ຍີ່ປຸ່ນ ໄທ ແລະຫວຽດນາມ ຫາທາງຊ່ວຍລາວ ເພື່ອຫລຸດຜ່ອນ ອິດທິພົນຂອງຈີນ

ຄອບຄົວຊາວລາວ ຢູ່ໃນຊົນນະບົດ ໂດຍສ່ວນຫຼາຍ ມີສະພາບການເປັນຢູ່ ທຸກຍາກລຳບາກ.

ລາວກຳລັງຈະໄດ້ຮັບການຊ່ວຍເຫຼືອຮອບໃໝ່ ແລະການສະເໜີລົງທຶນ ໃນປີນີ້ ໃນຂະນະທີ່ບັນດາລັດຖະບານຕ່າງປະເທດຫວັງວ່າ ຈະຫລຸດຜ່ອນອິດທິພົນທີ່ນັບມື້ນັບເພີ້ມຂຶ້ນຂອງຈີນ ຕໍ່ປະເທດລາວ ຊຶ່ງເປັນປະເທດ ທີ່ດ້ອຍພັດທະນາ ແລະບໍ່ມີຊາຍແດນຕິດທະເລ ອີງຕາມຄຳເວົ້າຂອງບັນຫານັກສັງເກດການຢູ່ໃນຂົງເຂດ.

ຍີ່ປຸ່ນ ໄທ ແລະຫວຽດນາມໄດ້ເຄື່ອນໄຫວໃນປີນີ້ທີ່ຈະສະເໜີໃຫ້ການຊ່ວຍເຫຼືອ ຫຼືຢືນຢັນຄືນອີກເຖິງການຊ່ວຍເຫຼືອແກ່ລາວໃນເມື່ອກ່ອນ. ການຊ່ວຍເຫຼືອຂອງພວກເຂົາເຈົ້າຈະມາຮອດ ໃນຂະນະທີ່ທາງລົດໄຟຍາວ 400 ກິໂລແມັດມູນຄ່າ 5 ພັນ 9 ຮ້ອຍລ້ານໂດລາທີ່ລົງທຶນໂດຍຈີນນັ້ນ ແມ່ນມີກໍານົດຈະແລ້ວສໍາເລັດໃນການກໍ່ສ້າງປີນີ້ ຊຶ່ງເປັນຜົນສຳເລັດທີ່ຍິ່ງໃຫຍ່ຂອງຈີນສຳລັບລາວ.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານໂຢຊິຮິເດະ ຊູກະ ໄດ້ກ່າວໃນເດືອນນີ້ ກັບຄູ່ຕຳ
ແໜ່ງຂອງທ່ານຈາກລາວ ກໍຄືທ່ານພັນຄຳ ວິພາວັນ ເພື່ອເນັ້ນຢ້ຳເຖິງແຜນການກ້າວໄປສູ່ການເປັນຄູ່ພາຄີດ້ານຍຸດທະສາດ ອີງຕາມລາຍງານຂອງສື່ມວນຊົນຍີ່ປຸ່ນ. ຍີ່ປຸ່ນ ໄດ້ສະເໜີໃຫ້ທຶນມູນຄ່າປະມານ 1 ລ້ານ 8 ແສນໂດລາ ເພື່ອເປີດສະຖານທີ່ເກັບຢາວັກຊີນ ກັນໂຄວິດ-19 ຫຼາຍແຫ່ງ ແລະໄດ້ສັນຍາທີ່ຈະໃຫ້ການສະໜັບສະໜຸນໃນການຍົກລະດັບສະໜາມບິນສາກົນຫຼາຍແຫ່ງນຳດ້ວຍ ອີງຕາມລາຍງານທີ່ກ່າວໄປນັ້ນ.

ຢູ່ໄທ ນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ໄດ້ໂອ້ລົມຜ່ານທາງໂທລະສັບກັບຜູ້ນຳຄົນໃໝ່ຂອງລາວ ຜູ້ທີ່ໄດ້ເຂົ້າຮັບຕຳແໜ່ງ ໃນເດືອນມີນາຜ່ານມານີ້ ອີງຕາມອົງການຂ່າວຂອງທາງການລາວ ທີ່ໄດ້ລາຍງານໃນເດືອນນີ້. ໃນການສົນທະນາກັນທາງໂທລະສັບນັ້ນ ທ່ານພັນຄຳ ໄດ້ຂອບອົກຂອບໃຈໄທສຳລັບການສະໜອງທຶນໃນດ້ານການສຶກສາ ກະສິກຳ ແລະສາທາລະນະສຸກ. ໄທໄດ້ຊ່ວຍເຫຼືອລາວຕື່ມອີກໃນການຕໍ່ສູ້ກັບພະຍາດໂຄວິດ-19 ອີງຕາມລາຍງານຂອງອົງການຂ່າວ.

ບັນດາເຈົ້າໜ້າທີ່ຂອງຫວຽດນາມ ໄດ້ເລີ້ມການຮ່ວມໄມ້ຮ່ວມມືດ້ານຍຸດທະສາດ ໃນລະຫວ່າງປີ 2021 ຫາ 2030 ແລະຂໍ້ຕົກລົງໃນດ້ານການຮ່ວມມື ໄລຍະ 5 ປີ ອີງຕາມເວັບໄຊ້ຂ່າວ ຂອງພັກຄອມມິວນິສຫວຽດນາມ Nhan Dan ທີ່ໄດ້ກ່າວໄປນັ້ນ. ບັນດາຜູ້ນໍາຈາກທັງສອງຝ່າຍ ແມ່ນມີກໍານົດທີ່ຈະຕັດສິນໃຈຕາມທີຫຼັງວ່າ ກ່ຽວກັບຂໍ້ຕົກລົງທັງສອງດັ່ງກ່າວນັ້ນຈະກວມເອົາສິ່ງໃດ. ຫວຽດນາມໄດ້ໃຫ້ການຊ່ອຍເຫຼືອເປັນຢາວັກຊີນ ກັນໂຄວິດ-19 ແລະທຶນການສຶກສາ 1,000 ທຶນ ແກ່ລາວເມື່ອປີກາຍນີ້.

ເງິນລົງທຶນຂອງທາງການຈີນທີ່ຫລັ່ງໄຫລເຂົ້າໄປໃນລາວມີເຖິງ 11 ຕື້ໂດລາຕໍ່ປີ ອີງຕາມເວັບໄຊ້ Aiddata.org ທີ່ດຳເນີນງານໂດຍມະຫາວິທະຍາໄລ ວີລລຽມແລະແມຣີຂອງສະຫະລັດ. ການເງິນແລະການລົງທຶນ ອາດຈະເຮັດໃຫ້ຕົວເລກສູງຂຶ້ນ ກໍເປັນໄດ້.

ສ່ວນບັນດາຜູ້ໃຫ້ການຊ່ວຍເຫຼືອສູງສຸດອື່ນໆ ແມ່ນຍີ່ປຸ່ນແລະໄທ ໂດຍມີຫວຽດ ນາມໄດ້ກ້າວຂຶ້ນມາເປັນອັນດັບທີນຶ່ງໃໝ່. ຍີ່ປຸ່ນໄດ້ໃຫ້ທຶນ 63 ພັນ 8 ຮ້ອຍລ້ານໂດລາ ໃນປີ 2016 ທີ່ປະກອບດ້ວຍ ທຶນຊ່ອຍເຫຼືອລ້າ ທຶນກູ້ຢືມ ແລະທຶນການຊ່ວຍເຫຼືອດ້ານເທັກນິກ ອີງຕາມກະຊວງການຕ່າງປະເທດຂອງຍີ່ປຸ່ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