ກະຊວງຍຸຕິທຳ ທີ່ປາບປາມ ການເປີດເຜີຍ ຂໍ້ມູນລັບ ອາດຈະແນເປົ້າ ໃສ່ພວກນັກຂ່າວ

ັລັດຖະມົນຕີ ກະຊວງຍຸຕິທຳ ສະຫະລັດ ທ່ານ Jeff Sessions ພ້ອມດ້ວຍຫົວໜ້າຕໍ່ຕ້ານການສືບລັບແລະສູນກາງຄວາມໝັ້ນຄົງ ທ່ານ William Evanina (ຊ້າຍ) ແລະຫົວໜ້າ ອົງການສືບລັບແຫ່ງຊາດ ທ່ານ Dan Coats ພວມຖະແຫຼງຂ່າວ ທີ່ກະຊວງຍຸຕິທຳ ໃນນະຄອນວໍຊິງຕັນ. (4 ສິງຫາ 2017)

ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ​ຂອງ​ສະຫະລັດ ທ່ານ Jeff Sessions ​ເຕືອນ​ພວກ​ນັກ​ຂ່າວ​ ​ໃນ​ຂະນະ​ທີ່​ທ່ານ​ເລີ້ມລົງມືປາບ​ປາມ​ ພວກ​ທີ່​ລັກ​ເປີດ​ເຜີຍ​ຂໍ້​ມູນ​ລັບ ທີ່​ໄດ້​ມີ​ຂຶ້ນຢ່າງ​ຕໍ່​ເນື່ອງ ນັບ​ແຕ່​ລັດຖະບານ​ທ່ານ​ທຣຳ ​ເຂົ້າຮັບ​ຕຳ​ແໜ່​ງ​ໃນ​ເດືອນ​ມັງກອນ ຕົ້ນປີນີ້.

ທ່ານ​ Sessions ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ “ພວກ​ເຮົາ​ໃຫ້​ການ​ເຄົາລົບ​ຕໍ່​ຄວາມ​ສຳຄັນ ກ່ຽວ​ກັບ​ບົດບາດ​ຂອງ​ອົ​ງການ​ຂ່າວ ​ແລະ​ຈະ​ໃຫ້ການ​ເຄົາລົບ​ແກ່​ພວກ​ເຂົາ ​ແຕ່​ບໍ່​ແມ່ນ​ວ່າ ​ແບບ​ບໍ່​ມີ​ຂີດ​ຈຳກັດ” ​ໃນ​ຂະນະ​ທີ່​ທ່ານປະກາດ​ວ່າ ກະຊວງ​ຍຸຕິ​ທຳ​ ໄດ້ສືບສວນ ກ່ຽວ​ກັບ​ການ​ຮົ່ວ​ໄຫລ​ຂອງ​ຂໍ້​ມູນ ​ເພີ່ມຂຶ້ນ​ເປັນຫຼາຍກວ່າ​ສາມ​ເທົ່າ ​ໃນ​ປີນີ້.

ທ່ານ Sessions ​ເວົ້າວ່າ ກະຊວງ​ຍຸຕິ​ທຳ ກຳລັງ​ທົບ​ທວນ​ເບິ່ງ​ກົດ​ລະບຽບ ກ່ຽວ​ກັບ​ການ​ອອກ​ໝາຍ​ສານ​ເພື່ອ​ກວດເບິ່ງບັນທຶກ​ຂອງ​ພວກ​ນັກ​ຂ່າວ ​ໃນ​ຖານະ​ທີ່​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພີ່ມ​ຕື່ມ ​ເພື່ອ​ສືບ​ສວນ​ແລະ​ດຳ​ເນີນ​ຄະດີ​ພວກ​ທີ່​ເປີດ​ເຜີຍຂໍ້​ມູນ​ຄວາມ​ລັບ.

Your browser doesn’t support HTML5

Sessions: 'Culture of Leaking Must Stop'

​ກົດ​ລະບຽບ​ ທີ່​ເລີ້ມມີ​ການຈັດຕັ້ງປະຕິບັດ​ໂດຍ​ລັດຖະບານ​ທ່ານ​ໂອ​ບາ​ມາ ​ໃນ​ປີ 2015 ນັ້ນ ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງຍາກ​ຕື່ມ​ຂຶ້ນທີ່​ກະຊວງ​ຍຸຕິ​ທຳ ຈະ​ອອກ​ໝາຍ​ສານ ​ເພື່ອ​ນຳ​ເອົາບັນທຶກ​ໂທລະສັບ​ແລະ​ອີ​ແມ​ລຂອງ​ພວກ​ນັກ​ຂ່າວ ມາສະ​ເໜີ​ຕໍ່​ສານ ​ໃນ​ການ​ສືບສວນ​ກ່ຽວ​ກັບ​ການ​ຮົ່ວ​ໄຫລ​ຂອງ​ຄວາມ​ລັບ​ນັ້ນ.

