ການເລືອກຄະນະຕຸລາການ ໃນຄະດີຂອງຕຳຫຼວດ ທີ່ຖືກກ່າວຫາ ໃນການຕາຍຂອງທ້າວ ຈອຣ໌ຈ ຟລອຍດ໌ ໄດ້ເລີ່ມຂຶ້ນແລ້ວ

ໃນພາບຈາກວິດີໂອນີ້, ທະນາຍຄວາມທ່ານ ເອຣິກ ແນລສັນ, ຊ້າຍ, ແລະ ຈຳເລີຍ, ອະດີດຕຳຫຼວດ ທ່ານ ເດວິດ ໂຊວິນ, ຂວາ, ຟັງໃນລະຫວ່າງການເລືອກຄະນະຕຸລາການໃນຄະດີຂອງທ່ານ ໂຊວິນ, ຢູ່ສານເມືອງ ເຮັນເນພິນ, ນະຄອນມິນເນອາໂປລິສ, ລັດ ມິນເນໂຊຕ້າ. 9 ມີນາ, 2021.

ການເລືອກຄະນະຕຸລາການໄດ້ເລີ່ມຂຶ້ນໃນວັນອັງຄານວານນີ້ ໃນການດຳເນີນຄະດີຄາດຕະກຳຂອງອະດີດເຈົ້າໜ້າທີ່ຕຳຫຼວດນະຄອນ ມິນເນອາໂປລິສ, ລັດ ມິນເນໂຊຕ້າ, ທ່ານ ເດວິດ ໂຊວິນ, ຜູ້ທີ່ຖືກກ່າວຫາ ກ່ຽວກັບ ການຂ້າຜູ້ຊາຍຜິວດຳ ທ້າວ ຈອຣ໌ຈ ຟລອຍດ໌, ໃນການຈັບກຸມທີ່ໄດ້ກໍ່ໃຫ້ເກີດການປະທ້ວງຫຼາຍເດືອນໃນທົ່ວໂລກ ເພື່ອຕໍ່ຕ້ານການລະເມີດຂອງຕຳຫຼວດຕໍ່ຊົນກຸ່ມນ້ອຍ.

ທ່ານ ໂຊວິນ ອາຍຸ 44 ປີ, ເຊິ່ງແມ່ນຄົນຂາວ, ໄດ້ປະເຊີນກັບຂໍ້ກ່າວຫາຄາດ ຕະກຳລະດັບສອງ ແລະ ການຂ້າຄົນໂດຍບໍ່ໄຕ່ຕອງໄວ້ໃນການຕາຍຂອງທ້າວ ຟລອຍດ໌ ເມື່ອເດືອນພຶດສະພາປີກາຍນີ້. ລາວໄດ້ເສຍຊີວິດໃນລະຫວ່າງ ການຖືກຄວບຄຸມຕົວໂດຍຕຳຫຼວດ ຫຼັງຈາກທ່ານ ໂຊວິນ ໄດ້ໃຊ້ຫົວເຂົ່າເຕັງໃສ່ຄໍຂອງລາວດົນກວ່າ 8 ນາທີ ໃນຂະນະທີ່ທ້າວ ຟລອຍດ໌ ໄດ້ຮ້ອງວ່າລາວຫາຍໃຈບໍ່ໄດ້.

ຜູ້ພິພາກສາດຳເນີນຄະດີທ່ານ ປີເຕີ ເຄຮິລ ໄດ້ເລີ່ມການເລືອກຄະນະຕຸລາການເຖິງແມ່ນວ່າມັນຍັງບໍ່ກະຈ່າງແຈ້ງວ່າທ່ານ ໂຊວິນ ຈະໄດ້ປະເຊີນກັບຂໍ້ກ່າວຫາຄາດຕະກຳລະດັບສາມຕື່ມຫຼືບໍ່ກໍຕາມ. ບັນດາໄອຍະການໄດ້ຂໍໃຫ້ສານອຸທອນ ລັດມິນເນໂຊຕ້າ ຢຸດການດຳເນີນຄະດີໄວ້ຊົ່ວຄາວ ຈົນກວ່າການອອກຂໍ້ກ່າວຫາເພີ່ມເຕີມໄດ້ຖືກແກ້ໄຂ.

