ທ່ານແອແດມ ຊິຟ ສະມາຊິກສະພາຕ່ຳທີ່ສັງກັດພັກເດໂມແຄຣັດ ໄດ້ກ່າວປ້ອງກັນຢ່າງແຂງຂັນແລະໜ້າປະທັບໃຈ ຕໍ່ການຮຽກຮ້ອງໃຫ້ສືບສວນເບິ່ງຄວາມສຳພັນຂອງປະທານາທິບໍດີດໍໂນລ ທຣຳ ກັບຣັດເຊຍ ໃນຂະນະທີ່ມີການຮຽກຮ້ອງໂດຍປະທານາທິບໍດີ ແລະສະມາຊິກສະພາພັກຣີພັບບລີກັນ ໃຫ້ທ່ານລາອອກຈາກຄະນະກຳມະການ ທີ່ທ່ານເປັນປະທານຢູ່ນັ້ນ.
ທ່ານຊິຟ ເປັນປະທານຄະນະກຳມະການສືບລັບ ທີ່ມີອິດທິພົນ ຂອງສະພາຕ່ຳ. ເຖິງແມ່ນລັດຖະມົນຕີກະຊວງຍຸຕິທຳ ທ່ານໂຣເບີດ ບາກ່າວວ່າ ລາຍງານຂອງທ່ານມັລເລີ ສະແດງໃຫ້ເຫັນວ່າ ທ່ານທຣຳບໍ່ມີຄວາມຜິດໃນການສົມຮູ້ຮ່ວມຄິດກໍຕາມ ທ່ານຊິຟຍັງສືບຕໍ່ໂຕ້ແຍ້ງວ່າ ການກະທຳຂອງທ່ານທຣຳ ທັງກ່ອນແລະຫຼັງການເລືອກຕັ້ງ ພິສູດໃຫ້ເຫັນເຖິງຄວາມຜິດຂອງທ່ານ.
ທ່ານຊິຟກ່າວໃນຕອນເລີ້ມຕົ້ນການຮັບຟັງຄຳໃຫ້ການຂອງຄະນະກຳມະການໃນວັນພະຫັດວານນີ້ວ່າ “ຂ້າພະເຈົ້າຄິດວ່າ ມັນເປັນເລື້ອງທີ່ຜິດສິນທຳ ຂ້າພະເຈົ້າຄິດວ່າ ມັນເປັນເລື້ອງທີ່ຂາດຈັນຍາບັນ ຂ້າພະເຈົ້າຄິດວ່າ ມັນເປັນເລື້ອງທີ່ບໍ່ຮັກຊາດ ແລະຖືກຕ້ອງ ຂ້າພະເຈົ້າຄິດວ່າ ມັນເປັນເລື້ອງເສື່ອມເສຍ ແລະຫຼັກຖານກ່ຽວກັບການສົມຮູ້ຮ່ວມຄິດ.”
ສະມາຊິກສະພາຈາກລັດຄາລີຟໍເນຍໄດ້ຊີ້ໃຫ້ເຫັນເຖິງການຕິດຕໍ່ລະຫວ່າງຄະນະຂອງທ່ານທຣຳແລະຣັດເຊຍຊຶ່ງບາງຄົນໃນຄະນະຂອງທ່ານໄດ້ພາກັນຕົວະແລະປະທານາທິບໍດີຍັງສືບຕໍ່ດຳເນີນການທາງດ້ານອະສັງຫາລິມມະຊັບຢູ່ຣັດເຊຍຫຼັງຈາກທີ່ທ່ານໄດ້ຖືກເລືອກແລ້ວ.
ທ່ານຍັງໄດ້ໃຫ້ຄວາມເຫັນໂຈມຕີສະມາຊິກຂອງພັກຣີພັບບລີກັນຢູ່ໃນສະພາຕ່ຳ ຜູ້ທີ່ທ່ານໄດ້ກ່າວຫາວ່າໃຫ້ການອະນຸມັດຕໍ່ການປະພຶດຂອງປະທານາທິບໍດີນັ້ນ.
