ຄວາມວິຕົກກັງວົນກ່ຽວກັບເລື້ອງສິດທິມະນຸດ ແລະການຄ້າສອງ
ຝ່າຍ ແມ່ນຈຸດເພັ່ງເລັງຂອງລັດຖະມົນຕີການຕ່າງປະເທດສະຫະ
ລັດ ທ່ານ John Kerry ທີ່ໄດ້ພົບປະຫຼາຍໆຄັ້ງ ກັບເຈົ້າໜ້າທີ່ກຳ
ປູເຈຍ ໃນວັນອັງຄານມື້ນີ້.
ທ່ານ Kerry ກ່າວວ່າ ຄວາມກ້າວໜ້າຂອງກຳປູເຈຍໃນດ້ານສິດ
ທິມະນຸດ ສິດເສລີພາບສາກົນ ແລະ ການປົກຄອງທີ່ດີ ແມ່ນມີ
ຄວາມສຳຄັນເພື່ອວ່າຈະໄດ້ເຮັດຫຼ້ອນຄວາມບົ່ມຊ້ອນໃນຄວາມ
ສຳພັນສອງຝ່າຍກັບສະຫະລັດ ນຳ.
Your browser doesn’t support HTML5
US Cambodia Kerry
ທ່ານໃຫ້ຄວາມເຫັນດັ່ງກ່າວແກ່ພວກນັກຂ່າວຢູ່ທີ່ເດີ່ນດ້ານນອກ ຫລັງຈາກໄດ້ເຈລະຈາຫາລືກັບພວກເຈົ້າໜ້າທີ່ ຮວມທັງນາຍົກລັດຖະມົນຕີຮຸນເຊນ ແລະຮັກ ສາການຜູ້ນຳພັກຝ່າຍຄ້ານ ທ່ານ Kem Sokha.
ທ່ານ Kerry ກ່າວວ່າ ລັດຖະບານທີ່ເປັນປະຊາທິປະໄຕຕ່າງໆແມ່ນມີຄວາມຮັບ ຜິດຊອບໃນການຄ້ຳປະກັນວ່າ ສະມາຊິກສະພາທີ່ໄດ້ຮັບເລືອກທັງໝົດມີສິດເສລີ ທີ່ຈະເຮັດໜ້າທີ່ຮັບຜິດ
ຊອບຂອງພວກເຂົາເຈົ້າ ໂດຍບໍ່ຕ້ອງມີຄວາມຢ້ານກົວໃນການຖືກຳໂຈມຕີຫຼືຈັບກຸມໃດໆ. ແລະທ່ານໄດ້ກ່າວຢ້ຳວ່າ ທ່ານໄດ້ຍົກເອົາເລື້ອງຄວາມວິຕົກກັງວົນດ້ານສິດທິມະນຸດ ຂຶ້ນມາຫາລືໃນລະຫວ່າງການໂອ້ລົມກັນ.
ທ່ານ John Kerry (ຊ້າຍ), ຈັບມືກັບລັດຖະມົນຕີການຕ່າງປະເທດ ແລະ ຮອງລັດຖະມົນຕີການຕ່າງປະເທດ ທ່ານ Hor Namhong ກ່ອນກອງປະຊຸມສອງຝ່າຍ ໃນກະຊວງການຕ່າງປະເທດທີ່ນະຄອນພະນົມເປັນ, ກຳປູເຈຍ, 26 ມັງກອນ, 2016.
ພວມມີຄວາມເປັນຫ່ວງກັງວົນຢູ່ຕໍ່ມາກ່ຽວກັບການດຳເນີນຄວາມພະຍາຍາມຂອງກຳປູເຈຍໃນການຄ້ຳປະກັນການປະຕິຮູບໄປສູ່ປະຊາທິປະໄຕແລະສິດທິມະນຸດ.
ໃນຂະນະທີ່ຜູ້ນຳຝ່າຍຄ້ານ ທ່ານແຊມແຮັງສີ ພວມໄປລີ້ໄພຢູ່ຕ່າງປະເທດເພື່ອຫຼີກລ້ຽງໃນອັນທີ່ເຊື່ອກັນຢ່າງກວ້າງຂວາງວ່າ ເປັນຂໍ້ຫາທີ່ມີຈຸດປະສົງທາງການເມືອງແລະການຈັບກຸມສະມາຊິກສະພາແລະນັກເຄື່ອນໄຫວພັກຝ່າຍຄ້ານ 17 ຄົນເຂົ້າຄຸກ ບັນດາກຸ່ມປົກປ້ອງສິດທິມະນຸດກ່າວວ່າ ການປັບປຸງຄວາມສຳພັນ ໃດໆກໍຕາມ ຕ້ອງຕິດຕາມມາດ້ວຍການຄ້ຳປະກັນຕໍ່ການປະຕິຮູບຂອງກຳປູເຈຍ.
ນອກນັ້ນ ທ່ານ Kerry ຍັງໄດ້ກ່າວຊົມເຊີຍຄວາມກ້າວໜ້າທາງດ້ານເສດຖະກິດ ຂອງກຳປູເຈຍ.