// ສຽງເຮືອບິນ //
ເຮືອບິນເຮລີຄອບເຕີ້ຂອງທະຫານຫລາຍລໍາ ບິນເວິ່ນຢູ່
ເໜືອຫົວ ສໍາຫລວດເບິ່ງຄວາມເສຍຫາຍ ແລະຊອກຫາພວກທີ່ອາດຍັງລອດຊີວິດມາໄດ້ ຢູ່ເລາະຕາມແຄມຝັ່ງທະເລຂອງແຂວງມິຢາກິນັ້ນ ຊຶ່ງມາຮອດວັນຈັນວານນີ້ ເຈົ້າໜ້າທີ່ໄດ້ພົບເຫັນຫລາຍກ່ວາ 15,000 ຄົນທີ່ລອດຊີວິດມາໄດ້. ຊາຍຄົນນື່ງນັ່ງຢູ່ເທິງແປ້ນແຜ່ນໃຫຍ່ໆ ລອຍຢູ່ກາງທະເລເປັນເວລາສອງມື້ ກ່ອນຖືກຊ່ວຍຊີວິດໄວ້. ຜູ້ເຖົ້າສາມຄົນ ຕິດຄ້າງຢູ່ໃນລົດທີ່ຂີ່ມານໍາກັນ ລຸນຫລັງທີ່ລົດຂອງເຂົາເຈົ້າ ຖືກນໍ້າສຸໄປຄາຕິດຢູ່ກັບຕຶກໂຮງຮຽນຫລັງນຶ່ງ ທີ່ມີຫລາຍສິບຄົນຂຶ້ນໄປຫລົບໄພຢູ່ ເທິງຫລັງຄາທີ່ເປັນດາດຟ້ານັ້ນ ແຕ່ກໍບໍ່ມີໃຜຮູ້ ຈົນກະທັ້ງ 20 ກ່ວາຊົ່ວໂມງຕໍ່ມາ ຈຶ່ງຖືກຊ່ວຍຊີວິດໄວ້ໄດ້. ແຕ່ວ່າໃນຂະນະດຽວກັນ ພວກກູ້ໄພກໍພົບເຫັນຊາກສົບ ໃນຈໍານວນຫລາຍຂຶ້ນເລື້ອຍໆເຊ່ນກັນ.
ນັກຂ່າວວີໂອເອ Steve Herman ລາຍງານຈາກເມືອງທ່າເຊັນໄດ, ວັນທີ 14 ມີນາ 2011.
ໄດ້ມີການພົບເຫັນຊາກສົບປະມານ 1 ພັນ
ສົບໃນວັນຈັນວານນີ້ຢູ່ທີ່ ເມືອງທ່າ Minami
Sanriku ຊຶ່ງເປັນນຶ່ງໃນຫລາຍໆເມືອງແລະ
ບ້ານແຄມຝັ່ງທະເລ ທີ່ຖືກໄພສຸນາມິພັດຖະ
ຫລົ່ມຢ່າງຮາບຄາບໃນວັນສຸກແລ້ວນີ້. ຕໍາ
ຫລວດແຂວງມິຢາກິກ່າວວ່າຍັງມີອີກຫລາຍ
ພັນຄົນ ທີ່ຫາຍສາບສູນ.
ໃນເມືອງຫລວງ ເຊັນໄດ ຂອງແຂວງນັ້ນ ຊາກແຫ່ງຄວາມເສຍຫາຍ ແມ່ນແລເຫັນໄດ້ຢູ່ທົ່ວໄປ. ແຜ່ນດິນໄຫວທີ່ເກີດຂຶ້ນໃນຕອນບ່າຍ ວັນສຸກຜ່ານມານັ້ນ ແມ່ນຮ້າຍແຮງທີ່ສຸດ ເທົ່າທີ່ມີບັນທຶກໄວ້ໃນປະວັດສາດຂອງຍີ່ປຸ່ນ ຊຶ່ງຕີລາຄາກັນວ່າມີຄວາມແຮງ 8.9 ຣິກເຕີ້ໃນເບື້ອງຕົ້ນ ແຕ່ຕໍ່ມາອົງການສໍາຫລວດທໍລະ ນີວິທະຍາຂອງສະຫະລັດ ໄດ້ເພິ່ມລະດັບຄວາມແຮງຂຶ້ນເປັນ 9 ຈຸດ ແຕ່ວ່າຄວາມເສຍຫາຍຢ່າງມະຫາສານນັ້ນ ແມ່ນເກີດຂຶ້ນຍ້ອນຟອງຍັກສຸນາມິ ທີ່ຕິດຕາມມາແລະພັດສຸເອົາທຸກສິ່ງທຸກຢ່າງທີ່ຂວາງໜ້າ ໄປ.
