ຄົບຮອບ 48 ປີ ແຫ່ງການລອບສັງຫານ ມື້ລາງ ປ. Kennedy ໃນວັນອັງຄານວານນີ້ (ເບິ່ງວີດິໂອ)

ປະທານາທິບໍດີ ຈອນເຄເນດີ (ຂວາ) ກໍາລັງນັ່ງລົດໄປກັບພັນລະຍາ ຂອງເພິ່ນ (ຊ້າຍ) ແລະຜູ້ວ່າການລັດເທັກຊັສ ໃນລົດທີ່ເປີດຫລັງຄາ ໃນເວລາທີ່ທ່ານຖືກລອບສັງຫານທີ່ເມືອງ ດາລາສ ລັດເທັກຊັສ ໃນວັນທີ 22 ພະຈິກ, 1963 (AP Photo, file)

ໃນ​ຂະນະ​ທີ່​ພົນລະ​ເມືອງ​ສະຫະລັດ​ລະນຶກ​ເຖິງ​ວັນ​ຄົບຮອບ 48 ປີ​ ແຫ່ງ​ການ​ລອບ​ສັງຫານ
ມື້​ລາງ​ປະທານາທິບໍດີ John F. Kennedy ອະດີດ​ສະມາຊິກ​ຄົນ​ນຶ່ງ​ຂອງ​ອົງການ​ຮັບຜິດ
ຊອບ​ເພື່ອ​ອາລັກຂາປະທານາທິບໍດີ​ສະຫະລັດກ່າວ​ຕໍ່​ວີ​ໂອ​ເອວ່າ ການ​ຍິງ​ສັງຫານດັ່ງກ່າວ​
ໄດ້​ເຜີຍ​ແບ​ໃຫ້​ເຫັນ​ເຖິງ​ຄວາມ​ອ່ອນ​ແອ​ກ່ຽວກັບ​ລາຍ​ລະອຽດໃນ​ການຮັກສາ​ຄວາມ​ປອດ​ໄພ​ ນັ້ນ.

ອະດີດ​ເຈົ້າ​ໜ້າ​ທີ່​ພະ​ແນ​ກສືບ​ລັບ​ສະຫະລັດ ທ່ານ Gerald Blaine ກ່າວ​ວ່າ ການ​ຂາດ​ພະ
ນັກງານສືບລັບ ແມ່ນເປັນ​ພາກສ່ວນ​ນຶ່ງ ​ທີ່ພາໃຫ້ມີການ​ລອບ​ສັງຫານ​ທ່ານ Kennedy ໃນ​
ລະຫວ່າງ​ການແຫ່​ຂະ​ບວນລົດ​ຂອງປະທານາທິບໍດີ​ໃນ​ວັນ​ທີ 22 ພະຈິກ ປີ 1962 ນັ້ນ.
ທ່ານ Blaine ກ່າວ​ຕື່ມ​ວ່າ ພວກເຈົ້າ​ໜ້າ​ທີ່​ສືບ​ລັບ 34 ຄົນ​ ທີ່​ຕິດຕາມ​ປະທານາ​ທິບໍດີ​ໄປ​
ເມືອງ Dallas ລັດ Texas ຊຶ່ງ​ໃນ​ມື້​ນັ້ນ ​ໄດ້​ມີ​ການ​ຕິດ​ຕໍ່ກັນ​ດ້ວຍ​ສັນຍານ​ມື ​ແທນ​ທີ່​ຈະ​
ທໍາການ​ຕິດ​ຕໍ່ກັນ​ທາງວິທະຍຸ​ ​ໃນ​ຂະນະ​ທີ່​ປະທານາທິບໍດີ​ກໍາລັງ​ນັ່ງລົດໄປ​ກັບ​ພັນ​ລະ​ຍາ​
ຂອງ​ເພິ່ນ ​ແລະ​ຜູ້​ວ່າການ​ລັດ Texasໃນ​ລົດ​ທີ່​ເປີດ​ຫລັງຄານັ້ນ.

ຫ້ອງ​ເກັບ​ມ້ຽນ​ປຶ້ມ​ໂຮງຮຽນ​ຂອງ​ລັດ Texas ທີ່ຢູ່​ຊັ້ນ 6 ຂອງ​ຕຶກ​ອາຄານ ບ່ອນ​ທີ່​ຜູ້​ຕ້ອງ​
ສົງໄສ​ເປັນ​ຄາດ​ຕະກອນ ນາຍ Lee Harvey Oswald ທີ່​ເຊື່ອ​ກັນ​ວ່າ ​ໄດ້​ເປັນ​ຜູ້​ຍິງ​ປືນ​
ຫລາຍນັດ​ໃສ່​ປະທານາທິບໍດີນັ້ນ ບັດ​ນີ້​ໄດ້​ປ່ຽນ​ເປັນຫໍພິພິດທະພັນແລ້ວ.

ທ່ານ Blaine ກ່າວ​ວ່າ ການ​ລອບ​ສັງຫານ​ປະທານາທິບໍດີ​ທີ່​ຍັງ​ໜຸ່ມນ້ອຍ ຊຶ່ງ​ໄດ້​ສ້າງຄວາມ
ຕື່ນຕົກໃຈໃຫ້ແກ່ໂລກນັ້ນ ​ໄດ້​ພາ​ໃຫ້​ມີ​ການ​ປັບປຸງການ​ຮັກສາ​ຄວາມ​ປອດ​ໄພໃຫ້​ດີ​ຂຶ້ນ ​ເຊ່ນ
ມີ​ການໃຫ້ງົບ​ປະມານ​ຫລາຍ​ຂຶ້ນ ​ສໍາລັບ​ພະ​ແນ​ກຮັກສາ​ຄວາມ​ປອດ​ໄພ ​ແກ່​ປະທານາທິບໍດີ
ແລະ​ມີ​ຍານພາຫະນະ​ ທີ່​ປົກ​ປິດ​ຫລັງຄາ​ສໍາລັບ​ພວກ​ລົດ​ຂະ​ບວນ​ແຫ່​ນັ້ນ.

ເບິ່ງວີດິໂອລາຍງານຂ່າວເປັນພາສາອັງກິດ ທີ່ກ່ຽວຂ້ອງກັບເລື້ອງນີ້