ມູນເຊື້ອ 50 ປີ ຜ່ານມາ ໃນດ້ານ ນະໂຍບາຍ ຕ່າງປະເທດ ຂອງມື້ລາງ ປ. Kennedy (ວີດີໂອ)

Your browser doesn’t support HTML5

ວັນ​ທີ່ 22 ພະ​ຈິກ ຄືມື້ວານ​ນີ້ ​ຖືເປັນ​ຂີດ​ໝາຍ​ ຄົບຮອບ 50 ປີ
ຂອງ​ການ​ເຖິງ​ແກ່​ອະສັນ​ຍະ​ກໍາ​ຂອງ​ປະທານາທິບໍດີ John F.
Kennedy. ວັນ​ຄົບຮອບ​ດັ່ງ​ກ່າວ​ນີ້ ​ໄດ້​ກາຍ​ເປັນ​ຈຸດນຶ່ງ ທີ່​ສະ
ທ້ອນ​ເຖິງ​ຊ່ວງ​ເວລາ​ແຫ່ງ​ການ​ດໍາລົງຕໍາ​ແໜ່​ງປະທານາທິບໍດີ
ຂອງ​ທ່ານ Kennedy ອັນ​ເປັນ​ພາກ ສ່ວນ​ນຶ່ງ ຂອງລາຍການ​
ພິ​ເສດ​ຂອງ​ວີ​ໂອ​ເອ ກ່ຽວ​ກັບມູນ​ເຊື້ອ​ຂອງ​ທ່ານ. ​ ໃນ​ເວລາ​ທີ່​
ທ່ານ​ເຂົ້າຮັບ​ຕຳ​ແໜ່​ງປະທານາທິບໍດີ​ໃນ​ປີ 1961 ນັ້ນ ສະຫະ
ລັດ ​ແລະ​ສະຫະພາບ​ໂຊ​ຫວຽດ ​ພວມ​ຢູ່​ໃນ​ລະຫວ່າງ ສົງຄາມ​
ເຢັນ​ບ່ອນ​ທີ່​ ເຂດ​ແນວໜ້າ ກໍຄື ​ນະຄອນ Berlin, ປະ​ເທດ
Cuba ​ແລະ​ຫວຽດນາມ ທ່ານເຄນ​ເນ​ດີ້ເຂົ້າມາ​ບໍລິຫານ​ປະເທດ​ ດ້ວຍ​ການ​ຕັດສິນ​ ໃຈ ​ທີ່​ຈະ​ຕໍ່ຕ້ານ ​ລັດທິ​ຄອມ​ມີ​ວນີສ. ​ແຕ່ດັ່ງ​ທີ່ Jim Malone ຜູ້​ສື່​ຂ່າວ​ວີ​ໂອ​ເອ ລາຍ​ງານ​ມາ​ນັ້ນ ກໍ​ແມ່ນ​ວ່າ ນະ​ໂຍບາຍ​ຕ່າງປ​ະ​ເທດ​ທີ່​ລົ້ມ​ແຫຼວ​ໄປ​ແຕ່​ຫົວທີ​ ຢູ່​ໃນ​ຄິວ​ບາ​ນັ້ນ ​ໄດ້​ເຮັດ​ໃຫ້ການເລີ່​ມຕົ້ນບໍລິຫານ​ປະ​ເທດ​ຊາດ ​ຂອງ​ທ່ານເຄນເນ​ດີ້ ​ຕ້ອງ​ພົບ​ກັບ​ຄວາມ​ລໍາ ບາກ​. ​ວັນນະ​ສອນ ຈະ​ນໍາເອົາ​ລາຍ​ລະອຽດ ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ

Your browser doesn’t support HTML5

ຟັງລາຍງານ ວັນຄົບຮອບ 50ປີ ຂອງການຈາກໄປຂອງ ປ. JFK


ນັບ​ແຕ່​ຕອນ​ເລີ່​ມຕົ້ນ ໃນການ​ເຂົ້າຮັບ​ຕໍາ​ແໜ່ງປະທານາທິບໍດີ​ຂອງທ່ານນັ້ນ ທ່ານຈອນ ​ເຄນ​ເນ​ດີ້ ​ໄດ້​ສະ​ແດງໃຫ້​ເຫັນ​ຢ່າງ​ເປັນ​ທີ່​ແຈ້ງ​ຂາວ​ວ່າ ທ່ານ​ຈະ​ບໍ່​ຍອມ​ອ່ອນ​ຂໍ້ ໃນ​ຂະ ນະ​ ທີ່​ປະ​ເຊີນໜ້າ​ກັບການ​ລຸກ​ລານ ໂດຍສົງຄາມ​ເຢັນ​ຈາກ​ສະຫະພາບ​ໂຊ​ຫວຽດຢ່າງ​ເດັດຂາດ.

