ຈໍແດັນກ່າວວ່າ ການໂຈມຕີທາງອາກາດຫຼາຍໆບັ້ນ ໃສ່ເປົ້າໝາຍ
ຕ່າງໆຂອງກຸ່ມຫົວຮຸນແຮງລັດອິສລາມ ເມື່ອບໍ່ດົນນີ້ ແມ່ນເປັນພຽງ
ການເລີ້ມຕົ້ນເທົ່ານັ້ນ ຂອງການຕອບໂຕ້ຕໍ່ການຄາດຕະກຳ ທີ່
ໂຫດຫ້ຽມ ນັກບິນທະຫານຈໍແດັນ ທີ່ຖືກຈັບໂຕໄດ້ໃນຊີເຣຍເມື່ອ
ເດືອນທັນວາປີກາຍນີ້.
ເຮືອບິນລົບຈໍແດັນຫຼາຍລຳ ໄດ້ເປີດສາກທຳການໂຈມຕີ ຕໍ່ກຸ່ມ
ຫົວຮຸນແຮງລັດອິສລາມ ໃນຊີເຣຍ ແລະ ອີຣັກ ເມື່ອວັນພະຫັດ
ວານນີ້ ຫຼັງຈາກກະສັດ Abdullah ຊົງໄດ້ປະຕິຍານວ່າ ຈະຕອບ
ໂຕ້ແບບ “ສັ່ນສະເທືອນໂລກ” ຕໍ່ການສັງຫານນັ້ນ.
ເບິ່ງວີດີໂອກ່ຽວຂ້ອງ:
Your browser doesn’t support HTML5
UN Human Rights Chief: Islamist Militants Think Like Nazis
ລັດຖະມົນຕີຕ່າງປະເທດຈໍແດັນ ທ່ານ Nasser Judeh ຖະແຫລງຕໍ່ ໂທລະພາບ CNN
ເມື່ອຕອນຄ່ຳຄືນວັນພະຫັດວານນີ້ວ່າ ຈໍແດັນ ຈະຕາມລ່າພວກນັກຕໍ່ສູ້ຂອງກຸ່ມຫົວຮຸນ
ແຮງລັດອິສລາມ “ຢູ່ແຫ່ງຫົນໃດກໍຕາມທີ່ພວກເຂົາຢູ່ ດ້ວຍທຸກສິ່ງທຸກຢ່າງທີ່
ພວກເຮົາມີ.”
ທ່ານ Judeh ເວົ້າຕໍ່ໄປວ່າ “ພວກເຮົາຈະຕາມລ່າພວກເຂົາ ແລະພວກເຮົາຈະກຳຈັດ ພວກເຂົາ” ແລະ ເອີ້ນພວກນັກຕໍ່ສູ້ຂອງກຸ່ມຫົວຮຸນແຮງລັດອິສລາມ ວ່າເປັນພວກ “ຂີ້
ຂາດຕາຂາວ.”
ກະສັດ Abdullah ໄດ້ເດີນທາງໄປຢ້ຽມຢາມ ຄອບຄົວຂອງນັກບິນ Muath al-Kaseasbeh
ຢູ່ທີ່ບ້ານພັກຂອງພວກເຂົາເຈົ້າ ໃນວັນພະຫັດວານນີ້. ພະອົງຊົງກ່າວວ່າ ຈໍແດັນຈະສືບຕໍ່
ທຳການຕໍ່ສູ້ເພື່ອປົກປ້ອງພົນລະເມືອງ ແລະ ສາສະໜາຂອງຕົນ.
ວີດີໂອທີ່ຈັດທຳຂຶ້ນມາຢ່າງແນບນຽນໂດຍກຸ່ມລັດອິສລາມ ທີ່ໄດ້ນຳອອກເຜີຍແຜ່ເມື່ອອາທິດນີ້ ໄດ້ສະແດງໃຫ້ເຫັນວ່າ ນັກບິນ ຜູ້ຖືກຂັງໄວ້ຢູ່ໃນກົງ ໄດ້ຖືກຫົດດ້ວຍນ້ຳມັນເຊື້ອໄຟ ແລະ
ໄດ້ຖືກເຜົາຂະນະທີ່ ຍັງມີຊີວິດຢູ່.
ເບິ່ງວີດີໂອກ່ຽວຂ້ອງ:
Your browser doesn’t support HTML5
Morale High Among Kurdish Fighters on Northern Iraq Frontline