ຍິ່ປຸ່ນ ຈະຈັດຕັ້ງ ລະບົບ ປ້ອງກັນນ່ານຟ້າ ເພື່ອຕອບໂຕ້ຈີນ

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ກໍາລັງເດີນກວດ ແຖວທະ ຫານ ກ່ອນການປະຊຸມ ກັບລັດຖະມົນຕີປ້ອງກັນ ປະເທດ

ຍີ່ປຸ່ນ ຈະ​ຕັ້ງ​ໜ່ວຍ​ທະຫານ ສ​ະ​ເທຶອ​ນນໍ້າ ສະ​ເທຶອນບົກ ​ແລະ​
ສົ່ງ​ເຮືອບບິນ​ທີ່​ບໍ່​ມີ​ຄົນ​ຂັບ ຂຶ້ນ​ບິນສັງ​ເກດ​ການ ​ໃນ​ຖານະ​ເປັນ
​ພາກສ່ວນ​ນຶ່ງ ​ຂອງແຜນການ​ປ້ອງ​ກັນ ຕອບ​ໂຕ້​ຕໍ່​ ອໍານາດທາງ
​ທະຫານທີ່​ນັບ​ມື້​ນັບ​ຂະຫຍາຍ​ໃຫຍ່​ຂຶ້ນ​ຂອງ​ຈີນ.

ຂໍ້ສະ​ເໜີ​ດັ່ງກ່າວ​ແມ່ນຮວມຢູ່​ໃນ​ຮ່າງ​ແຜນຍຸດ​ທະ​ສາດ​ດ້ານ​
ຄວາມ​ໝັ້ນ ຄົງ ​ແລະ​ຫລັກ​ຊີ້​ນໍາ​ດ້ານປ້ອງກັນ ສະບັບ​ໃໝ່ ທີ່ຖືກ
​ນໍາ​ອອກເຜີ​ຍແຜ່​ໃນ​ວັນ​ພຸດ​ມື້​ນີ້ ຊຶ່ງຄະນະ​ລັດຖະບານມີ​ກໍານົດ
​ຈະ​ຮັບຮອງ​ເອົາ ​ໃນ​ອາທິດ​ໜ້າ​ນີ້.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ກ່າວ​ວ່າ ​ແຜນການ
​ໃໝ່​ຈະ​ເປັນ “ຄັ້ງປະຫວັດສາດ” ​ໃນ​ການ​ຊ່ວຍ​ວາງ​ທິດທາງດ້ານ
ຄວາມ​ໝັ້ນຄົງແຫ່ງ​ຊາດ.

ຮ່າງ​ແຜນການດັ່ງກ່າວເຕືອນກ່ຽວ​ກັບ ອັນ​ທີ່​ຮ້ອງ​ວ່າ ​ເປັນຄວາມ
ພະຍາຍາມ​ຂອງຈີນ ​ເພື່ອປ່ຽນແປງສະຖານະ​ພາບ​ປັດຈຸບັນ ​ຢູ່​ໃນ
​ຂົງ​ເຂ​ດ​ໂດຍ​ການ​ໃຊ້​ກໍາລັງ. ເອກະສານ​ດັ່ງກ່າວ​ໄດ້​ເອີ່ຍຢ່າງ​ເຈາະ
​ຈົງ​ ​ເຖິງເຂດ​ປ້ອງ​ກັນ​ທາງ​ອາກາດ​ໃໝ່ຂອງ​ຈີນ ຢູ່​ທະ​ເລ​ຈີນ​ຕາ​ເວັນ
​ອອກ ທີ່ຮວມ​ທັງ​ໝູ່​ເກາະ ທີ່ຍີ່ປຸ່ນທວງ​ເອົາກໍາມະສິດ.

​ເພື່ອ​ຊ່ວຍ​ປ້ອງ​ກັນ​ຂົງ​ເຂດດັ່ງ​ກ່າວ ​ແຜນການ​ຕອບ​ໂຕ້​ຂອງ​ຍິ່ປຸ່ນ​ກໍານົດ ໃຫ້​ກໍ່​ຕັ້ງ ກໍາລັງ​
ສະ​ເທຶອນນໍ້າສະ​ເທຶອນບົກ ຂຶ້ນ​ຢູ່ຖານ​ທັບອາກາດ Naha ​ເທິງ​ເກາະ Okinawa ທາງ​
ພາກ​ໃຕ້. ແຜ​ນການ​ນີ້ຍັງ​ສະ​ເໜີ​ ​ໃຫ້ເອົາເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບ​ເພື່ອ​ສັງ​ເກດ​ການ ​ແລະ
ເຮືອບິນ​ເຕືອນ​ໄພ​ລ່ວງ​ໜ້າ ​ໄປ​ປະ​ຈໍາ​ການຢູ່​ທີ່ຖານ​ທັບດັ່ງກ່າວ.