ຊາວອັຟການິສຖານ ພາກັນລົງສູ່ຖະໜົນ ໃນນະຄອນຫລວງຄາບູລ ປະທ້ວງການສໍ້ໂກງ ການເລືອກຕັ້ງ (ວີດີໂອ)

ພວກສະໜັບສະໜຸນ ທ່ານ Abdullah Abdullah ຜູ້ສະໝັກ ປະທານາທິບໍດີ ຮ້ອງຄຳຂັວນຕ່າງໆ ໃນລະຫວ່າງການປະທ້ວງ ໃນນະຄອນຫຼວງ ຄາບູລ ວັນເສົາ ວັນທີ 21 ມິຖຸນາ 2014.

​ພວກ​ປະ​ທ້ວງ​ຫຼາຍ​ຮ້ອຍ​ຄົນ​ ​ໄດ້​ພາກັນ​ລົງ​ສູ່​ຖະໜົນ​ຫົນທາງ
ສາຍ​ຕ່າງໆ​ ໃນ​ນະຄອນຫຼວງ​ຄາ​ບູລ ​ເພື່ອ​ທຳ​ການ​ປະ​ທ້ວງ​ຕໍ່
​ ​ການ​ສໍ້​ໂກງການ​ເລືອກ​ຕັ້ງ​ປະທານາທິບໍດີ​ຮອບ​ຊີ້​ຂາດຂອງ
​ປະ​ເທດ​ຫວ່າງ​ໄວໆມາ​ນີ້ ຕາມ​ທີ່​ມີການກ່າວ​ຫາ​ນັ້ນ.

ການ​ປະ​ທ້ວງ​ໃນ​ວັນ​ເສົາ​ວານ​ນີ້ ​ໄດ້​ຂັດຂວາງ​ຕໍ່​ການ​ສັນຈອນ​
ໄປ​ມາເທິງຖະໜົນຫຼວງ ທີ່​ເນ່ງ​ໄປ​ຍັງ​ສະໜາມ​ບິນ​ລະຫວ່າງ​ຊາດ
​ແຕ່​ເຖິງ​ຢ່າງ​ໃດ​ກໍດີ ກາ​ນຊຸມ​ນຸມປະ​ທ້ວງ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສັນຕິ.
ຕຳຫຼວດ​ປາບ​ຈະລາຈົນ ​ໄດ້ປ້ອງ​ກັນ​ບໍ່​ໃຫ້​ພວກ​ປະ​ທ້ວງ​ເຂົ້າ​ໄປ​ຍັງ
​ສະໜາມ​ບິນ ​ແລະ​ຢືນ​ເຝົ້າ​ຍາມ​ເບິ່ງ ​ໃນ​ກໍລະນີ​ທີ່​ອາດ​ຈະ​ເກີດ​
ຄວາມ​ຮຸນ​ແຮງ​ຂຶ້ນ​ນັ້ນ.

ອະດີດ​ລັດຖະມົນຕີ​ຕ່າງປະ​ເທດ Abdullah Abdullah ​ໄດ້​ກ່າວ​ຫາ​ ພວກ​ເຈົ້າ​ໜ້າ​ທີ່​
ກຳ​ກັບ​ການ​ເລືອກ​ຕັ້ງ​ວ່າ ພະຍາຍາມສໍ້​ໂກງການ​ເລືອກ​ຕັ້ງ​ຮອບ​ຊີ້​ຂາດ ເພື່ອ​ຊ່ວຍ​ໃຫ້
ຄູ່​ແຂ່ງຂອງ ຄື ທ່ານAshraf Ghani Ahmadzai ເປັນ​ຜູ້​ຊະນະ.

ສະຫະ​ປະຊາ​ຊາດໃຫ້​ຄວາມ​ໝັ້ນ​ໃຈ ​ແກ່​ຊາວ​ອັຟກາ​ນິສຖານ​ໃນ​ວັນ​ເສົາວານ​ນີ້​ວ່າ
ຕົນ​ຕຽມ​ພ້ອມ​ໃຫ້ການ​ຊ່ອຍ​ເຫຼືອ​ ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ນີ້ ຖ້າຫາກ​ຖືກ​
ຂໍ​ຮ້ອງ. ທັງ​ທ່ານ Abdullah ​ແລະປະທານາທິ ບໍດີ Hamid Karzai ຕ່າງ​ກໍໄດ້ຮຽກ
ຮ້ອງ​ໃຫ້​ສະຫະ​ປະຊາ​ຊາດ​ເຂົ້າ​ ​ຊ່ອຍ​ເຫຼືອ​.

Your browser doesn’t support HTML5

AFGHANISTAN VIOLENCE SOTVO


​ໃນ​ຂະນະ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທີ່​ອັຟກາ​ນິສຖານ ກ່າວ​ວ່າ ຜູ່​ວາງ​ລະ​ເບີດ​ສະລະ
​ຊີບ​ຄົນ​ນຶ່ງ ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ນະຄອນ​ຄາ​ບູລ ​ໄດ້​ສັງຫານ​ພົນລະ​ເຮືອນຄົນ​
ນຶ່ງ ​ແລະ​ເຮັດ​ໃຫ້​ບາດ​ເຈັບ​ອີກ​ຫຼາຍ​ຄົນ ​ແຕ່​ບໍ່​ໄດ້ຖືກ​ເປົ້າ​ໝາຍ​ຂອງ​ຜູ້ກ່ຽວ ຊຶ່ງ​ແມ່ນ
ເຈົ້າ​ໜ້າ​ທີ່​ລັດຖະບານ​ຂັ້ນ​ອາວຸ​ໂສ​ຄົນ​ນຶ່ງ​ນັ້ນ.

ວີດີໂອ: ປະຊາຊົນອັຟການິສຖານ ຮຽກຮ້ອງໃຫ້ຜູ້ສະໝັກເລືອກຕັ້ງ ຮ່ວມງານກັນ:

Your browser doesn’t support HTML5

Afghans Call for Presidential Candidates to Work Together