶ້ນຂອງຣັດ​ເຊຍ.

​ໃນ​ຂະນະ​ດຽວ​ກັນ ທ່ານ Kaine ກ່າວ​ວ່າ ທ່ານ Trump ​ເປັນ​ຄົນ​ເຫັນ​ແກ່​ໂຕ ​ແລະ​ໄດ້​ກ່າວ​ຫາ​ທ່ານ Trump ວ່າ ມີການ​ພົວພັນ​ທາງ​ດ້ານ​ທຸລະ​ກິດ​ກັບຣັດ​ເຊຍ ທີ່​ຜູ້ກ່ຽວ​ບໍ່​ຍອມ​ເປີດ​ເຜີຍ​ໃຫ້​ຊາບ.

Your browser doesn’t support HTML5

Vice Presidential Contenders to Square Off in Virginia

ຜູ້​ສະໝັກ​ເປັນ​ຮອງ​ປະທານາທິບໍດີ​ທັງ​ສອງຕ່າງ​ກໍ​ໄດ້​ເຫັນ​ພ້ອມ​ນຳ​ກັນ​ເຖິງ​ຄວາມ ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ດຳ​ເນີນ​ການ​ສິ່ງ​ໃດ​ສິ່ງ​ນຶ່ງ ​ເພື່ອ​ປົກ​ປ້ອງ​ພົນລະ​ເຮືອນ​ຢູ່​ໃນ ພາກ​ເໜືອ​ຂອງ​ຊີ​ເຣຍ. ທ່ານ Pence ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຄວນ​ຈະ ​ຮວມທັງ​ການ​ສ້າງຕັ້ງ​ເຂດ​ຫ້າມ​ບິນ ​ແລະ​ຖ້າ​ຫາກຣັດ​ເຊຍ​ຍັງ​ສືບ​ຕໍ່​ມີ​ສ່ວນພົວພັນ ນຳ​ການ​ໂຈມ​ຕີ​ເມືອງ​ງ Aleppo ຫລັງ​ຈາກ​ນັ້ນ ກຳລັງ​ສະຫະລັດ​ກໍ​ຄວນ​ຈະ​ໂຈມ
ຕີ​ເປົ້າໝາຍ​ທາງ​ທະຫານ​ຂອງ​ຊີ​ເຣຍ ​ເພື່ອ​ເປັນ​ການ​ຕອບ​ໂຕ້.

ຜູ້ສະໝັກ ເປັນຮອງປະທານາທິບໍດີ ພັກເດໂມແຄຣັດ ທ່ານ Tim Kaine ຈາກລັດ ເວຈີເນຍ ແລະຜູ້ສະໝັກ ເປັນປະທານາທິບໍດີ ທ່ານນາງ Hillary Clinton

ຜູ້​ສະໝັກ​ທັງ​ສອງ​ ຍັງ​ໄດ້​ເຫັນ​ພ້ອມ​ນຳ​ກັນ ​ເຖິງ​ຄວາມ​ຈຳ​ເປັນ​ໃນ​ການ​ປະຕິບັດ​ງານ​ຂອງ​ຕຳຫຼວດ​ແບບ​ມີ​ປະຊາ​ຄົມ​ເຂົ້າຮ່ວມ ​ແຕ່​ບໍ່​ແມ່ນ​ໃນ​ການ​ປະຕິ​ຮູບ​ລະບົບຍຸຕິ​ທຳ.

ທ່ານ Pence ​ໄດ້ສະ​ເໜີ​ໃຫ້​ຢຸດ​ເຊົາ​ ການກວດເພື່ອ​ຄົ້ນຫາ​ອາວຸດ ​ທີ່​ເອີ້ນວ່າ stop-and- frisk ​ແລະ​ກ່າວ​ວ່າ ຊາວ​ອາ​ເມຣິກັນ​ບໍ່​ຄວນ​ທີ່​ຈະຕັ້ງຂໍ້​ສັນ​ນິດ​ຖານ ​ໃນ​ທາງ​ທີ່​ບໍ່​ດີ​ກ່ຽວ​ກັບ​ຕຳຫຼວດ ​ເວລາ​ບຸກຄົນ​ໃດ​ນຶ່ງ​ ຖືກ​ຍິງ​ຕາຍ​ ໂດຍ​ຕຳຫລວດ ​ໃນ​ຂະນະ​ທີ່​ທ່ານ Kaine ​ໄດ້​ກ່າວ​ຊົມ​ເຊີຍ​ຂໍ້​ສະ​ເໜີ​ການ​ຄວບ​ຄຸມ​ອາວຸດ ແລະ​ປະຕິ​ຮູບ​ເລື້ອງສຸຂະພາບ​ຈິດຂອງ​ທ່ານ​ນາງ Clinton.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