ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ສັ່ງໃຫ້ “ເລັ່ງລັດການປະຕິບັດງານ”
ຕໍ່ຕ້ານພວກນັກລົບກຸ່ມລັດອິສລາມຢູ່ໃນຊີເຣຍ ອີງຕາມຄຳເວົ້າຂອງລັດຖະມົນຕີກະ
ຊວງປ້ອງກັນປະເທດສະຫະລັດ ທ່ານ Jim Mattis ໃນວັນສຸກວານນີ້.
ທ່ານ Mattis ເອີ້ນການເລັ່ງລັດນີ້ວ່າ “ເປັນການປ່ຽນແປງໃນຍຸດທະວິທີ” ໂດຍກ່າວ
ວ່າ ທາງກອງທັບຈະປ່ຽນຈາກການປະຕິບັດງານ ທີ່ແນໃສ່ ເພື່ອຂັບໄລ່ພວກນັກລົບ
ກຸ່ມລັດອິສລາມອອກໄປຈາກທີ່ໝັ້ນແຫ່ງຕ່າງໆ ແລະຈະຫັນໄປໃຊ້ການປິດລ້ອມສັດ
ຕູຢູ່ໃນທີ່ໝັ້ນຂອງພວກເຂົາແທນ.”
ທ່ານ Mattis ກ່າວວ່າ “ຄວາມຕັ້ງໃຈກໍແມ່ນເພື່ອປ້ອງກັນບໍ່ໃຫ້ພວກນັກລົບຕ່າງດ້າວ
ທີ່ຫລົບໜີໄປນັ້ນກັບຄືນປະເທດ” ແລະທ່ານໃຫ້ຂໍ້ສັງເກດຕື່ມວ່າ ເປົ້າໝາຍ ໃນເວລາ
ນີ້ກໍແມ່ນເພື່ອ “ທຳລາຍ” ພວກນັກລົບ ຂອງກຸ່ມລັດອິສລາມ ບໍ່ພຽງແຕ່ຄວບຄຸມພວກ
ເຂົາໄວ້ເທົ່ານັ້ນ.
ລົດຮຳວີ ຂອງຕຳຫຼວດ ລັດຖະບານກາງອີຣັກ ຂັບໄປຕາມຫົນທາງ ທີ່ຫວ່າງເປົ່າ ຂອງເມືອງໂມຊູລ. (2 ພຶດສະພາ 2017)
ທ່ານກ່າວວ່າ “ບໍ່ມີທາງຫຼົບໜີ” ສຳລັບສະມາຊິກຂອງກຸ່ມລັດອິສລາມຢູ່ທີ່ເມືອງໂມຊູລ
ບ່ອນທີ່ກອງທັບອີຣັກກ່າວໃນຕົ້ນອາທິດນີ້ວ່າ ຕົນໄດ້ປິດລ້ອມເມືອງດັ່ງກ່າວແລ້ວ ແຕ່
ກໍໃຫ້ຂໍ້ສັງເກດວ່າ ຍັງບໍ່ມີການປ່ຽນແປງຫຍັງກ່ຽວກັບລະບຽບໃນການບຸກໂຈມຕີຂອງ
ກຳລັງແນວໂຮມ.
ທ່ານ Mattis ກ່າວວ່າ “ພວກເຮົາແມ່ນສືບຕໍ່ທຸກການດຳເນີນຄວາມພະຍາຍາມ ທີ່ຈະ
ໃຫ້ການປົກປ້ອງແກ່ປະຊາຊົນທີ່ບໍ່ມີຄວາມຜິດ.”
ທ່ານ Mattis ເວົ້າວ່າ ມີປະຊາຊົນຫຼາຍກວ່າ 4 ລ້ານຄົນໄດ້ຖືກປົດປ່ອຍໃນລະຫວ່າງ
ການບຸກໂຈມຕີ ແລະ “ດິນແດນແມ່ນແຕ່ຄືບດຽວກໍບໍ່ໄດ້ຖືກຍຶດຄືນໄປ.”
ທ່ານກ່າວວ່າ “ພວກເຮົາພວມນຳພາການບຸກໂຈມຕີໃນຂອບເຂດທີ່ກວ້າງຂວາງຂອງ
ນາໆຊາດ ເພື່ອທັບມ້າງໃນການກ່າວອ້າງ ຂອງກຸ່ມລັດອິສລາມທີ່ວ່າບໍ່ມີໃຜສາມາດຕີ
ພວກເຂົາແຕກໄດ້ນັ້ນ ເພື່ອປະຕິເສດບໍ່ໃຫ້ບ່ອນຫລົບລີ້ ທາງດ້ານພູມສາດແກ່ກຸ່ມລັດ
ອິສລາມ ທີ່ພວກເຂົາໃຊ້ເປັນທຳການຄາດຕະກຳ ພ້ອມທັງກຳຈັດຄວາມສາມາດຂອງ
ກຸ່ມລັດອິສລາມ ໃນການປະຕິບັດງານຢູ່ຕ່າງປະເທດ ແລະ ຖອນຮາກຖອນເຫງົ້າ ໃນ
ຄວາມສາມາດຂອງພວກເຂົາເພື່ອເກັບເກນແລະຊອກຫາເງິນມາສະໜັບສະໜຸນການ
ປະຕິບັດງານຂອງພວກກໍ່ການຮ້າຍ.”
ກຳລັງຂອງອີຣັກ ຊຶ່ງໄດ້ຮັບການໜຸນຫລັງ ໂດຍແນວໂຮມ ທີ່ຢູ່ພາຍໃຕ້ການນຳພາ
ຂອງສະຫະລັດໄດ້ຂັບໄລ່ກຸ່ມລັດອິສລາມອອກຈາກເມືອງໂມຊູລເກືອບທັງໝົດຍົກ
ເວັ້ນແຕ່ ຢູ່ໃນບໍລິເວນ 12 ກິໂລແມັດມົນທົນ ຂອງເມືອງດັ່ງກ່າວ ໂດຍໄດ້ປິດລ້ອມ
ພວກນັກລົບ ທີ່ຍັງເຫລືອຢູ່ນັ້ນ ໄວ້ໃນເຂດເມືອງເກົ່າ ບ່ອນທີ່ຄາດກັນວ່າພວກເຂົາ
ຈະທຳການຕ້ານຢັນເປັນຄັ້ງສຸດທ້າຍ ໃນສອງສາມອາທິດຂ້າງໜ້ານີ້.