ຜູ້ຕັ້ງຖິ່ນຖານຊາວຢິວ ໄດ້ສ້າງໂຮງຮຽນສາສະໜາຂຶ້ນ ຢູ່ໃນຂົງເຂດອົບພະຍົບ ເວສ ແບັງ ທີ່ຢູ່ຫ່າງໄກ ລຸນຫຼັງອິສຣາແອລຍົກເລີກຂໍ້ຫ້າມ

ແຜນທີ່ກ່ຽວກັບຂົງເຂດຂອງ ອິສຣາແອລ, ບໍລິເວນຂົງເຂດປົກຄອງ Gaza ແລະ West Bank.

ຊາວຢິວຜູ້ມາຕັ້ງຖິ່ນຖານຢູ່ໃນຂົງເຂດ ເວສ ແບັງ (West Bank) ທີ່ຖືກຢຶດ ຄອງໄດ້ພາກັນສ້າງໂຮງຮຽນສອນສາສະໜາໃນຂົງເຂດຖິ່ນ​ຖານ​ຫ່າງ​ໄກ​ທີ່ຖືກມ້າງຖອນ, ອີງຕາມລາຍງານຂອງອົງການຂ່າວ AP.

ການປະກາດໃນວັນຈັນມື້ນີ້ມີຂຶ້ນລຸນຫຼັງລັດຖະບານຝ່າຍຂວາຈັດໃນເດືອນມີນາທີ່ຜ່ານມາໄດ້ຍົກເລີກລັດຖະທໍາມະນູນປີ 2005 ທີ່ໄດ້ມ້າງຖອນຖິ່ນຖານ 4 ແຫ່ງ ໃນຂົງ ເຂດ ເວສ ແບັງ ແລະໄດ້ຫ້າມບໍ່ໃຫ້ຊາວອິສຣາແອລ ກັບຄືນເຂົ້າມາໃນ ບໍລິເວນດັ່ງກ່າວອີກ. ໂຮເມສ (Homesh), ເປັນຖິ່ນ​ຖານ​ທີ່​ຢູ່​ຫ່າງ​ໄກ, ເຊິ່ງ ເປັນບ່ອນທີ່ໂຮງຮຽນສອນສາສະໜາໄດ້ກໍ່ຕັ້ງຂຶ້ນໃນຕອນແລງວັນອາທິດວານນີ້, ກໍເປັນນຶ່ງໃນນັ້ນ.

ປະຊາຄົມສາກົນສ່ວນຫຼາຍພິຈາລະນາວ່າ ການຕັ້ງຖິ່ນຖານ ຂອງຊາວ ອິສຣາແອລແມ່ນຜິດກົດໝາຍ ແລະເປັນການຂັດຂວາງຕໍ່ການສ້າງ ສັນຕິພາບ ໃນຊ່ວງເວລາທີ່ຄວາມເຄັ່ງຕຶງກໍາລັງເພີ້ມສູງຂຶ້ນ. ໃນວັນຈັນມື້ນີ້, ຜູ້ຊາຍຊາວ ປາແລັສໄຕນ໌ຄົນນຶ່ງກໍໄດ້ເສຍຊີວິດເຊັ່ນກັນ ລຸນຫຼັງທີ່ລາວຖືກຍິງ ໂດຍກອງກໍາ ລັງຂອງຊາວອິສຣາແອລ ຢູ່ບໍລິເວນເມືອງເຈນິນ ໃນຂົງເຂດ ເວສ ແບັງ, ອີງ ຕາມການກ່າວຂອງເຈົ້າໜ້າທີ່ການແພດຊາວປາແລັສໄຕນ໌.

ກອງທັບ ຂອງຊາວອິສຣາແອລກ່າວວ່າ ກອງ​ກຳ​ລັງ​ໃນ​ການ​ບຸກ​ຈັບ​ກຸມໄດ້​ຖືກ​ຍິງ​ໂຈມ​ຕີ​ຢ່າງ​ໜັກ ແລະ ໄດ້ຍິງຕອບໂຕ້ຄືນ.

ອ່ານຂ່າວນີ້ເປັນພາສາອັງກິດ