ພວກຕິດຕາມ ສິ້ງຊອມ ກ່າວວ່າ ມີນັກຂ່າວ ຖືກຈັບ ໄປຂັງຄຸກ ຫຼາຍເປັນປະຫວັດການ ຢູ່ໃນທົ່ວໂລກ

ພວກນັກຂ່າວ ພາກັນປະກອບສ່ວນ ໃນການປະທ້ວງ ຕ້ານ ການຈັບໃສ່ຄຸກ ເມື່ອມໍ່ໆມານີ້ ໂດຍອຳນາດມ່ຽນມ່າ ພວກ ນັກຂ່າວຣອຍເຕີ້ ວາໂລນ ອາຍຸ 32 ປີ ກັບ ກິອໍ ໂຊ ອູ 28 ປີ ຢູ່ຂ້າງນອກ ສະຖານທູດ ມ່ຽນມ່າ ໃນນະຄອນຫຼວງ ຈາກາກຕາ ອິນໂດເນເຊຍ ວັນທີ 7 ກັນຍາ , 2018.

​ຄະນະກຳມາທິການ ທີ່ປົກປ້ອງຄຸ້ມຄອງພວກ​ນັກຂ່າວ ເວົ້າວ່າ ພວກນັກຂ່າວ ຫຼາຍ
ຄົນ ພວມຖືກຂັງຢູ່ ເປັນຈຳນວນຫຼາຍທີ່ບໍ່ເຄີຍມີມາກ່ອນ ຢູ່ໃນທົ່ວໂລກ. ໃນທ້າຍປີ
2017 ນີ້ ມີພວກນັກຂ່າວ 262 ​ຄົນ ໄດ້ຖືກຈັບ ໄປຂັງໄວ້ ຍ້ອນ ວຽກງານຂອງພວກ
ເຂົາເຈົ້າ. Margaret Besheer ນັກຂ່າວວີໂອເອປະຈຳສະຫະປະຊາຊາດເວົ້າວ່າ ການຮາວີລົບກວນພວກນັກຂ່າວ ບໍ່ແມ່ນຈຳກັດຢູ່ ແຕ່ກັບພວກກຳອຳນາດ ຂອງລັດ
ເທົ່ານັ້ນ. ນັກ​ຂ່າວ​ວິ​ໂອ​ເອ Margaret Be- sheer ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງນີ້ ດັ່ງ
ສາລີຈະນຳລາຍລະອຽດມາສະເໜີທ່ານ.

Your browser doesn’t support HTML5

ເຊີນຟັງລາຍງານກ່ຽວກັບການຈັບກຸມນັກຂ່າວ

ບັນດາປະເທດ ທີ່ຈັບພວກນັກຂ່າວໄປຂັງຄຸກຫຼາຍກວ່າໝູ່ທີ່ສຸດ ສາມປະເທດ ໃນ
ປີກາຍນີ້ ແມ່ນປະເທດ ເທີກີ ມີພວກນັກຂ່າວ 73 ຄົນ ຖືກນຳ ໄປຂັງ ຈີນ ມິີ 41 ຄົນ
ແລະອິຈິບມີ 20 ຄົນ.

ທ່ານ Joel Simon ຜູ້ອຳນວຍການບໍລິຫານຂອງຄະນະກຳມາທິການປົກປ້ອງ
ນັກຂ່າວ ຫຼື ຊີພີເຈ ໄດ້ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ​ກ່ຽວ​ກັບ​ເສ​ລີ​ພາບດ້ານ ​ການຂ່າວທີ່ອົງການສະຫະປະຊາຊາດ ໃນວັນສຸກຜ່ານມາວ່າ ອົງການຂອງໂລກ
ແຫ່ງນີ້ ຄວນອອກປາກອອກສຽງ ເວົ້າຊື່ອອກມາ ທັງປະນາມພວກປະເທດທັງ
ຫຼາຍ ທີ່ປະຕິບັດບໍ່ຖືກຕ້ອງກັບພວກນັກຂ່າວ. ທ່ານ Simon ກ່າວວ່າ:“ການຈັບ
ໃສ່ຄຸກ ພວກນັກຂ່າວ ເປັນຮູບແບບ ຂອງການກວດກາທີ່ໂຫດຮ້າຍ ທີ່ມີການກະ
ທົບຢ່າງເລິກເຊິ່ງ ຕໍ່ການເດີນແມ່ນ ແລ່ນສະດວກ ຂອງຂໍ້ມູນຂ່າວສານ ຢູ່ໃນທົ່ວ
ໂລກ.”

