ທ່ານແມັດຕິສ ສັນຍາຈະເອົາທ່າທີ ທີ່ໜັກແໜ້ນ ກັບເກົາຫຼີເໜືອ

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານຈິມ ແມັດຕິສ ແລະຄູ່ຕຳແໜ່ງຝ່າຍຫວຽດນາມ ທ່ານໂຫງ ຊວນ ລິກຈ໌ ກຳລັງກວດແຖວທະຫານ ທີ່ຮ່າໂນ້ຍ ປະເທດຫວຽດນາມ ວັນທີ 26 ມັງກອນ 2018.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ​ຈິ​ມ ແມັດ​ຕິ​ສ ກ່າວ​ວ່າ ​ສະຫະລັດ​ຈະ​ສືບ
ຕໍ່ “ເອົາທ່າທີທີ່ໜັກແໜ້ນ ​ແລະສະໜອງທາງ​ເລືອກທີ່ໜ້າ​ເຊື່ອ​ຖືທາງທະຫານ” ​ແກ່​ບັນ
ດາ​ນັກ​ການ​ທູດ ທີ່ເຮັດ​ວຽກ​ເພື່ອ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງຢູ່​ແຫລມ​ເກົາຫລີ​ແລະ​ແກ້ໄຂ
ໄພຂົ່ມຂູ່ຈາກອາວຸດ​ນິວ​ເຄລຍ ​ແລະລູກ​ສອນ​ໄຟ ຂອງ​ພຽງ​ຢາງ.

ທ່ານກ່າວກ່ຽວກັບເລື່ອງນີ້ ​ຢູ່​ເທິງ​ເຮືອບິນ ກ່ອນ​ທີ່ຈະລົງຈອດ ​ຢູ່ອ່າວເພີລຮາ​ເບີ ທ່ານ​
ແມັດ​ຕິ​ສ ຍັງ​ໄດ້້​ໃຫ້​ຂໍ້​ສັງ​ເກດ​ວ່າ ສະຫະລັດພ້ອມແລ້ວ ​ທີ່​ຈະ “ສູ້​ລົບ​ໃນ​ມື້​ແລງ​ນີ້” ຄຽງ
​ຂ້າງ​ກັບ​ເກົາຫລີ​ໃຕ້ ຖ້າ​ຫາກ​ການໂຈມ​ຕີ​ໂດຍເກົາຫລີ​ເໜືອມີຂຶ້ນ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດສະຫະລັດກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ໃນລະຫວ່າງ​ເດີນທາງ
​ຈາກ​ຫວຽດນາມ ​ໄປລັດ​ຮາ​ວາຍ​ວ່າ “ທາງ​ເລືອກ​ທາງທະຫານເຫລົ່າ​ນັ້ນ​ຍັງ​ຄົງມີ​ຢູ່
ເໝືອນ​ເດີມນັບ​ແຕ່​ປີ 1953 ເປັນຕົ້ນມາ. ມາ​ຈົນ​ຮອດ​ມື້​ນີ້. ພວກ​ເຮົາ​ສາ ມາດ​ສູ້​ລົບ​ມື້​
ແລງ​ນີ້ ​ຄຽງ​ບ່າ​ຄຽງໄຫລ່​ກັບ​ເກົາຫລີ​ໃຕ້ ​ຖ້າ​ຫາກ​ເຂົາ​ເຈົ້າ​ຖືກ​ໂຈມ​ຕີ.”

ທ່ານ​ແມັດ​ຕິ​ສ ກ່າວ​ເພີ້​ມອີກ​ວ່າ “ການ​ໂຈມ​ຕີໃດໆ​ກໍຕາມຈາກ​ເກົາຫລີ​ເໜືອຈະ​ຖືກ
“ຕອບ​ໂຕ້​ຄືນຢ່າງ​ຮ້າຍ​ແຮງ.”

