ຈຳນວນຄົນ ທີ່ເສຍຊີວິດ ຈາກພູໄຟລະເບີດ ໃນຍີ່ປຸ່ນ ເພີ້ມສູງຂຶ້ນ ເຖິງ 36 ຄົນ

ຄວັນຂີ້ເຖົ່າ ທີ່ກະຈາຍຢູ່ເທິງ ພູໄຟ Ontake ໃນຂະນະທີ່ຍັງສືບຕໍ່ ລະເບີດຢູ່ ທີ່ໝູ່ບ້ານ Otaki ໃນເທດສະບານນະຄອນ Nagano ປະເທດຍີ່ປຸ່ນເມື່ອວັນຈັນ ທີ 29 ກັນຍາ 2014.

ເຈົ້າໜ້າ​ທີ່​ຕຳຫລວດ ​ໃນ​ພາກ​ກາງຂອງ​ຍີ່​ປຸ່ນ ກ່າວ​ວ່າ ​ເຂົາ​ເຈົ້າ
​ໄດ້​ພົບ​ສົບ​ອີກ 5 ສົບ ຂອງພວກ​ນັກປີນ​ພູ​ ຢູ່​ໃກ້ໆ​ກັບ​ຈອມ​ພູ​ໄຟ
Ontake ທີ່​ໄດ້​ລະ​ເບີດ​ຂຶ້ນ​ໃນ​ວັນ​ເສົາ​ຜ່ານ​ມານີ້.

ການ​ຄົ້ນ​ພົບ​ເຫັນ​ຄັ້ງ​ໃໝ່​ ​ໃນ​ວັນ​ຈັນ​ມື້ນີ້ ​ໄດ້ເພີ້​ມຈຳນວນ​ຜູ້​ເສຍ
​ຊີວິດ ຈາກ​ພູ​ໄຟ​ລະ​ເບີດ ​ຂຶ້ນເປັນ​ຢ່າງ​ນ້ອຍ 36 ຄົນ​ແລ້ວ. ບັນ
ດາພະນັກງານກູ້​ໄພ ​ໄດ້ຍົກ​ເລີ​ກການຄົ້ນຫາ​ໃນ​ມື້​ນີ້ ຍ້ອນລະດັບ
​ຄວັນ​ພິດຈາກ​ພູ​ໄຟ ​ໄດ້ເພີ້​ມສູງຂຶ້ນ.

ຕຳຫລວດແລະທະຫານ ຫຼາຍຮ້ອຍ​ຄົນ ​ໄດ້​ຂຶ້ນ​ໄປຍັງພູ​ໄຟ
Ontake ທີ່ປົກ​ຄຸມ​ໄປ​ດ້ວຍ​ຂີ້​ເຖົ່າ​ ​ໃນວັນອາທິດ​ວານ​ນີ້ ​ເພື່ອ​ຊອກ​ຫາ​ຜູ້​ທີ່ອາດ ​ລອດ​ຊີວິດ ​ແລະຜູ້​ທີ່​ໄດ້​ຮັບບາດ​ເຈັບ​ ແລະ​ເສຍ​ຊີວິດ ຈາກການ​ລະ​ເບີດ​ຄັ້ງນີ້.

ໜ່ວຍກູ້ໄພຍີ່ປຸ່ນ ສືບຕໍ່ຊອກຫາ ຜູ້ເຄາະຣ້າຍ ຈາກພູໄຟລະເບີດ

ເຈົ້າໜ້າ​ທີ່​ກ່າວ​ວ່າ ​ໄດ້​ຊ່ວຍຊີວິດ​ນັກ​ປີນ​ພູຄົນ​ນຶ່ງ​ ​ແລະມີ​ຫລາຍ​ຄົນ ​ໄດ້ຮັບ​ບາດ​ເຈັບ​ສາຫັດ.

ຫຼາຍຮ້ອຍ​ຄົນ ​ໄດ້ຕົກ​ຄ້າງ​ຢູ່​ເທິງ​ຈອມ​ພູ​ ຫຼັງຈາກ​ມັນລະ​ເບີດ​ຂຶ້ນ​ໃນ ຕອນ​ບ່າຍວັນ​ເສົາ​ຜ່ານ​ມາ​ນີ້ ຕາມເວລາ​ທ້ອງ​ຖິ່ນ ໂດຍ​ບໍ່​ມີສັນຍາ​ນ​ເຕືອນ​ໃດໆ​ເລີຍ. ສ່ວນ​ໃຫຍ່ ​ໄດ້​ພະຍາຍາມ​ກັບລົງ​ມາ ໃນ​ຕອນ​ແລງ​ຂອງວັນ​ເສົາ.

Your browser doesn’t support HTML5

JAPAN VOLCANO VO