​ໃນ​ຂະນະ​ທີ່​ກົດ​ລະບຽບ ບໍ່​ໄດ້​ມີ​ຜົນບັງຄັບ​ທາງ​ກົດໝາຍ ພວກ​ສະໜັບ​ສະໜຸນ​ສິດ​ເສລີ ພາບ​ໃນ​ດ້ານ​ການ​ຂ່າວ ຈຶ່ງ​ມອງ​ເຫັນ​ວ່າ ມັນ​ມີ​ຄວາມ​ສຳຄັນ​ຕໍ່​ຄວາມ​ສາມາດ​ ​ໃນ​ການ​ຕິດ​ຕໍ່​ໂອ້​ລົມ​ຂອງ​ພວກ​ນັກ​ຂ່າວ ກັບ​ແຫຼ່ງຂ່າວ​ທີ່​ໜ້າ​ເຊື່ອ​ຖື.

ອົງການ​ຄຸ້ມ​ຄອງ​ນັກ​ຂ່າວ CPJ ​ທີ່​ມີ​ສຳນັກງານ ​ຢູ່​ນະຄອນ​ນິວຢອກ ກ່າວ​ວ່າ ການປັບ​ປ່ຽນໃນ​ກົດ​ລະບຽບ​ ກ່ຽວ​ກັບ​ການ​ອອກ ​ໝາຍ​ສານ ຈະ​ມີ​ຜ່ອນ​ກະທົບ​ຢ່າງ​ຮ້າຍ​ແຮງ ​ຕໍ່​ສິດ​ເສລີພາບ​ໃນ​ດ້ານ​ການ​ຂ່າວ.

Your browser doesn’t support HTML5

Sessions: Leaks Are ‘Undermining The Ability of Our Government to Protect This Country’

ທ່ານ Alex Ellerbeck ນັກຄົ້ນຄວ້າ​ຂອງ​ອົງການ​ຄຸ້ມ​ຄອງ​ນັກ​ຂ່າວ CPJ ກ່າວ​ຢູ່​ໃນ​ຖະ​ແຫຼງ ການ​ສະ​ບັນ​ນຶ່ງ​ວ່າ “ການ​ຫຼຸດຜ່ອນ ​ໃນ​ການ​ປົກ​ປ້ອງ​ແບບ​ຈຳກັດ ​ໃນ​ການ​ສື່ສານ​ໂອ້​ລົມ ລະຫວ່າງ​ພວກ​ນັກ​ຂ່າວ ​ແລະແຫຼ່ງຂ່າວ​ຂອງ​ພວກ​ເຂົາ​ເຈົ້າ​ແລ້ວ ຈະ​ເຮັດ​ໃຫ້ຄວາມ​ສາມາດ​ ຂອງສາທາລະນະ​ຊົນ ມີ​ໜ້ອຍ​ລົງ ​ເພື່ອ​ບັງຄັບ​ໃຫ້​ພວກ​ຜູ້ນຳ​ທີ່​ຖືກ​ເລືອກ ​ເປັນ​ຜູ້​ຮັບຜິດຊອບ ​ແລະ​ເຮັດ​ໃຫ້​ມາດຕະຖານ​ທີ່​ໄດ້​ມາ​ດ້ວຍ​ຄວາມ​ຍາກ​ລຳບາກ​ນັ້ນ ອ່ອນ​ແອ​ລົງ ​ໃນ​ການ​ປົກ​ປ້ອງ​ແຫຼ່ງຂ່າວ ຢູ່​ໃນ​ທົ່ວ​ໂລກ.”

ກະຊວງ​ຍຸຕິ​ທຳ​ໄດ້​ດັດ​ແປງ​ກົດ​ລະບຽບ​ຂອງ​ຕົນ ​ໃນ​ປີ 2015 ຫລັງ​ຈາກ​ມີ​ການ​ເປີດ​ເຜີຍ​ວ່າ ຕົນ​ໄດ້​ຮັບ​ບັນທຶກ​ໂທລະສັບ​ຂອງ​ນັກ​ຂ່າວ ອົງການ​ຂ່າວ​ເອພີມາ​ຢ່າງ​ລັບໆ ​ແລະ​ໄດ້​ລະບຸ​ນັກ​ຂ່າວ​ຂອງ​ໂທລະພາບ Fox News ວ່າ ​ເປັນ​ຜູ້​ສົມຮູ​ຮ່ວມ​ຄິດ ​ໃນ​ການ​ສືບສວນ​ກ່ຽວ​ກັບ​ການ​ຮົ່ວ​ໄຫຼຂອງ​ຂໍ້​ມູນ ອີກ​ຄັ້ງນຶ່ງ​ຕ່າງຫາກ​ນັ້ນ.

ນະ​ໂຍບາຍ​ທີ່​ໄດ້​ມີ​ການ​ປ່ຽນ​ແປງ​ໃໝ່ ​ແມ່ນ​ຮຽກຮ້ອງ​ໃຫ້​ເພີ່ມ​ ລະດັບ​ໃນ​ການ​ອະນຸມັດຕື່ມ ກ່ອນ​ທີ່ຈະ​ອອກ​ໝາຍ​ສານ​ຮຽກ​ຕົວ​ພວກ​ນັກ​ຂ່າວ​.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