ສານສູງສຸດສະຫະລັດໄດ້ອອກຄໍາສັ່ງຊົ່ວຄາວ ອະນຸຍາດໃຫ້ລັດຖະບານປະທານາທິບໍ
ດີທຣໍາ ຮັກສານະໂຍບາຍທີ່ເຄັ່ງຄັດ ກ່ຽວກັບອົບພະຍົບ ໂດຍປະໄວ້ຊົ່ວຄາວ ການຕັດ
ສິນຂອງສານຊັ້ນຕົ້ນ ທີ່ອະນຸຍາດໃຫ້ຮັບເອົາອົບພະຍົບຈຳນວນນຶ່ງເຂົ້າມາໃນປະເທດ
ຈົນຮອດວັນອັງຄານມື້ນີ້.
ຜູ້ພິພາກສາ Anthony Kennedy ໄດ້ອອກຄຳສັ່ງຊົ່ວຄາວ ໃນວັນຈັນວານນີ້ ແລະໄດ້
ຮ້ອງຂໍໃຫ້ພວກທີ່ທ້າທາຍ ກ່ຽວກັບການຫ້າມເຂົ້າປະເທດຂອງພວກອົບພະຍົບ ຍື່ນຄຳ
ຮ້ອງຕ່າງຫາກພາຍໃນຕອນທ່ຽງຂອງວັນອັງຄານມື້ນີ້.
ສານອຸທອນເຂດ 9 ໄດ້ຕັດສິນໃນສັບປະດາແລ້ວນີ້ວ່າ ພວກອົບພະຍົບໄດ້ຮັບອະນຸ
ຍາດໃຫ້ເຂົ້າມາໃນສະຫະລັດໄດ້ ຖ້າອົງການຕັ້ງຖິ່ນຖານໃໝ່ ຢູ່ໃນສະຫະລັດໄດ້ຕົກ
ລົງ ຮັບເອົາກໍລະນີຂອງພວກເຂົາເຈົ້າ ຊຶ່ງອາດຈະຮວມທັງ ພວກອົບພະຍົບທັງໝົດ
24,000 ຄົນ.
ແຕ່ກະຊວງຍຸຕິທຳສະຫະລັດ ໄດ້ທ້າທາຍວ່າ ການຕັດສິນທີ່ຍື່ນໄປຫາສານສູງສຸດໃນ
ວັນຈັນວານນີ້ ໂດຍເວົ້າວ່າ “ຈະເປັນການລົບກວນ ຕໍ່ສະຖານະພາບ ແລະ ລົບກວນ
ການຈັດຕັ້ງປະຕິບັດຕໍ່ຂໍ້ກຳນົດວ່າດ້ວຍອົບພະຍົບ.”
ໄອຍະການສານສູງສຸດ ສະຫະລັດ ທ່ານ Anthony Kennedy ກ່າວລະຫວ່າງພິທີສາບານໂຕເຂົ້າຮັບຈຳແໜ່ງຂອງ ໄອຍະການ Neil Gorsuch.
ການຍື່ນດັ່ງກ່າວນີ້ ແມ່ນການປ່ຽນແປງຫລ້າສຸດ ໃນການຕໍ່ສູ້ທາງດ້ານກົດໝາຍ ທີ່
ຍັງດຳເນີນຢູ່ຕໍ່ມາກ່ຽວກັບດຳລັດຂອງປະທານາທິບໍດີທຣຳ ສະບັບວັນທີ 6 ມີນາທີ່
ຫ້າມພວກເດີນທາງຈາກອີຣ່ານ ຊີເຣຍ ລີເບຍ ໂຊມາເລຍ ຊູດານ ແລະເຢເມນ ບໍ່ໃຫ້
ເຂົ້າມາໃນສະຫະລັດເປັນເວລາ 90 ວັນ ຊຶ່ງເປັນການເຄື່ອນໄຫວທີ່ປະທານາທິບໍດີ
ທຣຳ ໂຕ້ແຍ້ງວ່າ ມີຄວາມຈຳເປັນເພື່ອປ້ອງກັນບໍ່ໃຫ້ພວກກໍ່ການຮ້າຍໂຈມຕີ. ດຳລັດ
ສະບັບດຽວກັນນີ້ ແມ່ນຮວມທັງການຫ້າມເປັນເວລາ 120 ວັນຕໍ່ພວກອົບພະຍົບ.
ສານຊັ້ນຕົ້ນໄດ້ຂັດຂວາງຕໍ່ຂໍ້ຫ້າມທັງທັງ ແຕ່ໃນເດືອນມິຖຸນາ ສານສູງສຸດໄດ້ອະນຸ
ຍາດໃຫ້ບາງສ່ວນຂອງດຳລັງ ມີຜົນໃຊ້ໄດ້ເປັນການຊົ່ວຄາວ. ຜູ້ພິພາກສາກ່າວວ່າ
ການຫ້າມດັ່ງກ່າວນີ້ສາມາດນຳໃຊ້ໄດ້ຕໍ່ພວກຜູ້ຄົນທີ່ບໍ່ມີຄວາມສຳພັນທີ່ແທ້ຈິງ ກັບ
ຜູ້ຄົນຫລືອົງການຢູ່ໃນສະຫະລັດ ຊຶ່ງໄດ້ພາໃຫ້ມີການຟ້ອງຮ້ອງກ່ຽວກັບຄວາມໝາຍ
ຂອງຄຳເວົ້າດັ່ງກ່າວ.