ການປ່ອນບັດ ໃນເດືອນ ມິຖຸນາ ຈະຊີ້ຂາດ ການເລືອກຕັ້ງ ປ. ອັຟການິສຖານ (ວີດີໂອ)

ອະດີດລັດຖະມົນຕີການຕ່າງປະເທດ ທ່ານ Abdullah Abdullah ຖະແຫຼງຕໍ່ພວກນັກຂ່າວ ທີ່ນະຄອນກາບູລ (14 ພຶດສະພາ 2014)

ການ​ເລືອກ​ຕັ້ງ​ປະທານາທິບໍດີ​ອັຟກາ​ນິສຖານ ຈະມີ​ການ​ປ່ອນ​ບັດ
​ເລືອກ​ຕັ້ງ​ຂັ້ນ​ຊີ້​ຂາດ​ໃນ​ວັນ​ທີ 14 ມິຖຸນານີ້ ຫລັງ​ຈາກ​ບໍ່​ມີ​ຜູ້​ສະໝັກ​
ຄົນ​ໃດ​ ໄດ້​ຮັບຄະແນນ​ສຽງຢ່າງ​ຂາດ​ຮອຍ ກາຍຫ້າສິບເປີເຊັນ​ໃນ
​ການ​ເລືອກ​ຕັ້ງ ຮອບ​ທຳ​ອິດ​ນັ້ນ.

ຄະນະ​ກຳມະການ​ເລືອກ​ຕັ້ງ​ອັຟກາ​ນິສຖານ ກ່າວ​ໃນ​ວັນ​ພະຫັດ​ມື້​
ນີ້​ວ່າ ຜົນ​ການນັບຄະແນນສຽງ ຂັ້ນສຸດ​ທ້າຍ ໃນການ​ເລືອກ​ຕັ້ງ​
ເມື່ອ​ເດືອນ​ແລ້ວນີ້ສະ​ແດງ​ໃຫ້​ເຫັນ​ວ່າ ອະດີດ​ລັດຖະມົນຕີ​ຕ່າງປະ
​ເທດທ່ານ​ Abdullah Abdullah ໄດ້​ຮັບຄະແນນສຽງ 45 ​ເປີ​ເຊັນ ​
ຂອງ​ຈຳນວນບັດ ທີ່ປ່ອນ​ທັງ​ໝົດ ​ແລະ​ທ່ານ Ashraf Ghani ອະ
ດີດ​ນັກ​ເສດຖະສາດ​ປະຈຳ​ທະນາຄານ​ໂລກມາ​ໃນ​ອັນ​ດັບ​ສອງຄື​
ໄດ້​ຮັບຄະແນນສຽງ ​32 ​ເປີ​ເຊັນ.

ບັນດາ​ຜູ້​ປ່ອນ​ບັດ​ຈະ​ເລືອກ​ເອົາລະ​ຫວ່າງ​ຜູ້​ສະໝັກ​ທັງ​ສອງ​ໃນ​ການ ແຂ່ງຂັນ​ກັນ ​ຮອບຕັດສິນ​ຊີ້​ຂາດ.

ທ່ານ Zalmai Rassoul ​ໄດ້​ຮັບ​ສຽງ​ສະໜັບສະໜຸນ ​ໃນ​ອັນ​ດັບ​ສາມ ​ແລະ​ທ່ານ​ໄດ້​ໃຫ້ການ​ສະໜັບສນະ​ໜຸນ​ທ່ານ​ Abdullah. ທ່ານ Rassoul ກ່າວຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້​ວ່າ ຄຳ​ຕັດສິນ​ໃຈ ຂອງ​ທ່ານ​ແມ່ນ​ອີງໃສ່​ຄວາມ​ຕ້ອງການ​ເພື່ອ​ຄວາມ​ສາມັກຄີ​ຊາດ​ແລະ​ສະຖຽນລະ​ພາບ.

ຜູ້​ໃດ​ກໍ​ຕາມ​ທີ່​ຊະນະ​ໃນ​ການ​ເລືອກ​ຕັ້ງ​ຮອບ​ສອງ​ຫຼື​ຮອບ​ຊີ້​ຂາດ ຈະ​ຂຶ້ນ​ດຳລົງ​ຕຳ​ແໜ່​ງ​ແທນ​ປະທານາທິບໍດີ Hamid Karzai ​ທີ່​ໄດ້​ນຳພາ​ປະ ເທດ​ມາ​ຕັ້ງ​ແຕ່​ປີ 2001 ​ແລະ​ຖືກ​ຫ້າມ​ບໍ່​ໃຫ້​ສະໝັກ​ເລືອກ​ຕັ້ງ​ອີກ ອີງ​ຕາມ​ກົດໝາຍ​ລັດຖະທຳ​ມະນູນ​ຂອງ​ປະ​ເທດ​ນັ້ນ.

Your browser doesn’t support HTML5

AFGHANISTAN ELECTION VO