ບັນດາ​ຜູ້​ນຳ​ອາ​ຟຣິກາ​ຕາ​ເວັນ​ຕົກ ຮຽກຮ້ອງໃຫ້ ປະທານາທິບໍດີ Gambia ທ່ານ Jammeh ລົງຈາກອຳນາດ

Your browser doesn’t support HTML5

ບັນດາ​ຜູ້​ນຳຂອງ​ອາ​ຟຣິກາ​ຕາ​ເວັນ​ຕົກ ຈະ​ອອກເດີນທາງ​ໄປ​ຍັງ Gambia ​ໃນ​ວັນ​ອັງຄານ​
ມື້​ນີ້ ​ໃນ​ຄວາມ​ພະຍາຍາມ​ທີ່​ຈະ​ໃຫ້ທ່ານ Yahya Jammeh ​ທີ່​ດຳລົງຕໍາແໜ່ງປະທານາ
ທິບໍດີ ມາ​ເປັນ​ເວລາ​ນານ​ນັ້ນ ​ໃຫ້​ລົງ​ຈາກ​ອຳນາດ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ປະລາ​ໄຊ ​ໃນ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 1 ທັນວາ​ຜ່ານ​ມາ​ນີ້.

ກ່ອນ​ໜ້າ​ນີ້ ທ່ານ Jammeh ​ໄດ້​ຮັບເອົາການປາ​ໄຊໃຫ້ແກ່​ທ່ານ Adama Barrow ​
ແຕ່​ວ່າໄດ້​ຖອນ​ຄືນໃນ​ແລງ​ວັນ​ສຸກ ຜ່ານ​ມາ​ນີ້ ​ໂດຍ​ກ່າວ​ວ່າ “​ເປັນ​ການ​ຜິດພາດ​ທີ່​ຮັບເອົາ
ບໍ່​ໄດ້”
ທີ່​ທາງ​ພວກ​ເຈົ້າ​ໜ້າທີ່ເລືອກຕັ້ງ​ໄດ້​ພົບ​ເຫັນ.

ປະທານາທິບໍດີພັກ Liberian ທ່ານນນາງ Ellen Johnson Sirleaf ໃຫ້ການຖະແຫຼງການໃນກອງປະຊຸມສຸດຍອດ Concordia 2016 Summit ທີ່ໂຮງແຮມ Grand Hyatt New York, ໃນນະຄອນ New York City, 20 ກັນຍາ, 2016.

ໃນ​ວັນ​ຈັນ​ວານ​ນີ້ ລາຍ​ງານ​ຫຼາຍ​ສະບັບ​ຈາກອາ​ຟຣິກາ​ຕາ​ເວັນ​ຕົກ ເວົ້າວ່າ ປະທານາທິ
ບໍດີ Ellen Johnson Sirleaf ແຫ່ງ ໄລບິເຣຍ ຈະ​ເປັນຜູ້ນຳ​ພາຄະນະ​ໃນຄັ້ງ​ນີ້ ​ແລະ​ຈະ​ເດີນທາງ ສູ່​ເມືອງ​ຫຼວງ​ Banjul ຂອງ Gambia ​ແລະ​ຮ້ອງ​ຂໍ​ໃຫ້​ທ່ານ Jammeh ຍອມຮັບເອົາ​ຜົນ​ຂອງ​ການ​ເລືອກ​ຕັ້ງດັ່ງກ່າວ.

ທ່ານາງ Samantha Power ເອກອັກຄະຣັດຖະທູດ ສະຫະລັດ ປະຈຳອົງການສະຫະ
ປະຊາຊາດ ກ່າວວ່າ ຄະນະຜູ້ແທນດັ່ງກ່າວຈະປະກອບດ້ວຍ ປະທານາທິບໍດີ ໄນຈິເຣຍ ທ່ານ ມູຮຳມາດູ ບູຮາຣີ ຜູ້ນຳເຊຍຣາເລໂອນ ທ່ານ ເອິແນັສ ໄບໂກໂຣມາ ແລະປະທານາ ທິບໍດີການາ ຈອນ ມາຮາມາ ແຫ່ງການາທີ່ກຳລັງຈະລົງຈາກຕໍ່າແໜ່ງ. ທ່ານນາງກ່າວວ່າ ມັນເປັນເລື້ອງສຳຄັນຍິ່ງ ທີ່ຈະຕ້ອງມີທ່ານ ມາຮາມາ ຢູ່ນຳເພາະທ່ານເປັນຜູ້ຍອມຮັບການ
ພ່າຍແພ້ໃນວັນສຸກຜ່ານມາລຸນຫຼັງການປາໄຊການເລືອກຕັ້ງປະທານາທິບໍດີໃນປະເທດ
ການາ.

ທ່ານນາງ ​ໄດ້​ກ່າວ​ວ່າ “ຄະນະ​ຜູ້ແທນ​ ໃນ​ວັນ​ອັງຄານ​ມື້​ນີ້ ຈະມີຄວາມ​ສຳຄັນ​ຢ່າງ​ໃຫຍ່ຫຼວງ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