ທ່ານຊິຟກ່າວວ່າ “ທ່ານອາດຈະກ່າວວ່າທັງໝົດນັ້ນແມ່ນເປັນທີ່ຮັບເອົາໄດ້ ທ່ານ ອາດຈະກ່າວວ່າ ມັນເປັນສິ່ງທີ່ທ່ານຈຳເປັນຕ້ອງໄດ້ເຮັດເພື່ອເອົາຊະນະ ແຕ່ຂ້າພະເຈົ້າຄິດວ່າ ມັນເປັນສິ່ງທີ່ຮັບເອົາບໍ່ໄດ້ ແລະວັນເວລາທີ່ພວກເຮົາຄິດວ່າ ມັນເປັນທີ່ຮັບເອົາໄດ້ນັ້ນ ແມ່ນວັນເວລາ ທີ່ພວກເຮົາຈະເບິ່ງຢ້ອນຄືນຫຼັງ ແລະກ່າວວ່າ ອາເມຣິກາໄດ້ສູນເສຍທິດທາງຂອງຕົນແລ້ວ.”
Congressman Adam Schiff, who spent two years knowingly and unlawfully lying and leaking, should be forced to resign from Congress!
— Donald J. Trump (@realDonaldTrump) March 28, 2019
ໃນຕອນເຊົ້າວັນພະຫັດວານນີ້ ທ່ານທຣຳໄດ້ທວງໃຫ້ທ່ານຊິຟລາອອກຈາກຕຳແໜ່ງ.
ທ່ານທຣຳໄດ້ຂຽນລົງໃນທວີດເຕີ້ ໂດຍບໍ່ໄດ້ກ່າວຢ່າງສະເພາະເຈາະຈົງວ່າທ່ານຊິຟໄດ້ຕົວະກ່ຽວກັບເລື້ອງຫຍັງແທ້ໂດຍກ່າວວ່າ “ສະມາຊິກສະພາຕ່ຳແອແດມ ຊິຟ ທີ່ໄດ້ໃຊ້ເວລາສອງປີຕົວະລ່າຍທັງໆທີ່ຮູ້ແລະຜິດກົດໝາຍແລະກໍເປີດເຜີຍຂໍ້ມູນລັບ ຄວນຖືກບັງຄັບໃຫ້ລາອອກ ຈາກການເປັນສະມາຊິກລັດຖະສະພາ.” ບໍ່ມີຫລັກຖານໃດໆທີ່ສະແດງໃຫ້ເຫັນວ່າ ທ່ານຊິຟໄດ້ເປີດເຜີຍຂໍ້ມູນລັບໃດໆຕໍ່ພວກນັກຂ່າວ.
ສະມາຊິກສະພາຕ່ຳທີ່ສັງກັດພັກຣີພັບບລີກັນໄດ້ໃຫ້ການສະໜັບສະໜຸນຕໍ່ການຢືນຢັດຂອງທ່ານທຣຳ ທີ່ຢາກໃຫ້ທ່ານຊິຟລາອອກ ຢ່າງໜ້ອຍກໍແມ່ນຈາກຄະນະກຳມະການສືບລັບ.
ທ່ານໄມຄ໌ ຄອນເວ ຈາກລັດເທັກຊັສ ກ່າວຕໍ່ທ່ານຊິຟວ່າ “ພວກເຮົາບໍ່ມີຄວາມເຊື່ອໝັ້ນໃນຄວາມສາມາດຂອງທ່ານທີ່ຈະເຮັດວຽກໄດ້.”
ປະທານສະພາຕ່ຳ ທ່ານນາງແນນຊີ ເພໂລຊີ ໄດ້ກ່າວປ້ອງກັນທ່ານຊິຟ ແລະເອີ້ນທ່ານທຣຳ ແລະສະມາຊິກະພັກຣີພັບບລີກັນ ທີ່ຕ້ອງການໃຫ້ທ່ານຊິຟລາອອກນັ້ນວ່າ “ເປັນຄົນຂີ້ຂາດ ຢ້ານຄວາມຈິງ. ພວກເຂົາເຈົ້າຢ້ານຄວາມສາມາດໃນການເຮັດວຽກແບບມີປະສິດທິພາບ.”
ທ່ານນາງເພໂລຊີ ໄດ້ທວງໃຫ້ທ່ານບາ ລັດຖະມົນຕີກະຊວງຍຸຕິທຳ ມອບລາຍງານທັງໝົດຂອງທ່ານມັລເລີ ຊຶ່ງກ່າວກັນວ່າຍາວ 300 ໜ້ານັ້ນ ໃຫ້ແກ່ສະພາ. ທ່ານນາງແລະສະມາຊິກພັກເດໂມແຄຣັດຄົນອື່ນໆກ່າວວ່າ ເຂົ້າບໍ່ຕ້ອງການບົດສະຫລຸບຂອງທ່ານບາຕື່ມອີກ.