ທີ່ທ່າເຮືອໃຫຍ່ຂອງເມືອງເຊັນໄດນັ້ນ ລົດໂອໂຕແລະລົດບັນທຸກຫລາຍຮ້ອຍຄັນ ໄດ້ຖືກທໍາລາຍເສຍຫາຍໃນທຸກວິທີທາງທີ່ສາມາດນຶກອອກໄດ້. ບາງຄັນກໍຖືກທັບຈົນແປ ຫລືບໍ່ກໍຖືກພັດໄປຕໍາສິ່ງໃດສິ່ງນຶ່ງຈົນໝຸ່ນ. ບາງຄັນກໍປິ່ນຫົວໃສ່ກັນຄືກັນກັບຕໍາກັນເຊີ່ງໆໜ້າຢ່າງແຮງ. ຄັນອື່ນໆກໍຢອງກັນຂຶ້ນເປັນກອງສູງໆ. ລົດເມຄັນນຶ່ງຖືກຟອງຍັກພັດຂຶ້ນໄປຢອງຢູ່ຫລັງຄາທີ່ເປັນດາດຟ້າຂອງຕືກສາມຊັ້ນຫລັງນຶ່ງ ແລະເຮືອນຂະໜາດນ້ອຍຫລັງນຶ່ງຖືກພັດໄປຢອງຢູ່ຫລັງຄາຂອງຕຶກຫລັງນຶ່ງ.
ຊາວເມືອງເຊັນໄກຄົນນື່ງ ເກັບເອົາຖົງ ກະດາດຫ້ອງນໍ້າ ທີ່ລາວພົບເຫັນຕາມ ຊາກຫັກພັງຕ່າງໆ ໃສ່ລົດຖີບເມືອ, ວັນຈັນ ທີ 14 ມີນາ 2011.
ພວກທະຫານຍີ່ປຸ່ນພາກັນຢ່າງໄປຕາມຂີ້ຕົມແລະຊາກຫັກພັງ ເພື່ອຊອກຫາຊາກສົບ. ພວກປະຊາຊົນທີ່ສົນໃຈມາເບີ່ງສະຖານນະການກໍມີຫລາຍ. ເຂົາເຈົ້າພາກັນຖ່າຍຮູບເອົາຊັກຫັກພັງ ແລະຊ່ອງເບິ່ງເຂົ້າໄປທາງໃນຊາກລົດທີ່ເພພັງ. ຄົນອື່ນໆອີກທີ່ຂີ່ລົດຖີບມາ ພາ ກັນເກັບເອົາກ່ອງກະດາດເຊັດໜ້າ ແລະຖົງກະດາດຫ້ອງນໍ້າທີ່ຍັງຢູ່ໃນສະພາບດີຢ່າງໜ້າປະຫລາດໃຈ ແລະຢາຍສະຢູ່ເຕັມບໍລິເວນທ່າເຮືອນັ້ນ. ອາຄານຫລາຍໆຫລັງຢູ່ບໍລິເວນທ່າເຮືອຍັງສືບຕໍ່ສົ່ງຄວັນໄຟສີດໍາອອກມາ.
ການປະຕິບັດງານກູ້ໄພໃນບາງແຫ່ງ ໄດ້ຢຸດສະງັກລົງຊົ່ວຄາວໃນເຊົ້າ ວັນຈັນວານນີ້ ເວລາລັດຖະບານຍີ່ປຸ່ນສົ່ງສັນຍານເຕືອນ ໃຫ້ລະວັງໄພ ສຸນາມິຄັ້ງໃໝ່. ພວກປະກາດຂ່າວວິທະຍຸແລະໂທລະພາບ ບອກໃຫ້ ພວກຄົນທັງໝົດທີ່ຢູ່ເລາະແຄມຝັ່ງທະເລ ພາກັນຮີບຮ້ອນຂຶ້ນໄປຢູ່ບ່ອນສູງໆ ແຕ່ບໍ່ເທົ່າໃດນາທີຕໍ່ມາ ທາງກົມອຸຕຸນິຍົມກໍປະກາດວ່າ ບໍ່ມີການແລເຫັນຄືນຟອງຍັກ ຢູ່ນອກຝັ່ງທະເລແຕ່ຢ່າງໃດ.
ພວກທະຫານ ຕໍາຫລວດ ແລະນັກດັບເພີງ ພາກັນສືບຕໍ່ເຮັດວຽກກູ້ໄພຢ່າງບໍ່ຍອມຢຸດຍັ້ງ ຕະຫລອດວັນຈັນວານນີ້ ເຖິງແມ່ນແຜ່ນດິນໄຫວຂະໜາດອ່ອນໆ ຍັງສັ່ນສະເທືອນແຂວງມິຢາກິ ຢູ່ຕໍ່ມາເປັນໄລຍະໆກໍຕາມ ຊຶ່ງພາລະກິດດັ່ງກ່າວນີ້ອາດຈະທະວີຄວາມຍາກລໍາບາກຫລາຍຕື່ມຂຶ້ນ ເພາະພວກນັກຊ່ຽວຊານດ້ານແຜ່ນດິນໄຫວຂອງລັດຖະບານ ໄດ້ທໍານາຍວ່າ ແຜ່ນດິນໄຫວ ແຮງຂະໜາດ 7 ຈຸດ ອາດຈະປະທະ ເຂດນັ້ນອີກຄັ້ງນຶ່ງ ໃນບໍ່ເທົ່າໃດມື້ຂ້າງໜ້ານີ້.