ການດຳເນີນຄະດີ ນັກຂ່າວ ສະແດງໃຫ້ເຫັນ ການເອົາບາດກ້າວ ຕໍ່ເສລີພາບສື່ມວນຊົນ

ນັກຂ່າວເທີກີ ຍົກປ້າຍ ທ່ານ Ahmet Altan 19 ມິຖຸນາ, 2017, ຢູ່ຕໍ່ໜ້າຂອງສານ ໃນນະຄອນ Istanbul, ບ່ອນທີ່ໄດ້ຖືກ ດຳເນີນຄະດີ.

ໃນ​ສານ​ທີ່​ເຕັມ​ໄປ​ດ້ວຍ​ຜູ້​ຄົນຢູ່ນະຄອນ Istanbul ປະ​ເທດ​ເທີ​ກີ ​ໃນ​ການ​ດຳ​ເນີນ​ຄະດີ
​ພວກ​ນັກ​ຂ່າວ 17 ຄົນທີ່​ພົວພັນ​ກັບການກໍ່​ລັດຖະປະຫານ​ທີ່ປະສົບ​ກັບ​ຄວາມ​ລົ້ມ​ແຫຼວ ​
ໃນ​ເດືອນກໍລະກົດ​ປີ​ກາຍ​ນີ້ ແມ່ນ​ໄດ້​ເລີ່​ມ​ຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ ຊຶ່ງ​ທັງ​ໝົດໄດ້​ປະ​ເຊີນ​ໜ້າ
​ກັບ​ໂທດ​ໜັກທີ່​ຮວມທັງ ການຕິດ​ຄຸກຕະຫຼອດ​ຊີວິດ​ນຳ ຖ້າ​ຫາກ​ຖືກພົບ​ເຫັນວ່າ​ ມີ​ຄວາມ​ຜິດ.

​ບັນດາ​ໄອ​ຍະ​ການກ່າວ​ຫາ​ພວກ​ນັກ​ຂ່າວວ່າ ຢູ່​ໃນ​ກຸ່ມ​ຂອງ​ພວກ​ທີ່​ຕິດຕາມທ່ານ Fethu-
llah Gulen ​ນັກ​ສອນ​ສາສະໜາ ທີ່​ອາ​ໄສ​ຢູ່​ໃນ​ສະຫະລັດ ຜູ້​ຊຶ່ງ​ລັດຖະບານ​ເທີ​ກີ
ຖິ້ມ​ໂທດ​ໃສ່​ວ່າ ​ເປັນ​ຜູ້​ພະຍາຍາມ​ກໍ່​ລັດຖະປະຫານ​ນັ້ນ.

ທ່ານນາງ Nazli Ilicak ແມ່ນ​ເປັນນັກ​ຂຽນແຖວ​ໜ້າທີ່ໄດ້ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາທີ່​ວ່າ​ນີ້
ໂດຍ​ ກ່າວ​ຕໍ່​ສານ​ວ່າ ທ່ານ​ນາງແມ່ນ​ເປັນ​ຜູ້​ສະໜັບສະໜຸນ ປະທານາທິບໍດີ Recep
Tayyip Erdogan ກ່ອນ​ທີ່​ທ່ານ​ຈະ​ຂຶ້ນມາກຳ​ອຳ​ນາດ ​ແລະ​ໃຊ້​ຊີວິດ​ຂອງ​ທ່ານ​ນາງ
ຄັດຄ້ານ​ຕໍ່​ການ​ກໍ່​ລັດຖະປະຫານ ພ້ອມ​ທັງ​ການ​ຊີ້​ໃຫ້​ເຫັນ​ວ່າ ພໍ່​ຂອງ​ທ່ານ​ນາງ ກໍ​ແມ່ນ
​ລັດຖະມົນຕີ​ຂັ້ນ​ອະ​ວຸ​ໂສ ຜູ້​ຊຶ່ງ​ໄດ້​ຕິດ​ຄຸກ ຫຼັງຈາກ​ທີ່​ໄດ້​ເກີດ​ການ​ກໍ່​ລັດຖະປະຫານ ​
ແລະ​ຍຶດອຳນາດ​ໂດຍພວກ​ທະຫານ​ໃນ​ຊຸມ​ປີ 1960.