ແຕ່ສານອຸທອນ ບໍ່ໄດ້ຕັດສິນໃນທັນທີ ກ່ຽວກັບ ການຂໍຮ້ອງ ທີ່ວ່ານັ້ນ. ທ່ານ ເຄຮິລ ໄດ້ກ່າວວ່າ “ນອກຈາກວ່າສານອຸທອນຈະບອກຂ້າພະເຈົ້າ, ພວກເຮົາຈະສືບຕໍ່” ກັບການເລືອກຄະນະຕຸລາ ການ.

ມັນອາດໃຊ້ເວລາດົນເຖິງ 3 ອາທິດ ເພື່ອເລືອກຄະນະຕຸລາການ ແລະ ຜູ້ສຳຮອງເຖິງ 4 ຄົນ, ດ້ວຍການໄຂການອະພິປາຍໃນກໍລະນີດັ່ງກ່າວແມ່ນບໍ່ຄາດວ່າຈະເກີດຂຶ້ນກ່ອນວັນທີ 29 ມີນາ. ດ້ວຍຂໍ້ຫ້າມໄວຣັສໂຄໂຣນາຖືກກຳນົດໃຊ້ນັ້ນ, ຄະນະຕຸລາການຈະນັ່ງສອງແມັດຫ່າງກັນຢູ່ໃນຫ້ອງສານ.

ກ່ອນໜ້ານີ້, ຜູ້ທີ່ຄາດວ່າຈະເປັນຄະນະຕຸລາການໄດ້ຮັບຄຳຖາມຍາວ 16 ໜ້າ ກ່ຽວກັບ ຄະດີດັ່ງກ່າວ, ເພື່ອຖາມເຂົາເຈົ້າກ່ຽວກັບທັດສະນະຄະຕິຂອງເຂົາເຈົ້າ ຕໍ່ການປັດຕິບັດໜ້າທີ່ຂອງຕຳ ຫຼວດ, ລະບົບຍຸຕິທຳ ແລະ ການເຄື່ອນໄຫວສະໜັບສະໜູນຄື ຊີວິດຄົນດຳກໍສຳຄັນ. ຜູ້ທີ່ຈະເປັນຄະນະຕຸລາການໄດ້ຖືກຂໍໃຫ້ເປີດເຜີຍທຸກຢ່າງ ທີ່ເຂົາເຈົ້າຮູ້ ກ່ຽວກັບ ກໍລະນີການຕາຍຂອງທ້າວ ຟລອຍດ໌ ທີ່ຖືກເຜີຍແຜ່ຢ່າງກວ້າງຂວາງ, ພິທີສົ່ງສະການທີ່ຖືກສາຍອອກໂທລະພາບທົ່ວ ປະເທດ ແລະ ການປະທ້ວງຕໍ່ຕ້ານຕຳຫຼວດໃນຫຼາຍອາທິດຫຼັງຈາກນັ້ນ.

ຄຳຖາມທີ່ວ່ານັ້ນຍັງໄດ້ຖາມຜູ້ທີ່ຄາດວ່າຈະເປັນຄະນະຕຸລາການວ່າ ເຂົາເຈົ້າໄດ້ເຂົ້າຮ່ວມໃນການປະທ້ວງດັ່ງກ່າວຫຼືບໍ່, ແລະ ເຂົາເຈົ້າຖືປ້າຍຫຼືບໍ່, ແລະຂໍ້ຄວາມຂອງເຂົາເຈົ້າເວົ້າຫຍັງ.

ອ່ານຂ່າວນີ້ເປັນພາສາອັງກິດ