ຫົວໜ້າ​ທຳນຽບຫ້າ​ແຈ​ໄດ້​ພົບ​ປະ​ໃນ​ວັນ​ສຸກວານນີ້​ທີ່​ລັດຮາ​ວາຍ​ກັບລັດຖະມົນຕີ​ກະ
ຊວງປ້ອງ​ກັນ​ປະ​ເທດ​ເກົາຫລີ​ໃຕ້ ທ່ານ​ຊອງ ຢຸງ-ມູ. ທ່ານ​ແມັດ​ຕິ​ສ ກ່າວ​ວ່າ ການ​ປະ
ຊຸມຈະເວົ້າ​ເຖິງ​ນະ​ໂຍບາຍ ກ່ຽວກັບ “ການ​ເຮັດໃຫ້ ແຫຼມເກົາຫລີ ເປັນເຂດປອດ​ນິວ
​ເຄລຍ.”

ລມຕ ປ້ອງກັນປະເທດ ສຫລ ທ່ານຈິມ ແມັດຕິສ ກຳລັງໂອ້ລົມກັບພວກນັກຂ່າວ ທີ່ບ້ານສະຫງົບເສີກ ປັນມຸນຈອມ ໃນເຂດປອດທະຫານ.

ການ​ປະ​ຊຸມ​ມີ​ຂື້ນ ​ໃນ​ຂະນະ​ທີ່​ເກົາຫລີ​ເໜືອ ​ແລ​ະ​ເກົາຫລີ​ໃຕ້​ພົວພັນໃນ​ການ​ເຈລະຈາ
​ກ່ຽວ​ກັບ​ກິລາ​ໂອລິ​ມປິກລະດູ​ໜາວໃນເດືອນ​ໜ້າ​ນີ້​ຢູ່​ເກົາຫລີ​ໃຕ້. ​ເກົາຫລີ​ເໜືອ​ໄດ້​ຕົກ
ລົງຈະ​ສົ່ງ​ຜູ້ຕາງໜ້າ​ເຂົ້າ​ຮ່ວມ​ການ​ແຂ່ງຂັນດັ່ງກ່າວ.

ທ່ານ​ແມັດ​ຕິ​ສ​ເນັ້ນ​ໜັກ​ວ່າ ການ​ປະຊຸມ​ຂອງ​ທ່ານ​ກັບລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ
​ຊອງ “ບໍ່​ໄດ້​ກະກຽມໄວ້​ໂດຍ​ກົງ​ ​ເພາະວ່າ​ມີ​ໂອ​ລິ​ມປິກ” ຫລື​ການເຈລະຈາອື່ນໆທີ່ກຳລັງ
ດຳເນີນຢູ່.

Your browser doesn’t support HTML5

In Hawaii, Mattis Praises Renewed Talks Between South, North Korea

ບັນດາ​ນັກວິ​ເຄາະ​ຈຳນວນ​ນຶ່ງ​ໄດ້​ກ່າວ​ວ່າ ​ເກົາຫລີ​ເໜືອ​ອາດ​ໃຊ້​ການ​ເຈລະຈາ ພະຍາ
ຍາມ​ສ້າງຄວາມແຕກ​ແຍກ ລະຫວ່າງ​ສະຫະລັດ ​ແລະເກົາຫລີ​ໃຕ້.

​ແຕ່​ທ່ານ​ແມັດຕິ​ສ ​ໄດ້​ຊີ້​ໃຫ້ເຫັນ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ເກົາຫລີ​ໃຕ້ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ
​ທີ່​ຈະ​ຈຳກັດ​ການເຈລະຈາ​ໃນ​ຫົວ​ຂໍ້​ທີ່​ພົົວພັນ​ກັບ​ໂອ​ລິ​ມປິກເທົ່ານັ້ນ. ທ່ານ​ໄດ້​ຮ້ອງ​ການ​ສົນທະນາ​ນີ້ວ່າ “​ເປັນ​ຮ່ອງຮອຍ​ໃນ​ທາງ​ບວກ” ​ແຕ່​ໄດ້ຕັ້ງຄຳ​ຖາມ​ວ່າ ການ​ເຈລະຈາ​ດັ່ງ
ກ່າວ​ຈະ​ມີ​ນ້ຳໜັກ​ຫລາຍ​ປານ​ໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