ພວກໄອຍະການ ຂອງຍີ່ປຸ່ນ ຈັບກຸມ ອະດີດ ຫົວໜ້າ ບໍລິສັດນິສສັນ ທ່ານ Carlos Ghosn ເປັນເທື່ອທີສີ່

ອະດີດປະທານ ບໍລິສັດສັດລົດນິສສັນ Carlos Ghosn ອອກໄປຈາກຫ້ອງການທະນາຍຄວາມຂອງຜູ້ກ່ຽວ ໃນໂຕກຽວ ໃນວັນທີ 3 ເມສາ 2019.

ອະດີດປະທານບໍລິສັດລົດ ນິສສັນ ທ່ານ ຄາລົສ ກົສສິນ ໄດ້ຖືກຈັບຕື່ມຢູ່ຍີ່ປຸ່ນໃນຂໍ້
ກ່າວຫາໃໝ່ ດ້ານການເງິນບໍ່ຖືກຕ້ອງ.

ພວກໄອຍະການກ່າວວ່າ ທ່ານ ກົສສິນ ໄດ້ຖືກກັກໂຕໄວ້ ຢູ່ໃນຫ້ອງແຖວຂອງລາວ ໃນວັນພະຫັດມື້ນີ້ ອິງຕາມຂໍ້ກ່າວຫາວ່າໝູນເງິນ 5 ລ້ານໂດລາ ຂອງບໍລິສັດນິສັນ ໄປ
ໃຊ້ສ່ວນຕົວ.

ອະດີດຜູ້ບໍລິຫານ ໄວ 65 ປີ ທຳອິດ ໄດ້ຖືກຈັບເມື່ອເດືອນພະຈິກປີກາຍນີ້ ໃນຂໍ້ຫາ ປອມແປງຂໍ້ຄວາມໃນເອກະສານການເງິນເປັນເວລາເກືອບນຶ່ງທົດສະວັດໂດຍການ
ລາຍງານບໍ່ພຽງພໍ ຫລຸດຈຳນວນເຖິງ 82 ​ລ້ານ ໂດລາ.

ທ່ານໄດ້ຖືກຈັບສອງເທື່ອ ໃນເດືອນທັນວາ ໃນລະຫວ່າງຖືກກັກຢູ່ ຍ້ອນບ້ຽວຂໍ້ກ່າວ
ຫາ ອັນມີລວມທັງການກ່າວຫາວ່າໂອນເງິນ 16 ລ້ານໂດລາໃນການຂາດທຶນໃນການ
ລົງທຶນສ່ວນຕົວ ໄປໃສ່ໃນປຶ້ມຂອງບໍລິສັດລົດຍີ່ປຸ່ນ.

ທ່ານ ກົສສິນ ທີ່ເກີດຢູ່ປະເທດບຣາຊີລ ໄດ້ອອກຖະແຫລງການໃນວັນພະຫັດມື້ນີ້ ໂດຍຜ່ານພວກຜູ້ແທນ ປະນາມການຈັບກຸມຜູ້ກ່ຽວເທື່ອຫລ້າສຸດ ທີ່ລາວເວົ້າວ່າເປັນ
ຄວາມພະຍາຍາມ ທີ່ຈະປິດປາກລາວໂດຍພວກຄົນໃນບໍລິສັດນິສັນ.ລາວຂຽນລົງ
ວ່າ “ເປັນຫຍັງຈຶ່ງຈັບຂ້ອຍ ຫວັງວ່າຈະທັບມ້າງຂ້ອຍບໍ? ຈະມ້າງເພຂ້ອຍບໍໄດ້ດອກ ຂ້ອຍເຊຶ່ອແນ່ວ່າ ຖ້າມີການພິຈາລະນາຄະດີຢ່າງຍຸຕິທຳ ຂ້ອຍຈະພົ້ນໂທດ.”

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