ທ່ານ ຈອນ ​ເຄນ​ເນ​ດີ້ ​ເວົ້າ​ວ່າ: “ຂໍ​ໃຫ້​ທຸກໆ​ປະ​ເທດ​ຮູ້​ໄວ້​ວ່າ ບໍ່​ວ່າ​ປະເທດ​ໃດ​ຈະ​ຫວັງ​ດີ ຫຼື​ຫວັງ​ຮ້າຍ​ຕໍ່​ພວກ​ເຮົາກໍ​ຕາມ ​ວ່າພວກ​ເຮົາ​ຈະຕ້ອງ​ໄດ້​ຊົດ​ໃຊ້ຄ່າ​ເສຍ​ຫາຍ​ໃດ​ໆ ​ແບກ​ຫາບ​ພາລະ​ໃດໆ ປະ​ເຊີນ​ກັບ​ຄວາມ​ລໍາບາກ ​ໃດໆ ສະໜັບ ສະ​ໜຸນ​ເພື່ອນ​ມິດ​ໃດໆ ຄັດຄ້ານ​ຜູ້​ເປັນ​ປໍ​ລະ​ປັກໃດໆ​ ​ເພື່ອ​ຮັບປະກັນ​ຄວາມ​ຢູ່​ລອດ ​ແລະເພື່ອ​ໄຊ​ຊະ​ນະຂອງອິດສະຫຼະພາບ.”

ລັດຖະບານ​ທ່ານ​ເຄນ​ເນ​ດີ້ ​ໄດ້​ຮັບ​ຄວາມເສຍ​ຫາຍ​ຢ່າງ​ໜັກ ຍ້ອນການ​ຕັດ​ສິນໃຈ​ຜິດ ພາດ ​ທີ່​ໄປ​ໜຸນ​ຫຼັງ​ແຜນການ​ບຸກລຸກ​ຄິວ​ບາ ຂອງ​ອົງການ​ສືບ​ລັບ​ຊີ​ໄອ​ເອສະຫະລັດ ໂດຍກຸ່ມ​ລີ້​ໄພ​ທີ່​ຕໍ່ຕ້ານ Castro ຢູ່​ທີ່​ອ່າວ​ໝູ ຫຼື Bay of Pig. ນັກ​ແຕ່ງ​ປື້​ມ Robert Dallek ​ເວົ້າ​ວ່າ: “ການ​ບຸກລຸກ ທີ່​ຮູ້​ວ່າ​ບໍ່ປະ ສົບ​ຜົນ​ສໍາ​ເລັດນັ້ນ ນັບ​ວ່າເປັນຄວາມ​ຫາ​ຍະ​ນະ​ປະການ​ນຶ່ງ ຂອງການ​ບໍ​ລິ​ຫານ​ປະ​ເທດ ​ແລະທ່ານ​ເຄນ​ເນ​ດີ້ ກໍ​ໄດ້​ຮຽນ​ຮູ້ບົດຮຽນ​ອັນ​ມີຄ່າ​ນີ້​.

ທ່ານ Dallek ​ເວົ້າ​ວ່າ: “ນັບ​ວ່າ​ມັນ​ເປັນຄວາມ​ລົ້ມ​ແຫຼວ​ ອັນ​ໃຫຍ່​ຫຼວງທີ່​ສຸດ ​ຈົນ​ ເຖິງໃນ​ເວລາ​ຕໍ່​ມາ​ ທ່ານເຄນ​ເນ​ດີ້ ​ໄດ້​ເວົ້າ​ແລ້ວ ​ເວົ້າ​ອີກ​ວ່າ “ຂ້າ​ພະ​ເຈົ້າ​ໂງ່​ຈ້າ​ປານ​ນັ້ນ​ພຸ້ນ​ບໍ່? ທ່ານ​ຮູ້ສຶກ​ເສ​ຍ​ໃຈແລະເຈັບ​ປວດ​ທີ່​ສຸດ​ໃນ​ເລຶ່ອງນີ້ ​ແລະ​ພ້ອມ​ ດຽວ​ກັນ​ກໍ​ໄດ້​ສ້າງ​ຄວາມ​ບໍ່​ເຊື່ອໃຈຢ່າງ​ໃຫ​ຍ່​ຫຼວງໃນ​ຕົວທ່ານ ຢູ່​ໃນ​ກອງທັບ​.”

