ທ່ານ Joe Biden ແວ່ ຢ້ຽມຢາມ ມົງໂກເລຍ

ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ໂບກມືໃຫ້ພວກທີ່ມາຕ້ອນຮັບ ຂະນະທີ່ຍ່າງຢູ່ຄຽງຂ້າງ ນາຍົກລັດຖະມົນຕີມົງໂກເລຍ ທ່ານ Batbold Sukhbaatar ທີ່ໄປຕ້ອນຮັບທ່ານຢູ່ເດິ່ນບິນສາກົນ Chinggis Khaan ໃນນະຄອນຫລວງ Ulan Bator ຂອງມົງໂກເລຍ, ວັນຈັນ ທີ 22 ສິງຫາ 2011. (AP Photo/Andy

ທ່ານ Joe Biden ຮອງ​ປະທານາທິບໍດີ​ສະຫະລັດ​ ​ໄດ້​ກ່າວ​ຍ້ອງຍໍ​ການ​ຫັນປ່ຽນ​ຂອງ Mongolia ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ ໃນ​ວັນ​ຈັນ​ມື້​ນີ້ ​ໃນ​ລະຫວ່າງການ​ຢ້ຽມຢາມ​ເປັນ ເວລາ 1 ມື້​ ຊຶ່ງທ່ານໄດ້​ໂອ້​ລົມ​ສົນທະນາ​ກັບ​ພວກ​ຜູ້​ນໍາ​ມົ​ງໂກ​ເລຍເລື້ອງຄວາມ​ຮ່ວມໄມ້ ຮ່ວມ​ມື​ກັນ​ ຢ່າງໃກ້ຊິດ​ຂຶ້ນ ​ທາງ​ດ້ານເສດຖະກິດ​ແລະ​ປ້ອງ​ກັນ​ປະ​ເທດ.

ທ່ານ Biden ທີ່​ເດີນທາງ​ໄປ​ຮອດນະຄອນຫລວງ Ulan Bator ຫລັງ​ຈາກທໍາ​ການ​ຢ້ຽມຢາມ​ຈີນ 5 ມື້ ເປັນ​ຮອງ​ປະທານາທິບໍດີ​ສະຫະລັດ​ຄົນທໍາ​ອິດ​ ທີ່​ໄປ​ຢ້ຽມຢາມ Mongolia ນັບ​ແຕ່​ປີ 1944 ​ເປັນ​ຕົ້ນ​ມາ ​ແຕ່​ອະດີດ​ປະທານາ​ທິບໍດີ George W. Bush ​ໄດ້​ຢຸ​ດ​ແວ່​ເປັນ​ເວລາ​ສັ້ນໆ​ ໃນ​ປີ 2005.

ທ່ານ Biden ​ໄດ້​ກ່າວຂອບ​ອົກ​ຂອບ​ໃຈ Mongolia ສໍາລັບ​ການ​ປະກອບສ່ວນ​ທາງທະ
ຫານ​ໃນ​ອີຣັກ ​ແລະ​ໃນ​ອັຟກາ​ນີສຖານ ຕະຫຼອດ​ທັງ​ເຂົ້າ​ຮ່ວມ​ໃນ​ການ​ປະຕິບັດງານ​ຮັກສາ ສັນຕິພາບ​ອື່ນໆ.

ການ​ຢ້ຽມຢາມ Mongolia ຂອງ​ທ່ານ Biden ​ໃນຄັ້ງ​ນີ້ ​ແມ່ນ​ເປັນ​ການ​ສະໜອງ​ຕອບ​ການ​ຢ້ຽມຢາມກຸງ​ວໍ​ຊິງ​ຕັນ ຂອງປະທານາ​ທິບໍດີ Mongolia ທ່ານ Tsakhia Elbegdorj ​ໃນ​ເດືອນ​ມິຖຸນາ​ປີ​ນີ້. ນອກ​ນັ້ນ ທ່ານ Biden ຍັງ​ໄດ້ພົບ​ປະ​ສົນທະນາກັບ​ນາຍົກລັດຖະມົນຕີ Bukhbaatar Batbold ໃນ​ວັນ​ຈັນ​ມື້​ນີ້​ເຊ່ນ​ກັນ.

ເຖິງ​ແມ່ນ​ໄດ້​ຮັບ​ການຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ໂດຍ​ທົ່ວ​ໄປ ທີ່ Mongolia ນັ້ນກໍ​ຕາມ ​ແຕ່​ຂະ​ບວນລົດ​ຂອງ​ທ່ານ Biden ​ກໍໄດ້​ປະ​ເຊີນ​ກັບ​ການ​ປະ​ທ້ວງ​ຈາກ​ພວກ​ປະ​ທ້ວງ​ກຸ່ມ​ນ້ອຍໆ ​ທີ່ ​ຖື​ປ້າຍຮຽກຮ້ອງ​ ອະ​ເມຣິກາບໍ່​ໃຫ້​ມາ​ຫຍຸ້ງກ່ຽວ​ກັບ Mongolia.