ການໂຮມຊຸມນຸມ ລະນຶກເຖິງ ການເດີນຂະບວນ "Million Man March" ຄົບຮອບ 20 ປີ

Your browser doesn’t support HTML5

ເຊີນຊົມວີດີໂອ ລາຍງານນີ້

ຫຼາຍພັນ​ຄົນ ໄດ້​ໂບກ​ທຸງຊາດ ຖື​ປ້າຍ​ຕ່າງໆ ​ແລະ ຟັງ​ການ
​ກ່າວ​ຄຳ​ປາ​ໄສ ຈາກ​ແຂກ​ຮັບ​ເຊີນ ຫຼາຍ​ທ່ານ ​ແລະ ຟັງ​ເພງ
ຕ່າງໆ ຊຶ່ງພວກ​ເຂົາ​ເຈົ້າ​ໄດ້​ໄປ​ເຕົ້າ​ໂຮມ​ກັນ ຢູ່​ທີ່ ສະໜາມຫຼວງ
​ແຫ່ງ​ຊາດ ຫຼື National Mall ​ໃນ​ນະຄອນຫຼວງວໍ​ຊິງ​ຕັນ ​ເມື່ອ
​ວັນ​ເສົາ​ວານ​ນີ້ ສຳ​ຫລັບ ວັນ​ຄົບຮອບ 20 ປີ ​ການ​ເດີນ​ຂະບວນ
ຂອງນັກ​ສອນ​ສາສະໜາ Louis Farrakhan ທີ່​ເອີ້ນ​ວ່າ
“Million Man March” ຄົບຮອບ 20 ປີ.

ພວກ​ຮ້ານ​ຂາຍ​ເຄື່ອງ​ທີ່​ລະ​ລຶກ ມີ ​ເສື້ອຢືດ T-shirt, ປ້າຍ, ​
ເຂັມ​ຂັດ​ໂຄສະນາ ​ແລະ ​ແຜ່ນຮູບ ຕ່າງໆ​ນາໆ ສະໜອງໃຫ້​ແກ່
ພວກ​ຄົນ​ທີ່​ຍ່າງ​ຜ່ານ​ສິ່ງ​ກີດຂວາງທີ່​ວາງອ້ອມ​ລັດຖະສະພາ ​
ແລະ ອາຄານ​ອື່ນໆ ​ເພື່ອຮັກສາ​ຄວາມ​ປອດ​ໄພ ​ທີ່ໄດ້ໄປເຂົ້າຮ່ວມ ​ໃນ​ການ​ໂຮມ​ຊຸມນຸມ
​ໃນ​ຫົວ​ຂໍ້ ຄວາມ​ຍຸດຕິ​ທຳ ຫຼື ບໍ່​ດັ່ງນັ້ນ​!

ປະຊາຊົນຫຼາຍພັນຄົນ ພາກັນຮ້ອງເຊຍ ໃນລະຫວ່າງ ການໂຮມຊຸມນຸມ ເພື່ອເປັນຂີດໝາຍ ຄົບຮອບ 20 ປີ ການເດີນຂະບວນ Million Man March ໃນວໍຊິງຕັນ, ວັນທີ 10 ຕຸລາ 2015.

ຜູ້ນຳ ສາສະໜາ​ອິສລາມ​ແຫ່ງ​ຊາດ ທ່ານ Farrakhan ​ໄດ້​
ກ່າວວ່າ ພວກ​ຜູ້​ຊາຍ ​ແລະຜູ້ຍິງ ຄົນ​ຜິວ​ດຳນັ້ນ ຄວນປະຖິ້ມ
​ຄຳຫ​ຍາບຄາຍ ​ແລະ ຄວາມ​ຮຸນ​ແຮງ ຕໍ່​ກັນ​ແລະ​ກັນ. ທ່ານ​
ຍັງ​ກ່າວ​ຕໍ່ຕ້ານ​ການ​ແທ້ງລູກ​ນຳ​ອີກ ​ໂດຍ​ເວົ້າວ່າ “ມັນແມ່ນ
​ຮ່າງກາຍ​ຂອງ​ເຈົ້າ​ເອງ ​ເຈົ້າສາມາດ​ເຮັດ​ແນວ​ໃດ​ນຳ​ມັນ​
ກໍ​ໄດ້.”
​ແຕ່​ທ່ານ​ກ່າວ​ຕື່ມ​ອີກວ່າ ຖ້າວ່າ ລູກ​ຜູ້ທີ່​ຖືກທຳ​ແທ້ງ​ນັ້ນ
​ເປັນນັກວິທະຍາສາດ ຫຼື ຜູ້ນຳ​ຄົນ​ນຶ່ງ ມັນກໍຈະ​ເປັນຄວາມ​ຫາຍ
ຍະນະ​ໄດ້.