​ຄວາມ​ບໍ່​ສຳ​ເລັດໃນ​ຕອນ​ຕົ້ນໆກ່ຽວ​ກັບ​ເ​ລື່ອງຄິວ​ບາ​ບວກ​ກັບ​ຄວາມ​ໜຸ່ມ​ນ້ອຍ ​ແລະ​ຂາດ​ປະສົບ​ການ​ຂອງ​ທ່ານ​ເຄນ​ເນ​ດີ້​ນັ້ນ ໝາຍ​ຄວາມ​ວ່າ ທ່ານ​ຕ້ອງ​ໄດ້ຮັບ​ຄວາ​ມ​ເຄົາ ລົບ​ນັບຖື​ຈາກ​ຜູ້​ນໍາ​ໂລກ​ທັງຫຼາຍ ທີ່​ໂຮມ​ທັງພວກ​ປະ​ເທດພັນ ທະ​ມິດ​ແລະສັດຕູ​ຂອງ​ສະຫະລັດ​ໃນ​ລະຫວ່າງ​ການ​ຢ້ຽມຢາມ​ພາກ​ພື້ນຢູໂຣບ ​ໃນ​ຕອນ​ຕົ້ນ​ນັ້ນ.

ທ່ານ Dallek ​ເວົ້າ​ວ່າ “​ແລະ​ສະ​ນັ້ນ ຄວາມ​ຈິງ​ແທ້ໆ​ແລ້ວ ກໍ​ຄື​ວ່າ​ທ່ານເຄ​ນ​ເນ​ດີ້ ຈະ​ເຫັນ​ຢືນ​ຢູ່​ຄຽງ​ຂ້າງ​ ປະທານາທິບໍດີ​ຝຣັ່ງ ທ່ານ De Gaulle ທີ່​ໄດ້​ຮັບປະ ຕິ ບັດ​ຕໍ່ຢ່າງ​ເທົ່າ​ທຽມ​ກັນນັ້ນ ​ມັນເປັນ​ການ​ ເພີ່ມຊື່​ສຽງຢ່າງໃຫຍ່​ຫຼວງ ຂອງ​ທ່ານເຄນ​ເນ​ດີ້​ໃນ​ເວ​ທີນາໆ​ຊາດ. ​ແຕ່​ຫຼັງ​ຈາກນັ້ນ​ ທ່ານ​ໄດ້​ເດີນ ທາງ​ຕໍ່​ໄປ​ຍັງ​ກຸງ​ວຽນ​ນາ ປະ​ເທດ​ອອສ​ເຕຣຍ ​ເພື່ອ​ພົບ​ປະ​ກັບ​ເລ​ຂາ​ທິ​ການ​ໃຫ​ຍ່​ ຂອງ​ພັກ​ຄອມ​ມິວ​ນິ​ສ​ສະ​ຫະ​ພາບ​ໂຊ​ຫວຽດ ທ່ານ Nikita Khrush-chev​ ແລະ​ທ່ານ Khrushchev ​ໄດ້​ກ່າວ​ໂຈມ​ຕີ​ທ່ານເຄ​ນ​ເນ​ດີ້ຢ່າງ​ໃຫຍ່ ​ໂດຍ​ບໍ່​ປາ​ນີວ່າ ບຸລຸດ​ໜຸ່ມ​ຜູ້​ນີ້​ບໍ່​ຮູ້​ວ່າ​ ຕົນ​ເຮັດ​ຫຍັງ​ລົງ​ໄປ ​ແລະ​ບັນຫາກໍແມ່ນ Berlin ຄື​ຖ້າ​ຫາກ​ວ່າ ມີ​ສິ່ງ​ນຶ່ງ ສິ່ງ​ນຶ່ງກ່ຽວ​ກັບ​ນະ​ໂຍບາຍ​ຕ່າງ​ປະ​ເທດ ທີ່​ທ່ານເຄນ​ເນ​ດີ້ ຕັ້ງ​ໃຈ​ຈະ
ປະຕິບັດ​ ໃນ​ລະ​ຫວ່າງ​ທີ່ລັດຖະບານ​ຂອງ​ທ່ານປົກຄອງ​ປະ​ເທດ ນັ້ນ​ກໍ​ຄື​ທ່ານ ພະຍາຍາມ​ຫຼີກ​ຫຼ່ຽງບໍ່​ໃຫ້​ເກີດ​ສົງຄາມ​ນີວ​ເຄຼຍກັນ.”