ທ່ານ​ນາງ Ilicak ໄວ 74 ປີ ພ້ອມ​ທັງ​ທ່ານ Mehmet ​ແລະທ່ານ Ahmet Altan ແມ່ນ
​ພວກ​ທີ່ຢູ່​ໃນ​ກຸ່ມນັກ​ຂຽນ​ແລະ​ນັກຂ່າວ​ທີ່​ເປັນ​ທີ່​ຮູ້ຈັກ​ກັນ​ດີ ​ໃນ​ແວດ​ວົງ​ສັງຄົມ ທີ່​ປະ​ເຊີນ
ໜ້າ​ກັບ​ການ​ຖືກ​ລົງ​ໂທດ ຊຶ່ງ​ທັງ​ສາມທ່ານ ​ໄດ້​ຖືກ​ຄຸມ​ຂັງມາເປັນ​ເວລາ​ຫຼາຍໆ​ເດືອນ
ກ່ອນ​ການ​ດຳ​ເນີນ​ຄະດີ.

ນຶ່ງ​ໃນ​ສາມ​ຊົ່ວ​ໂມງ​ທຳ​ອິດ ຂອງ​ການ​ດຳ​ເນີນ​ຄະດີ​ໃນ​ວັນ​ຈັນ​ວານ​ນີ້ ​ແມ່ນ​ການ​ອ່ານ​
ລາຍ​ງານ​ 200 ໜ້າ ກ່ຽວ​ກັບ​ເຫດຜົນ​ໃ​ນການຖືກ​ກ່າວ​ຫາ. ສ່ວນໃຫຍ່​ຂອງ​ຫຼັກ​ຖານ
​ແມ່ນ​ບໍ່​ໄດ້​ອ້າງ​ເຖິງ​ທີ່​ມາ​ໃນ​ການ​ປະພຶດ​ປະຕິບັດ​ຂອງ​ພວກ​ນັກ​ຂ່າວ​ເລີຍ ​ແຕ່ໄດ້​ເພັ່ງ
​ເລັງ​ໃສ່ນັກ​ສອນ​ສາສະໜາ Gulen. ຄະນະ​ໄອ​ຍະ​ການ​ໄດ້​ກ່າວ​ອ້າງ​ວ່າ ມີ​ບັນຊີ​ຢູ່​ໃ​ນ
ທະນາຄານ​ຂອງ​ທ່ານ Gulen ​ແລະ​ການ​ຄອບ​ຄອງ​ເງິນ​ໃບນຶ່ງ​ໂດ​ລ່າ ຈຳ​ນວນ​ຫຼວງ
​ຫຼາຍ ນັ້ນ​ແມ່ນ​ເປັນຫລັກ​ຖານ ທີ່​ວວ່າ​ເຂົາ​ເຈົ້າ​ເປັນ​ສ່ວນ​ນຶ່ງ​ຂອງ​ຕາໜ່າງລັບ​ນັກ​ສອນ
​ສາສະໜາ ​ແລະພົວພັນ​ເຂົ້າ​ໃນ​ການ​ກໍ່​ລັດຖະປະຫານ.

ກ່ອນ​ໜ້າການ​ດຳເນີນ​ຄະດີ​ເລີ່​ມຂຶ້ນ​ນັ້ນ ຫຼັກ​ຖານ​ຕ່າງໆ ​ແມ່ນ​ໄດ້ເຮັດ​ໃຫ້​ມີ​ການຕຳ​ນິ
ຕິ​ຕຽນ​ຈາກ​ປະຊາ​ຄົມນາໆ​ຊາດ. “ການ​ດຳ​ເນີນ​ຄະດີ​ທີ່​ວ່າ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ
ຄວາມ​ໂງ່​ຈ້າ ໃນ​ລະດັບໃໝ່​ ຂອງການ​ກ່າວ​ຫາຕໍ່​ພວກ​ນັກ​ຂ່າວ,”
​ນັ້ນ​ແມ່ນ​ບົດ​ຄວາມ​
ຂອງ​ນັກ​ຂ່າວ​ທີ່​ບໍ່​ມີ​ພົມ​ແດນ ທີ່​ມີ​ສຳໜັກງານ​ໃນ​ນະຄອນ​ປາຣີ ຊຶ່ງ​ເປັນ​ອົງການ​ທີ່​ຕໍ່ສູ້​
ເພື່ອ​ປົກ​ປ້ອງ​ສິດ​ເສ​ລິ​ພາບ​ຂອງສື່ມວນ​ຊົນ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິມະນຸດ​ ທັງ​ສາກົນ​ແລະ​ພາຍ​ໃນ​ປະ​ເທດ ຕ່າງ​ກໍ​ໄດ້​ໄປ​ຮ່ວມ
​ການ​ດຳເນີນຄະດີ​ໃນ​ວັນ​ຈັນ​ວານ​ນີ້.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