ທ່ານ Farrakhan ຍັງ​ໄດ້​ຍ້ອງຍໍ​ພວກ​ຊາວ​ນຸ່ມ​ປະ​ທ້ວງ ຜູ້​ທີ່ຢູ່​
ເບື້ອງຫຼັງ ​ການ​ປະ​ທ້ວງ​ເພື່ອ ຊີວິດ​ຂອງ​ຄົນ​ຜິວ​ດຳກໍ​ມີ​ຄວາມ
​ສຳຄັນ ຫຼື Black Lives Matter. ທ່ານ​ເອີ້​ນພວກ​ເຂົາ​ເຈົ້າວ່າ
​ເປັນ​ພວກຜູ້ນຳຕໍ່​ໄປ ສຳຫລັບ ​ການ​ເຄື່ອນ​ໄຫວ ​ເພື່ອ​ສິດ​ທິພົນລະ​ເຮືອນ ​ແລະໄດ້ຮຽກຮ້ອງ​ໃຫ້​ພວກຜູ້ນຳທີ່ແກ່​ກວ່າ ​ໃຫ້​ສະໜັບສະໜູນ​ພວກ​ເຂົາ​ເຈົ້າ ​“​ເພື່ອ​ຖື​ທວນ​ໄຟ​ແຫ່ງ​ເສລີພາບ ​
ໃຫ້​ກ້າວໜ້າ​ຂັ້ນຕໍ່ໄປ​ບໍ່?”

ທ່ານ Andrew Bryant ພົນລະ​ເມືອງ​ວໍ​ຊິງ​ຕັນ ດີ​ຊີ ​ອາຍຸ 67 ປີ ​ໄດ້​ເຂົ້າຮ່ວມ​ໃນ​ການເດີນ​
ຂະ​ບວນດັ່ງກ່າວ ​ໃນ​ປີ 1995. ທ່ານ​ໄດ້​ເຂົ້າຮ່ວມ ​ໃນ​ການ​ໂຮມ​ຊຸມນຸມ​ໃນ​ວັນ​ເສົາ​ວານ​ນີ້
​ແລະ ກ່າວ​ວ່າ “​ເພື່ອ​ຢາກ​ເຫັນ​ໝົດ​ທຸກ​ຄົນ​ຢູ່​ດ້ວຍ​ຄວາມ​ສັນຕິ” ​ແລະ “​ເພື່ອ​ຮັບຟັງ
ຄຳ​ສອນ​ຂອງ​ນັກປາດ.”
ທ່ານມີ​ຄວາມ​ກະຕືລືລົ້ນ “ຢາກ​ຟັງ​ຂໍ້​ແກ້​ໄຂ​ ສຳ​ຫລັບ​ບັນຫາ​
ຕ່າງ​ໆ ທີ່​ເກີດ​ຂຶ້ນຢູ່​ໃນ​ຊຸມ​ຊົນ​ຊາວ​ຜິດ​ດຳ ທີ່​ຈິງ​ແລ້ວ​ຢູ່​ໃນ​ສະຫະລັດ ​ເທົ່າ​ນັ້ນ​ແຫຼະ.”

Your browser doesn’t support HTML5

Watch: VOA Video of the Justice or Else Rally