​ໃນ​ເວລາ​ຕໍ່​ມາ ປະທານາທິບໍ​ດີ​ເຄນ​ເນ​ດີ້ ກໍ​ໄດ້​ປະ​ເຊີນ​ ກັບ​ການ​ທົດ​ສອບໃນດ້ານ​ນະ​ໂຍ ບາຍ​ຕ່າງປະ​ເທດ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ທ່ານ ​ຄືໃນ​ເດືອນ​ຕຸລາ ປີ 1962 ​ເວລາ​ເຮືອບິນ​ສອ​ດ​ແນມ​ສະຫະລັດ ພົບ​ເຫັນ ​ກິດຈະ​ກໍາ​ທາງ​ທະ ຫານ​ຂອງ​ໂຊ​ຫວຽດ ຢູ່ໃນ​ປະ​ເທດ​ເກາະ​ຄິວ​ບາ.

ທ່ານ ຈອນ ​ເຄນ​ເນ​ດີ້ ​ເວົ້າ​ວ່າ: “ພາຍ​ໃນ​ອາທິດ​ຜ່ານ​ມາ​ນີ້ ໄດ້ພົບ​ເຫັນ​ຫຼັກ​ຖານ​ຊັດ​ເຈນ ທີ່ສະ​ແດງໃຫ້​ເຫັນ​ຄວາມ​ເປັນ​ຈິ​ງທີ່​ວ່າ ມີຖານ​ຍິງລູກ​ສອນ​ໄຟເພື່ອ​ໂຈມ​ຕີ​ທີ່​ຕິດ​ຕັ້ງ​ຢູ່ຫຼາຍ​ແຫ່ງ ຊຶ່ງ​ເວລານີ້​ຢູ່​ໃນ​ທ່າ​ຕຽມ​ພ້ອ​ມ ໃນ​ປະ​ເທດ​ເກາະ​ຄິວ​ບາ​ ​.”

ທ່ານ ​ເຄນ​ເນ​ດີ້ ​ໄດ້​ສັ່ງ​ໃຫ້​ປິດລ້ອມ​ການ​ເດີນ​ເຮືອ​ຂອງ​ຄິວ​ບາ ​ເພື່ອ​ຢຸດ​ການ ລໍາລຽງ​ລູກ​ສອນ​ໄຟ​ຂອງ​ໂຊ​ຫວຽດ​ເຂົ້າ​ໄປ​ໃນ​ຄິວ​ບາ. ວິ​ກິດ​ການ​ລູກສອນ​ໄຟ​ຄິວ​ບາ​ເປັນ​ເວລາ 13 ມື້​ນັ້ນ ​ໄດ້​ເຮັດ​ໃຫ້​ໂລກ​ເກືອບ​ຈະ​ເກີດ​ສົງຄາມ​ນີວ​ເຄຼຍກັນ. ​ແຕ່​ການ​ເຈລະຈາ​ຕໍ່​ຮອງ​ກັນ ຫຼັງ​ສາກທາງ​ການ​ທູດ​ ຂອງ​ທ່ານ​ເຄນ​ເນ​ດີ້ ບວກ​ກັບ​ການ​ຂົ່ມຂູ່ ກ່ຽວ​ກັບ​ການປະຕິບັດ​ການ​ທາງ​ທະຫານ ​ໃນ​ທີ່​ສຸດ​ກໍ​ຊ່ວຍ​ຍຸຕິວິ​ກິດ​ການ​ລົງ​ໄດ້ ​ແລະ​ໂຊ​ຫວຽດກໍ​ໄດ້​ລ່າ​ຖອຍ​ໄປ.

