ທ່ານ Kerry ກ່າວວ່າ ລັດອິສລາມ ສູນເສຍເງິນ ແລະນັກລົບ ແຕ່ກໍຍັງ ເປັນອັນຕະລາຍຢູ່

ລມຕ ຕ່າງປະເທດ John Kerry ຈັດກອງປະຊຸມນັກຂ່າວ ລຸນຫລັງການພົບປະຂອງ ລມຕ ຕ່າງປະເທດ ແລະ ປ້ອງກັນປະເທດ ທີ່ນະຄອນຫຼວງວໍຊິງຕັນ. (21 ກໍລະກົດ 2016)

ໃນ​ຂະນະ​ທີ່ ​ກຸ່ມ​ລັດ​ອິສລາມ ພວມ​ສືບ​ຕໍ່​ສູນ​ເສຍ​ດິນ​ແດນ ແລະ​ພວກ​ນັກ​ລົບ ຢູ່​ໃນອີຣັກ​ ແລະ ​ຊີ​ເຣຍນັ້ນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ກ່າວ​ວ່າ ກຸ່ມຫົວ​ຮຸນ​ແຮງ​ດັ່ງກ່າວ​ ກຳລັງ​ປັບ​ປ່ຽນ ​ເພື່ອ​ທຳ​ການ​ຂົ່ມຂູ່​ແບບ​ໃໝ່ ທີ່​ມີ​ທ່າ​ທາ​ງວ່າ ຈະ ​ມີຄວາມ​ຫຍຸ້ງຍາກ​ຫຼາຍຂຶ້ນ ທີ່​ຈະ​ເອົາ​ຊະນະ​ໄດ້.

​ໃນ​ການ​ຖະ​ແຫລ​ງຕໍ່​ກອງ​ປ​ະຊຸມ​ຕໍ່ຕ້ານ​ກຸ່ມ​ລັດ​ອິສລາມ​ໃນ​ວັນ​ພະຫັດ​ວານ​ນີ້ທ່ານ Kerry ກ່າວ​ຕໍ່​ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ​ແລະ ລັດຖະມົນນຕີ​ປ້ອງ​ກັນ​ປະ​ເທດ ຈາກ 30 ກວ່າ​ປະ​ເທດ​ວ່າ ກະ​ແສ​ຟອງ​ໄດ້​ຕ່າວ​ປີ້ນ​ແລ້ວ.

​ແນວ​ໂຮມ​ແລະ​ພາຄີ​ຂອງ​ພວກ​ເຮົາ​ທາງ​ພາກພື້ນດິນ​ໄດ້​ຂັບ​ໄລ່​ກຸ່ມ​ Daesh ອອກ​ຈາກ​ດິນ​ແດນ 50 ​ເປີ​ເຊັນ​ ທີ່​ຄັ້ງນຶ່ງ ​ພວກ​ເຂົາ​ເຄີຍ​ຄວບ​ຄຸມ​ ຢູ່​ໃນ​ອີຣັກ​ ແລະ 20 ​ເປີ​ເຊັນ ຂອງ​ດິນ​ແດນ ທີ່​ພວກ​ເຂົາ​ເຄີຍ​ຄວບຄຸມ ​ຢູ່​ໃນ​ຊີ​ເຣຍ. ທ່ານ Kerry ກ່າວ​ເພີ້​ມ​ຕື່ມ ໂດຍ​ໃຊ້​ຄຳ​ວ່າ Daesh ຊຶ່ງ​ເປັນ​ຊື່​ຫຍໍ້​ໃນ​ພາສາ​ອາຣັບຂອງ​ກຸ່ມ​ລັດ​ອິສລາມ.​

​ໂລກເຮົາ​ສາມາດ​ເບິ່ງ​ໄປ​ຂ້າງ​ໜ້າໃນ​ເວລາ​ທີ່​ກຸ່ມ​ລັດ​ອິສລາມ​ຖືກ​ຂັບ​ໄລ່​ອອກ​ໄປ​ໝົດ​ແລ້ວ​ຈາກ​ອີຣັກ​ແລະ​ຊີ​ເຣຍ ນັ້ນຄືຄຳເວົ້າຂອງ​ຫົວໜ້າ​ນັກ​ການ​ທູດ​ສະຫະລັດໄດ້ກ່າວ​ ​ແລະວັນ​ເວລາ​ທີ່​ເກີດ​ຂຶ້ນນັ້ນຈະ​ເປັນ​ຂີດ​ໝາຍຂອງ​ບາດ​ລ້ຽວ​ທີ່​ສຳຄັນ​ໃນ​ການ​ຕໍ່ສູ້​ຕ້ານກຸ່ມ​ລັດ​ອິສ ລາມ.

ທ່ານ Kerry ກ່າວ​ວ່າ ​ແມ່ນ​ແຕ່​ໃນ​ເວລາ​ນີ້ ​ແນວ​ໂຮມ​ພາຍ​ໃຕ້​ການ​ນຳພາ​ຂອງສະຫະລັດ ສາມາດ​ຮັບ​ຮູ້​ຄວາມ​ຈິງ​ທີ່​ວ່າ ກຳລັງ​ສູ້​ລົບ​ຂອງ​ກຸ່ມ​ລັດ​ອິສລາມ​ແມ່ນປະມານນຶ່ງ​ສ່ວນ​ສາມ ໜ້ອຍ​ກວ່າ​ທີ່​ມີ​ຢູ່​ໃນ​ປີ​ກາຍ​ນີ້. ພວກ​ນັກ​ລົບ​ຕ່າງປະ​ເທດ​ທີ່​ເກັບ​ເກນ​ໂດຍ​ກຸ່ມ​ລັດ​ອິສລາມ​ໃນ​ໄລຍະ​ຜ່ານ​ມາ​ ໄດ້​ລ່າ​ຖອຍ​ໜີ​ ໄປ​ຈາກ​ເຂດ​ແນວໜ້າ ນັບ​ຕັ້ງ​ແຕ່​ລາຍ​ໄດ້​ທີ່​ມີ​ໜ້ອຍ​ລົງເຮັດ​ໃຫ້​ມີ​ການ​ຈ່າຍ​ເງິນ​ເດືອນ​ແກ່ພວກ​ນັກ​ລົບ​ຊ້າ​ແລະ​ການ​ຊອກ​ຫາ​ພວກ​ນັກລົບ​ໃໝ່ມາ​ແທນ ​ແມ່ນ​ຍາກ​ຂຶ້ນ​ເລື້ອຍໆ.

ທ່ານ Kerry ກ່າວ​ວ່າ ຖ້າ​ປາສະຈາກ​ດິນ​ແດນ​ທີ່​ເປັນ​ຖານ​ທັບ​ແລ້ວ ກຸ່ມ​ລັດ​ອິສ ລາມ​ກໍ​ຈະ​ບໍ່​ສາມາດ​ຄຸຍໂມ້ໄດ້​ວ່າ ຕົນ​ເປັນ​ດິນ​ແດນ​ຂອງ​ລັດ​ອິສລາມ​ທີ່​ພວກ​ນັກລົບ​ສາມາດ​ໄປ​ເຕົ້າ​ໂຮມ​ກັນ​ໄດ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