ທ່ານ Kaine ແລະທ່ານ Pence ຈະໂຕ້ວາທີ ຜູ້ສະໝັກ ຮອງປະທານາທິບໍດີ ແລງມື້ນີ້

ຜູ້ສະໝັກເປັນຮອງປະທານາທິບໍດີ ພັກເດໂມແຄຣັດ ທ່ານTim Kaine (ຊ້າຍ) ແລະຜູ້ສະໝັກເປັນຮອງປະທານາທິບໍດີ ພັກຣີພັບ ບລິກັນ ທ່ານ Mike Pence.

ທ່ານ Tim Kaine ທີ່ສັງກັດ​ພັກ​ເດ​ໂມ​ແຄຣັດ ​ແລະ ​ທ່ານ Mike Pence ທີ່ສັງກັດ​ພັກ ຣີພັບ​ບລິ​ກັນ ຈະ​ມີ​ໂອກາດຊົ່ວ​ລະຍະ​ນຶ່ງ​ຢູ່​ຕໍ່ໜ້າແສງ​ໄຟ ໃນແລງວັນ​ອັງຄານ​ມື້​ນີ້ ທີ່​ເມືອງ Farmville ລັດ Virginia ຊຶ່ງ​ເປັນ​ເຈົ້າພາບຈັດ​ການ​ໂຕ້​ວາທີຂອງ​ຮອງ​ປະທານາທິບໍດີ ​ປີ 2016.

ການ​ປະ​ເຊີນ​ໜ້າ​ດັ່ງກ່າວ​ ມີຂຶ້ນນຶ່ງ​ອາທິດຫລັງ​ຈາກ​ການ​ໂຕ້​ວາ​ທີຂອງ​ຜູ້​ສະໝັກເປັນປະ ທານາທິບໍດີ​ເທື່ອທຳ​ອິດ ​ຂອງຈຳນວນທັງ​ໝົດ​ສາມ​ເທື່ອ ​ລະຫວ່າງຜູ້​ສະໝັກພັກ​ເດ​ໂມ​
ແຄຣັດທ່ານ​ນາງ Hillary Clinton ​ແລະ​ພັກຣີ​ພັບ​ບລິ​ກັນ ທ່ານ Donald Trump ​ຊຶ່ງ​ເປັນການ​ໂຕ້​ວາ​ທີ ທີ່ໄດ້ສ້າ​ງຄວາມ​ຕື່ນ​ເຕັ້ນ​ໃຫ້​ແກ່​ພັກ​ເດ​ໂມ​ແຄຣັດ ​ແຕ່​ສ້າງ​ຄວາມ​ຜິ​ດ ຫວັງ​ໃຫ້​ແກ່​ພັກຣີພັບ​ບລິ​ກັນ​ຈຳນວນນຶ່ງ. ການ​ຢັ່ງ ​ສຽງ​ຫລັງ​ຈາກ​ການ​ໂຕ້​ວາ​ທີ​ແລ້ວ ​ໄດ້ເຮັດ​ໃຫ້​ທ່ານ​ນາງ Clinton ມີ​ຄະ​ແນນ​ສູງ ຂຶ້ນ ແລະ​ພາ​ໃຫ້​ເກີດຄຳ​ຖາມ​ໃໝ່ ກ່ຽວ​ກັບ​ສະພາບອາລົມ​ຂອງທ່ານ Trump ​ໂດຍ​ສະ​ເພາະ ຫລັງ​ຈາກ​ໄດ້​ມີ​ການ​ສົ່ງ​ຂໍ້ຄວາມ​ ຜ່ານ​ທາງ Twitter ຫຼາຍຄັ້ງທີ່​ແນ​ໃສ່​ອະດີດ​ນາງ​ງ​າມ​ຈັກກະວານ Alicia Machado ​ທີ່​ໄດ້ຕົກເປັນ​ເປົ້າ​ຍ້ອນ ວ່າ​ມີ​ນໍ້າ​ໜັກ​ສູງຂຶ້ນ.

ຜູ້ສະໝັກເປັນປະທານາທິບໍດີ ພັກຣີພັບບລິກັນ ທ່ານ Donald Trump ແລະຜູ້ຮ່ວມສະໝັກ ເປັນຮອງປະທານາທິບໍດີ ທ່ານ Mike Pence ຜູ້ປົກຄອງລັດ Indiana.

