ກຳລັງທະຫານ ຂອງ ກຸ່ມແນວໂຮມ ຊ່ອຍ ຟີລິບປິນ ເຮັດໃຫ້ ຈີນ ຕ້ອງກຽມພ້ອມສູງຂຶ້ນ

ເຮືອບິນຂັບໄລ່ ຈອດຢູ່ເທິງກຳປັ່ນບັນທຸກເຮືອບິນ USS Carl Vinson ຂອງກອງທັບເຮືອ ສະຫະລັດ ວາງສະໝໍຢູ່ນອກຝັ່ງ ນະຄອນຫຼວງ ມານີລາ ຂອງຟີລິບປິນ, ວັນທີ 17 ກຸມພາ 2018.

ການເຂົ້າຮ່ວມ ໃນປີນີ້ ໂດຍ ປະເທດອອສເຕຣເລຍ ແລະຍີ່ປຸ່ນ ໃນການຊ້ອມລົບທາງ
ທະຫານ ປະຈຳປີ ລະຫວ່າງສະຫະລັດ ກັບ ຟີລິບປິນນັ້ນ ຈະເພີ້ມຄວາມກົດດັນຕໍ່ຈີນ
ແລະ ອາດຈະກໍ່ໃຫ້ເກີດການຊ້ອມລົບທາງທະຫານ ຂະຫຍາຍຂຶ້ນຕື່ມ ອີງຕາມການ
ກ່າວຂອງບັນດານັກຊ່ຽວຊານ.

ປະທານາທິບໍດີ ຟີລິບປິນ ທ່ານ ໂຣດຣີໂກ ດູເຕີເຕ້ ເດີນທາງໄປຮອດ ງານພົບປະກັບ ປະຊາຄົມ ຊາວຟີລິບປິນ ທີ່ອາໄສຢູ່ໃນ ຮົ່ງກົງ, ວັນທີ 12 ເມສາ 2018.


ສະຖານທູດ ສະຫະລັດ ປະຈຳນະຄອນ ມານີລາ ໄດ້ກ່າວໃນວັນພະຫັດຜ່ານມາ ວ່າ
ການຊ້ອມລົບ ຊື່ວ່າ Balikatan ຂອງຕົນ ກັບບັນດາປະເທດ ໃນເອເຊຍຕາເວັນອອກ
ສຽງໃຕ້ ຢູ່ໃນເຂດໝູ່ເກາະ ລະຫວ່າງເດືອນພຶດສະພາ ວັນທີ 7 ຫາ 18 ແມ່ນຈະນຳເອົາ
“ກຳລັງທະຫານຈາກຫຼາຍປະເທດ” ເຂົ້າມາຮ່ວມກັນ ເຊັ່ນຈາກປະເທດ ອອສເຕຣເລຍ
ແລະຍີ່ປຸ່ນ ສຳລັບການຝຶກຊ້ອມ ພ້ອມກັນນັ້ນ ການເຊື້ອເຊີນ ອັງກິດ ໃຫ້ເຂົ້າມາເປັນຜູ້
ສັງເກດການນຳດ້ວຍ. ອອສເຕຣເລຍ ໄດ້ເຂົ້າຮ່ວມ ນັບຕັ້ງແຕ່ ປີ 2014 ເປັນຕົ້ນມາ.

ອອສເຕຣເລຍ ຍີ່ປຸ່ນ ແລະ ສະຫະລັດ ໄດ້ກ່າວວ່າ ພວກເຂົາເຈົ້າຢາກຮັກສາ ພື້ນທີ່
3,500,000 ຕາລາງກິໂລແມັດ ທີ່ອຸດົມສົມບູນດ້ວຍຊັບພະຍາກອນ ໃນທະເລຈີນໃຕ້
ໃຫ້ເປີດໄວ້ ເພື່ອການນຳໃຊ້ຂອງນານາຊາດ. ຈີນຮຽກຮ້ອງເອົາຫຼາຍກວ່າ 90 ເປີເຊັນ
ຂອງທະເລ ວ່າຕົນເປັນເຈົ້າຂອງ ບົນພື້ນຖານ ກ່ຽວກັບ ບັນທຶກການນຳໃຊ້ທາງດ້ານ
ປະຫວັດສາດ.

ຜູ້ບັນຊາການ ຝຸງເຮືອບິນໂຈມຕີ ພົນຕີ ສຕີຟ ໂຄເລີ (Steve Koehler) ສະແດງທ່າທາງ ໃນຂະນະທີ່ ໂອ້ລົມກັບບັນດານັກຂ່າວ ແລະ ບັນດາເຈົ້າໜ້າທີ່ຂອງຟີລິບປິນ ຢູ່ຕໍ່ໜ້າ ເຮືອບິນຂັບໄລ່ ລຸ້ນ F-18 ຈອດຢູ່ເທິງກຳປັ່ນ ບັນທຸກເຮືອບິນ USS Theodore Roosevelt, ກຳລັງແລ່ນ ທະເລຈີນໃຕ້, ວັນທີ 10 ເມສາ 2018.


ເມື່ອສັບປະດາແລ້ວນີ້ ເວັບໄຊ້ຂອງກອງທັບຈີນ ໄດ້ກ່າວວ່າ ກອງທັບເຮືອລົບຂອງຈີນ
ປະກອບດ້ວຍ ກຳປັ່ນບັນທຸກເຮືອບິນລຳນຶ່ງ “ໄດ້ປະຕິບັດການຊ້ອມລົບ ຫຼາຍຄັ້ງ
ລຽນຕິດ”
ຢູ່ໃນທະເລຈີນໃຕ້.

ທ່ານ Oh Ei Sun ອາຈານສອນ ດ້ານການສຶກສາສາກົນ ຢູ່ທີ່ມະຫາວິທະຍາໄລ
Nanyang ຂອງສິງກະໂປ ກ່າວວ່າ ຟີລິບປິນ ໄດ້ເປັນເຈົ້າພາບຈັດການຊ້ອມລົບ ຫຼາຍຄັ້ງຜ່ານມາ ເຊິ່ງອາດກໍ່ໃຫ້ເກີດການເຈາະຫານ້ຳມັນ ຢູ່ໃນທະເລ ຮອບໃໝ່
ຂອງຈີນ ໄດ້ຢ່າງງ່າຍດາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