ໄຕ້ຝຸ່ນ Talas ພັດຖະຫຼົ່ມ ປະເທດຍີ່ປຸ່ນ

  • ໄພສານ ວໍຣະຈັກ

ຮູບພາບຂອງລົມໄຕ້ຝຸ່ນ Talas ທີ່ຖ່າຍຈາກດາວທຽມ Aqua ຂອງອົງການອະວະກາດຫຼືນາຊາຂອງສະຫະລັດ ຂະນະລົມພາຍຸຫົວນີ້ ພັດຜ່ານພາກຕາເວັນຕົກ ຂອງມະຫາສະມຸດປາຊີຟິກແລະເມກເຝື້ອຂອງພາຍຸປົກຄຸມພາກ ໃຕ້ຂອງຍີ່ປຸ່ນ (1 ກັນຍາ 2011)

ເຈົ້າໜ້າທີ່ຍີ່ປຸ່ນກ່າວວ່າ ລົມພາຍຸໄຕ້ຝຸ່ນ Talas ໄດ້ພັດເຂົ້າຖະຫຼົ່ມພາກຕາເວັນຕົກຂອງ
ຍີ່ປຸ່ນຊຶ່ງໄດ້ພາໃຫ້ເກີດຝົນຕົກໜັກແລະມີລົມແຮງນັ້ນ.

ເຈົ້າໜ້າທີ່ເວົ້າວ່າ ມີຜູ້ເສຍຊີີວິດຢ່າງນ້ອຍ 1 ຄົນແລະອີກ 5 ຄົນຫາຍສາບສູນອັນເປັນ
ຜົນເນື່ອງມາຈາກລົມພາຍຸດັ່ງກ່າວ. ເຈົ້າໜ້າທີ່ກ່າວວ່ານອກນັ້ນແລ້ວຍັງມີອີກສິບກວ່າຄົນ
ໄດ້ຮັບບາດເຈັບ.

ໄຕ້ຝຸ່ນ Talas ໄດ້ພັດຂຶ້ນຝັ່ງໃນວັນເສົາມື້ນີ້ ທີ່ເກາະ Shikoku ແລະພວມພັດມຸ່ງໜ້າ
ຊ້າໆໄປທາງທິດເໜືອ.

ພະແນກພະຍາກອນອາກາດຂອງຍີ່ປຸ່ນໄດ້ອອກຄຳເຕືອນກ່ຽວກັບຝົນຕົກໜັກແລະລົມແຮງ
ທີ່ອາດພາໃຫ້ເກີດໄພນໍ້າຖ້ວມ ແລະດິນເຈື່ອນໄດ້.

ພວກນັກພະຍາກອນອາກາດຄາດວ່າ ການພັດຜ່ານຍີ່ປຸ່ນຂອງໄຕ້ຝຸ່ນ Talas ຈະສິ້ນສຸດ
ລົງໃນວັນອາທິດມື້ອື່ນນີ້ ແລະຫຼັງຈາກນັ້ນກໍຈະເຄື່ອນທີ່ໄປຍັງທິດເໜືອເຂົ້າສູ່ທະເລຍີ່ປຸ່ນ.