ວິ​ກິດ​ການ​ລູກ​ສອນ​ໄຟຄັ້ງ​ນັ້ນ ເປັນ​ເຫດ​ໃຫ້​ທ່ານ​ເຄນ​ເນ​ດີ້ ຕ້ອງ​ຊອກ​ຫາ​ວິທີ ​ຕ່າງໆ ເພື່ອ​ລະງັບ​ຄວາມ​ເຄັ່ງ​ຕຶງ​ຂອງ​ສົງຄາມ​ເຢັນ​ລົງ. ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ເດືອນ ກ່ອນ​ໜ້າ​ທ່ານ​ເຄ​ນ​ເນ​ດີ້​ຈະເຖິງ​ແກ່ອະສັນ​ຍະ​ກໍານັ້ນ ​ສິ່ງ​ນຶ່ງ​ໃນການ​ ​ປະສົບ​ຜົນສໍາ​ເລັດ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດຂອງ​ທ່ານ ນັ້ນ​ກໍ​ຄື​ການລົງນາມ​ໃນ​ສົນທິ ສັນຍາວ່າ​ດ້ວຍຂໍ້ຈໍາກັດການ​ຫ້າມ​ທົດ​ລອງ​ນີວ​ເຄຼຍກັບ​ສະຫະພາບ​ໂຊ​ຫວຽດ ຊຶ່ງ​ໄດ້​ນຳ​ໄປ​ສູ່​ການ​ເຮັດ​ຂໍ້​ຕົກລົງຕ່າງ​ໆກ່ຽວ​ກັບ​ການ​ຈຳ​ກັດ​ອາວຸດ​ໃນອະນາ ຄົດ​ກັບ Moscow.

​ໃນ​ຊ່ວງ​ບໍ່​ເທົ່າ​ເດືອນ​ສຸດ​ທ້າຍ​ ຂອງການ​ບໍລິຫານ​ປະ​ເທດ​ຂອງ​ທ່ານນັ້ນ ທ່ານ ​ເຄນ​ເນ​ດີ້ ຍັງ​ໄດ້​ສົ່ງ​ສັນຍານ​ທີ່​ຂັດ​ແຍ້​ງກັນ ກ່ຽວ​ກັບ​ຄວາມ​ສະຫຼາດ ລອບ​ຄອບ​ຂອງ​ການ​ສືບ​ຕໍ່​ພົວພັນ​ທາງ​ທະຫານ​ສະຫະລັດ​ຢູ່​ໃນ​ຫວຽດນາມ ນໍາ​ດ້ວຍ.

ທ່ານ Dallek ​ເວົ້າ​ວ່າ: “ຂ້າພະ​ເຈົ້າບໍ່​ຄິດ​ດອກ​ວ່າ ​ທ່ານເຄນ​ເນ​ດີ້​ຈະ​ເຮັດ​ໃນສິ່ງ ທ່ານ Lyndon Johnson ​ໄດ້​ເຮັດ​ໄປ. ຂ້າພະ​ເຈົ້າບໍ່​ຄິດ​ວ່າ​ທ່ານເຄນ​ເນ​ດີ້ ຈະ​ ສົ່ງ​ທະຫານ​ຈໍານວນ​ຫຼວງ​ຫຼາຍ ​ແບບທີ່​ທ່ານ​ຈອນ​ສັນ​ເຮັດ​ນັ້ນ ຕໍ່​ຄໍາ​ຖາມ​ທີ່​ວ່າທ່ານເຄນ​ເນ​ດີ້ ຈະ​ຫາ​ທາງ​ອອກ​ໄດ້ຫຼື​ບໍ່​ນັ້ນ ຂ້າພະ​ເຈົ້າບໍ່​ຮູ້. ​ແຕ່​ຂ້າພະ​ເຈົ້າ ບໍ່​ຄິດ​ເລີຍ​ວ່າ​ ທ່ານເຄນ​ເນ​ດີ້​ຈະເຮັດ​ໃຫ້ສົງຄາມ​ຮ້າຍ​ແຮງ​ຂຶ້ນ ​ແບບ​ດຽວ​ກັບ​ທີ່ທ່ານ​ຈອນ​ສັນ​ ໄດ້​ເຮັດ​ໄປ​ນັ້ນ.”

​ການ​ບໍລິຫານ​ປະ​ເທດ​ ຂອງ​ທ່ານ​ເຄນ​ເນ​ດີ້ ເຖິງ​ແມ່ນ​ເປັນ​ຊ່ວງ​ເວ​ລາ​ສັ້ນ​ກໍ​ຈິງ​ຢູ່ ​ແຕ່​ການ​ຈັດການ​ກັບ​ວິ​ກິດ​ການ​ລູກ​ສອນ​ໄຟ​ຄິວ​ບາແລະ​ຄວາມ​ພະຍາ ຍາມຂອງ​ທ່ານເພື່ອ​ໃຫ້​ມີ ສັນຕິພາບ​ຢູ່​ໃນໂລກ​ນັ້ນ ຍັງ​ຄົງ​ເປັນສ່ວນ​ທີ່​ຍັ້ງ​ຍືນ ຂອງ​ມູນ​ເຊື້ອ ​ການ​ເປັນ​ປະທານາທິ ບໍດີ​ຂອງ​ທ່ານ ຢູ່​ຕະຫຼອດ​ມາ.