ການ​ໂຕ້​ວາ​ເທື່ອ​ທຳ​ອິດ​ລະຫວ່າງ​ທ່ານ​ນາງ Clinton ​ແລະທ່ານ Trump ​ໄດ້​ດຶງດູດ​ເອົາຜູ້​ຊົມ​ໂທລະພາບຫຼາຍເປັນ​ປະຫວັດ​ການ ຄື​ຫລາຍ​ກວ່າ 80 ລ້ານ​ຄົນ. ການ​ໂຕ້​ວາ​ທີຂອງ​ຜູ້​ສະໝັກ​ເປັນ​ຮອງ​ປະທານາທິບໍດີ ລະຫວ່າງ ທ່ານ Kaine ​ແລະ​ທ່ານ Pence ຈະ​ດືງດູດ​ຜູ້​ຊົມ​ໜ້ອຍ​ກວ່າ ຖ້າ​ຫາກ​ປະຫວັດສາດຫາກ​ຖືກຕ້ອງ. ການໂຕ້​ວາ​ທີ​ໃນ​ປີ 2008 ລະຫວ່າງ ຜູ້​ສະໝັກ​ຂອງ​ພັກ​ເດ​ໂມ​ແຄຣັດ ທ່ານ Joe Biden ​ແລະຜູ້ສະໝັກ​ພັກຣີ​ພັບ​ບລິ​ກັນ ທ່ານ​ນາງ Sarah Paling ​ໄດ້​ດຶງດູດ​ເອົາຜູ້​ຊົມ​ເກືອ​ບ 70 ລ້ານຄົນ ຄືມີ​ຜູ້​ຊົມຫລາຍທີ່​ສຸດ ສຳ ລັບ​ການ​ໂຕ້​ວາ​ທີຮອງ​ປະທານາທິບໍດີ​ໃດໆ​ໃນ​ປະຫວັດສາດ.

Your browser doesn’t support HTML5

Vice Presidential Contenders to Square Off in Virginia

ທ່ານ Pence ຜູ້​ປົກຄອງ​ລັດ Indiana ຫຍຸ້ງຍາກ​ຢູ່​ກັບ​ການການ​ໂຄສະນາ​ຫາ​ສຽງ ​ແຕ່ ວ່າມັກ​ຈະ​ຢູ່ໃນ​ເງົາຂອງທ່ານ Trump. ທ່ານ Pence ​ໄດ້​ຖືກ​ຮ້ອງ​ຂໍຢູ່​ເປັນ​ປະຈຳໃຫ້​ປ້ອງ ກັນ​ໃນ​ການກ່າວ​ອ້າງແລະ​ຄຳ​ຖະ​ແຫລ​ງທີ່ເປັນ​ບັນຫາ​ໂຕ້​ແຍ້​ງ ຈຳນວນ​ນຶ່ງ ​ຂອງທ່ານ Trump ​ແຕ່ໃນ​ຂະນະ​ດຽວກັນ ທ່ານ​ກໍຍັງ​ພະຍາຍາມທີ່ ວາດ​ພາບ​ພົດ​ຂອ​ງທ່ານ​ເອງ ດັ່ງ​ທີ່​ທ່ານ​ໄດ້​ກະທຳໃນ​ການ​ໂຄສະ​ນາ​ຫາ​ສຽງ​ຂອງ​ທ່ານ​ຫວ່າງ​ມໍ່ໆ​ມາ​ນີ້ ​ຢູ່​ທີ່ເມືອງ Mesa ລັດ Arizona.

ສະມາຊິກສະພາສູງ ພັກເດໂມແຄຣັດ ທ່ານ Tim Kaine ຈາກລັດ Virginia ທີ່ສະໝັກ ເປັນຮອງປະທານາທິບໍດີ ຮ່ວມກັບທ່ານນາງ Hillary Clinton ຜູ້ສະໝັກເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ.

“ຂ້າພະ​ເຈົ້າ​ໃຫ້​ຄຳ​ໝັ້ນ​ສັນຍາ ​ແກ່​ພວກທ່ານວ່າ ທີມຂອງ ທ່ານ Trump ​ແລະ​ທ່ານ Pence ຈະ​ເຮັດ​ວຽກ​ຢ່າງ​ສຸດ​ອົກ​ສຸດ​ໃຈ ​ທຸກໆ​ມື້ຂອງ​ສັບປະດາ ຈົນ​ກວ່າ​ວ່າພວກ​ເຮົາ ຈະ​ສາມາດ​ຟື້ນ​ຄວາມ​ຝັນ​ຂອງ​ອາ​ເມຣິກັນ ​ໃຫ້​ແກ່​ຊາວ​ອາ​ເມຣິກັນ​ທຸກໆ​ຄົນ ບໍ່​ສຳຄັນ​ວ່າ​ຈະ​ມີຜິ​ວພັນ ຫລື​ເຊື່ອ​ຖື ຫລື​ສີ ຫລືວ່າ​ເພດ​ໃດ. ພວກ​ເຮົ​າ ຈະ​ນຳ​ເອົາ​ຄວາມ​ຝັນ​ຂອງອາ​ເມຣິກັນ​ກັບມາ​ມີ​ຊີວິດອີກ.

ມະຫາວິທະຍາໄລ Longwood ທີ່ເມືອງ Farmville ລັດ Virginia ຈະເປັນເຈົ້າພາບ ຈັດການໂຕ້ວາທີ່ຮອງປະທານາທິບໍດີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