ຍີ່ປຸ່ນ ຮຽກທູດຈີນ ເຂົ້າພົບ ກ່ຽວກັບ ເລື້ອງເຮືອບິນ ເກືອບຕຳກັນ (ວີດີໂອ)

ເອກອັກຄະລັດຖະທູດຈີນ ປະຈຳຍີ່ປຸ່ນ Cheng Yonghua (ຊ້າຍ) ພາຍຫຼັງຈາກພົບປະກັບ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຍີ່ປຸ່ນ ຮັບຜິດຊອບ ເລື່ອງຕ່າງປະເທດ ທ່ານ Akitaka Saiki ຢູ່ທີ່ ກະຊວງການຕ່າງປະເທດ ໃນ ນະຄອນຫຼວງໂຕກຽວ.

ປະ​ເທດ​ຍີ່ປຸ່ນ ​ໄດ້​ຮຽກໂຕ​ເອກ​ອັກຄະ​ລັດຖະທູດ​ຈີນປະຈຳ​ຍີ່ປຸ່ນ
ເຂົ້າພົບ ​ເພື່ອ​ປະ​ທ້ວງ​ຕໍ່​ເຫດການ​ ທີ່​ເຮືອບິນລົບ​ອາຍ​ພົ່ນຈີນ
2 ລຳ ​ໄດ້​ບິນ​ເຂົ້າ​ໄປ “ໃກ້​ໆ ຢ່າງເປັນ​ອັນຕະລາຍ” ຕໍ່ເຮືອ
ບິນສັງເກດການຂອງຍີ່ປຸ່ນ​ 2 ລຳ ​ໃນ​ເຂດນ່ານຟ້າທະ​ເລ​ຈີນ
​ຕາ​ເວັນ​ອອກ.

​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຍີ່​ປຸ່ນ ກ່າວ​ວ່າ ເຮືອບິນລົບ​
ອາຍ​ພົ່ນຈີນ ດັ່ງກ່າວ ​ໄດ້ບິນເຂົ້າ​ໄປໃກ້ໆ ເຮືອບິນຍີ່ປຸ່ນ
ປະມານ 30 ​ແມັດ​ ເມື່ອ​ວັນ​ພຸດ​ວານ​ນີ້ ຢູ່​ໃນ​ເຂດນ່ານຟ້າ​
ທີ່​ທັງ​ສອງປະ​ເທດ​ຕ່າງກໍອ້າງ​ເອົາກຳ ມະສິດນັ້ນ. ​ເຫດການ
​ດັ່ງກ່າວ​ນີ້​ເປັນຄັ້ງທີ 2 ພາຍ​ໃນເວລາບໍ່ຮອດ 3 ອາທິດ​ຜ່ານ​ມາ.

ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຍີ່​ປຸ່ນ Akitaka Saiki ກ່າວ​ວ່າ ​ໂຕກຽວ
“​ຂໍປະນາມເຫດການ​ດັ່ງກ່າວ” ​ ແລະ ຮຽກຮ້ອງ​ເຖິງ​ປັກ​ກິ່ງ ​ເອົາ​ບາດກ້າວ​ຕ່າງໆ​ທີ່​
ຮັບປະກັນ​ວ່າ ຄວາມ​ເຄັ່ງ​ຕຶງ​ທາງ​ທະ​ເລ​ທັງຫຼາຍຈະ​ບໍ່ເພີ້​ມຂຶ້ນຕື່ມ.

ທ່ານ Saiki ກ່າວວ່າ “ຈີນ ຕ້ອງ​ສະໜອງຕອບຢ່າງ​ຈິງຈັງ ​ຕໍ່ໍຂໍ້​ຮຽກ ຮ້ອງ​ ​ຊ້ຳ​ແລ້ວ​
ຊ້ຳອີກ ຂອງ​ຍີ່​ປຸ່ນ ​ເພື່ອ​ເຮັດ​ໃຫ້​ມີ​ການ​ປະຕິບັດ ​ໂດຍ ໄວເທົ່າທີ່ຈະໄວໄດ້ ​ກົນ​ໄກ​
ຢ່າງໃດຢ່າງນຶ່ງ​ໃນ​ການຕິດ​ຕໍ່ສື່ສານກັນ ທີ່​ອາດ​ຈະ​ປ້ອງ​ກັນ​ບໍ່​ໃຫ້​ເກີດການ​ຕຳ​ກັນ​
ລະຫວ່າງ ​ເຮືອບິນ​ຂອງ​ຍີ່ປຸ່ນ​ແລະ​ຈີນ ພ້ອມ​ກັນນັ້ນ ກໍປ້ອງ​ກັນ​ບໍ່​ໃຫ້​ມີ​ເຫດການ
​ຕ່າງໆທີ່​ຄາດ​ບໍ່​ເຖິງ​ເກີດ​ຂຶ້ນ.”


ຫລັງ​ຈາກ​ການ​ພົບ​ປະ​ກັບທ່ານ Saiki ​ໃນ​ວັນພະຫັດ​ມື້​ນີ້ແລ້ວ ເອກ​ອັກ ຄະ​ລັດຖະທູດ​ຈີນ
ປະຈຳ​ຍີ່ປຸ່ນ Cheng Yonghua ກ່າວ​ວ່າ ຈີນ​ບໍ່​ເຫັນພ້ອມ​ກັບ​ຍີ່​ປຸນ ທີ່ວ່າແມ່ນຫຍັງພາ
ໃຫ້ເກີດ​ເຫດການ​ດັ່ງກ່າວ.

​ເຫດການ​ບິນ​ໃກ້ກັນ​ໃນ​ຄວາມ​ໄວ​ສູງອີກ​ຄັ້ງ​ໜຶ່ງ ​ໄດ້​ເກີດ​ຂຶ້ນ​ໃນ​ບໍລິ​ເວນ​ດຽວ​ກັນນີ້ ​ເມື່ອວັນ
​ທີ 24 ພຶດສະພາ ຜ່ານ​ມາ ​ຕອນ​ທີ່​ຍີ່ປຸ່ນ​ກ່າວ​ວ່າ ເຮືອບິນ​ອາຍ​ພົ່ນຈີນ​ 2 ລຳ ໄດ້​ບິນ​ເຂົ້າ​
ໄປໃກ້ໆເຮືອບິນຍີ່​ປຸ່ນ.

ໂດຍ​ປົກກະຕິ​ແລ້ວ ທັງ​ສອງ​ປະ​ເທດ ​ໄດ້​ສົ່ງ​ບັນດາເຮືອບິນ​ ​ແລະ​ ເຮືອ​ຂອງ​ຕົນ​ເຂົ້າ​ໄປ
ໃກ້​ບໍລິ​ເວນ​ໝູ່​ເກາະ​ ທີ່​ມີ​ການ​ຂັດ​ແຍ້​ງກັນ​ ຢູ່​ໃນ​ທະ​ເລ​ຈີນ​ຕາ​ເວັນ​ອອກ ຊຶ່ງ​ສ້າງ​ຄວາມ​
ຢ້ານ​ວ່າ ​ຈະ​ເກີດການປະ​ທະ​ກັນ ຢ່າງບໍ່ຄາດຄິດ​ຂຶ້ນ.

Your browser doesn’t support HTML5

JAPAN CHINA SOTVO