ຜູ້ພິພາກສາຄົນນຶ່ງຂອງບຣາຊີລ ໄດ້ຕັດສິນວ່າ ປະທານາທິບໍດີຂອງປະເທດບໍ່ສາມາດຈັດການສະເຫຼີມສະຫຼອງ ວັນເຮັດລັດຖະປະຫານ ໃນວັນທີ 31 ມີນາ ປີ 1964 ຊຶ່ງໄດ້ສ້າງຕັ້ງອຳນາດການປົກຄອງຜະເດັດການທະຫານ ຢູ່ໃນປະເທດບຣາຊີລ. ການເຮັດລັດຖະປະຫານດັ່ງກ່າວໄດ້ໂຄ່ນລົ້ມລັດຖະບານປະຊາທິປະໄຕຂອງປະເທດ.
ປະທານາທິບໍດີບຣາຊີລ ທ່ານຈາແອ ໂບລໂຊນາໂຣ ຕ້ອງການຢາກຈັດພິທີສະຫຼອງວັນຄົບຮອບ 55 ປີ ໃນການເຮັດລັດຖະປະຫານແລະໄດ້ສັ່ງໃຫ້ທາງກອງທັບວາງແຜນການການສະເຫຼີມສະຫຼອງ ໃນການໂຄ່ນລົ້ມລັດຖະບານຂອງປະທານາທິບໍດີໂຈອາວ ກູລລາດທ໌.
ຜູ້ພິພາກສາອີວານີ ຊິລວາ ດາ ລູສ ໄດ້ຫ້າມບໍ່ໃຫ້ຈັດການສະຫຼອງຊຶ່ງຈະມີຂຶ້ນໃນວັນອາທິດມື້ອື່ນນີ້ ໂດຍເວົ້າວ່າ ພິທີດັ່ງກ່າວຊຶ່ງໄດ້ຮັບການຕ້ອງຕິຢ່າງກວ້າງຂວາງນັ້ນ ແມ່ນບໍ່ “ເໝາະສົມກັບຂັ້ນຕອນໃນການຟື້ນຟູປະຊາທິປະໄຕ.” ຜູ້ພິພາກສາຍັງກ່າວຕື່ມວ່າ ວັນເວລາໃນການຈັດພິທີສະຫຼອງຕ້ອງໄດ້ຮັບການເຫັນພ້ອມຈາກສະພາ.
ປະຊາຊົນຊາວບຣາຊີລໄດ້ພາກັນກະກຽມໂດຍຜ່ານທາງສື່ສັງຄົມເພື່ອຈັດການປະທ້ວງໃນວັນອາທິດມື້ອື່ນນີ້ ຕໍ່ຕ້ານລະບອບການປົກຄອງແບບຜະເດັດການຂອງພວກທະຫານ ແລະລະນຶກເຖິງພວກເຄາະຮ້າຍ.
ໃນລະຫວ່າງການປົກຄອງແບບຜະເດັດການເປັນເວລາດົນເຖິງ 21 ປີນັ້ນ ມີປະຊາຊົນຢ່າງໜ້ອຍ 434 ຄົນໄດ້ຖືກຂ້າຕາຍຫຼືບໍ່ກໍຫາຍສາບສູນ.
ບໍ່ມີທະຫານຄົນໃດຖືກລົງໂທດ ໃນການກໍ່ອາຊະຍາກຳ ທີ່ເກີດຂຶ້ນໃນໄລຍະດັ່ງກ່າວ.
ທ່ານໂບລໂຊນາໂຣໄດ້ສະແດງຄວາມຮູ້ສຶກຊື່ນຊົມນຳພວກຜະເດັດການຢູ່ໃນຫຼາຍໆໂອກາດ.