ກໍລະນີນຶ່ງ ທີ່ພວມໂດ່ງດັງກໍຄື ເລື້ອງຂອງນັກ​ຂ່າວວາໂລນ ກັບ ຈໍ ໂຊ ອູ ໃນ
ມຽນມາ. ພວກນັກຂ່າວ ຣອຍເຕີ ທັງສອງຄົນນີ້ ຖືກຈັບໄປຂັງໃນເດືອນທັນວາ
ປີກາຍນີ້ ໃນເວລາທີ່ພວກເຂົາເຈົ້າກຳລັງສືບສວນ ກ່ຽວກັບການຂ້າລ້າງຜານ ພວກຜູ້ຊາຍແລະເດັກນ້ອຍຜູ້ຊາຍ ມຸສລິມ ໂຣຮິງຢາ ຢູ່ໃນບ້ານ ອິນດິນ ໃນ ລັດ
ຣາຄາຍ ລຸນຫຼັງການ​ປາບ​ປາມ​ຂອງ​ພວກ​ທະ​ຫານ.

ທະນາຍຄວາມອັງກິດ ອາມານ ຄລູນີ ໄດ້ໄປເປັນປາກເປັນສຽງໃຫ້ພວກເຂົາ ເຈົ້າ. ທ່ານນາງເວົ້າວ່າ ເຈົ້າໜ້າທີ່ມຽນມາ ບໍ່ຢາກໃຫ້ນຳເອົາເລື້ອງການຂ້າ ລ້າງຜານຢູ່
ອິນດິນ ນີ້ ອອກເຜີຍແພ່ ເພາະສະນັ້ນພວກເຂົາເຈົ້າຈຶ່ງຖືກ ລອບວາງແຜນ. ທ່ານ
ນາງ ຄລູນີເວົ້າວ່າ: “ເພາະສະນັ້ນ ພວກຕຳຫຼວດຈຶ່ງວາງແຜນ ທຳທ່າວ່າ ເອົາເອກ
ກະສານຂອງລັດຖະບານມາໃຫ້ເບິ່ງ ໃນຄະນະທີ່ຕຳຫຼວດອີກພວກນຶ່ງ ລໍຖ້າເບິ່ງຢູ່
ຂ້າງນອກ ແລະໄປຈັບເອົາພວກເຂົາເຈົ້າ. ພວກນັກຂ່າວເຫຼົ່ານັ້ນຖືກຈັບ ແລ້ວກໍຖືກ
ຟ້ອງ ແລະນຳເອົາໄປຂຶ້ນສານ ທີ່ມີການຮັບປະກັນວ່າ ພວກເຂົາເຈົ້າຈະຖືກພົບເຫັນ
ວ່າມີຄວາມຜິດ.”

ພວກເຂົາເຈົ້າໄດ້ຖືກຕັດສິນໃສ່ຄຸກເຈັດປີ ຍ້ອນວ່າລະເມີດກົດໝາຍຄວາມລັບຂອງ
ຊາດ.

ທ່ານນາງ ຄລູນີ ກ່າວວ່າ ພວກເຂົາເຈົ້າ ພວມຮ້ອງຂໍ ເອົາການອະໂຫສິກຳຈາກປະ
ທານາທິບໍດີ ໃນມ່ຽນມ່າ ຊຶ່ງເປັນຫົນທາງດຽວ ທີ່ຈະໄດ້ຮັບການປ່ອຍໂຕເປັນອິດສະ
ຫລະ.

ທ່ານ ສຕີເວິນ ແອັດເລີ ປະທານຂອງຂ່າວສານ ຣອຍເຕີກ່າວວ່າ ນີ້ເປັນ “ການເຕືອນແບບເຢືອກເຢັນ” ໃຫ້ພວກນັກຂ່າວຄົນອື່ນໆຮູ້. ທ່ານແອັດເລີ ກ່າວວ່າ: "ມ່ຽນມ່າບໍ່ເປັນພຽງແຕ່ປະເທດດຽວ ທີ່ໃຊ້ຄວາມພະຍາຍາມຢັບຢັ້ງການສະແຫວງ
ຫາຂ່າວ ທີ່ເປັນການສືບສວນ ຂ່າວທີ່ຫາຍາກ ແລະການປ່ອຍຂ່າວ. ການງົດຂ່າວ
ຊ່າລື ແມ່ນຈະເປີດໂອກາດໃຫ້ພວກເຈົ້າໜ້າທີ່ປະຕິບັດງານຢູ່ໃນຄວາມມືດດ້ວຍ
ຄວາມຜິດ.

ທ່ານນາງ ມາໂກ ອູເວິນ ຜູ້ອຳນວຍການນັກຂ່າວທີ່ບໍ່ມີພົມແດນ ໃນອາເມຣິກາເໜືອ ໄດ້ບອກເລົ່າສູ່ຄະນະກຳມາທິການວ່າ ໄດ້ມີຄວາມກຽດຊັງພວກນັກຂ່າວຫຼາຍຂຶ້ນ
ເລື້ອຍໆ ຢູ່ໃນທົ່ວໂລກ ແລະມັນກໍບໍ່ແມ່ນວ່າ ຈະຈຳກັດຢູ່ກັບແຕ່ພວກລະບອບຜູກ
ຂາດອຳນາດເທົ່ານັ້ນ. ທ່ານ ອູເວິນ ກ່າວວ່າ:“ພວກເຮົາກຳລັງຊອກຫາລະບອບທີ່
ຖືກເລືອກຕັ້ງຂຶ້ນມາ ແບບປະຊາທິປະໄຕ ທີ່ໂຈມຕີຂ່າວສານຫຼາຍຂຶ້ນເລື້ອຍໆເພາະ
ສະນັ້ນຈຶ່ງວ່າ ພວກເຮົາຈຶ່ງຈຳເປັນຕ້ອງໄດ້ສືບຕໍ່ ເວົ້າເລືອງຄວາມຜິດທີ່ພວກເຂົາ
ເຈົ້າກະທຳຂຶ້ນ.”

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ມັກຈະເວົ້າວ່າ ຂ່າວສານອອກຂ່າວ ແຕ່ໃນທາງລົບສະເໝີ ສຳລັບເພິ່ນແລະລັດຖະບານຂອງເພິ່ນ ຈຶ່ງເອີ້ນຂ່າວສານວ່າ
“ຂ່າວປອມ” ແລະພວກນັກຂ່າວແລະພັນທະມິດຂອງເພິ່ນ ແລະໃນລະຫວ່າງການ
ໂຄສະນາຫາສຽງຂອງເພິ່ນທີ່ຖືກລາຍງານໄປ ໃນເລື້ອງການເປັນປໍລະປັກຈາກ
ພວກສະໜັບສະໜູນເພິ່ນ.

ຄະນະກຳມາທິການປົກປ້ອງຄຸ້ມຄອງພວກນັກຂ່າວເວົ້າວ່າ ຢ່າງໜ້ອຍພວກນັກຂ່າວ ສະຫະລັດສາມຄົນ ໄດ້ຖືກຈັບ ໃນປີນີ້ແລະ 34 ຄົນໃນປີກາຍນີ້. ຢ່າງໜ້ອຍອີກ ຊາວ
ກວ່າຄົນ ໄດ້ຖືກໂຈມຕີ ຖືກຊຸກ ຖືກຍູ້ ຫຼືບໍ່ກໍອຸບປະກອນຂອງພວກເຂົາເຈົ້າໄດ້ຖືກທຳ
ລາຍ. ແລະໃນເດືອນມິຖຸນາຜ່ານມານີ້ ຫ້າຄົນ ໄດ້ຖືກຂ້າຕາຍ ຢູ່ໃນຫ້ອງຂຽນຂ່າວ ຢູ່ໃນສຳນັກງານຂ່າວ ໃນຣັດແມຣີແລນ.

ອ່ານຂ່າວນີ້ຕ່ື່ມ ເປັນພາສາອັງກິດ