ຍີ່ປຸ່ນ ຮຽກທູດ ປະຈຳເກົາຫຼີໃຕ້ ກັບຄືນ ປະເທດ ເປັນການຊົ່ວຄາວ

ມີການວາງດອກໄມ້ ທີ່ຮູບປັ້ນແມ່ຍິງ ທີ່ເປັນນາງບຳເລີ ຮັບໃຊ້ທະຫານຍີ່ປຸ່ນ ລະຫວ່າງການໂຮມຊຸມ ຕໍ່ໜ້າກົງສຸນຍີ່ປຸ່ນ ທີ່ເມືອງບູຊານ ໃນເກົາຫຼີໃຕ້. (30 ທັນວາ 2016)

ຍີ່ປຸ່ນ​ໄດ້​ຮຽກ​ໂຕ​ເອກ​ອັກຄະ​ລັດຖະທູດ​ຂອງ​ຕົນ​ປະຈຳ​ເກົາຫຼີ​ໃຕ້ກັບ​ຄືນ​ປະ​ເທດ​ເປັນ​ການ​ຊົ່ວຄາວ ຍ້ອນໄດ້​ມີ​ການ​ສ້າງ​ຮູບ​ປັ້ນນາງ​ບຳ​ເຣີ ຫລື​ແມ່ຍິງ ​ທີ່​ຖືກບັງຄັບໃຫ້ບົວລະບັດທະ ຫານຍີ່ປຸ່ນ​ ຢູ່​ຕໍ່ໜ້າ​ກົງສຸນ​ຍີ່ປຸ່ນທີ່​ເມືອງ​ບູຊາ​ນ ​ໃນ​ເກົາຫຼີ​ໃຕ້.

ຄຳ​ວ່າ “ນາງ​ບຳ​ເຣີ​” ​ເປັນພາສາ​ທີ່​ນຸ່ມ​ນວນ ​ສຳລັບ​ພວກ​ແມ່ຍິງ ​ໃນ​ທົ່ວ​ເຂດ​ເອ​ເຊຍທີ່​ຖືກ​ບັງຄັບ​ໃຫ້​ໄປ​ເປັນ​ຂ້າ​ທາດ​ທາງ​ເພດ​ແກ່​ທະຫານ​ຍີ່ປຸ່ນ​ໃນ​ປາງ​ສົງຄາມ​ໂລກ​ຄັ້ງທີ​ສອງ ຢູ່​ຕາມ​ໂຮງ​ໂສ​ເພນີ​ຕ່າງໆ​ໃນ​ເຂດ​ແນວ​ໜ້າ.

ຫົວໜ້າ​ກອງ​ເລຂາ​ປະຈຳ​ຄະນະ​ລັດຖະບານ​ຍີ່ປຸ່ນ ທ່ານ Yoshihide Suga ກ່າວ​ໃນ​ວັນ​ສຸກ​ມື້ນີ້ວ່າການ​ສ້າງຮູບ​ປັ້ນດັ່ງກ່າວເປັນ​ເລື່ອງ​ທີ່ “ໜ້າ​ເສຍ​ໃຈທີ່​ສຸດ.” ທ່ານ​ກ່າວ​ວ່າ ນອກ​ນັ້ນ​ແລ້ວ​ຍີ່ປຸ່ນ​ຍັງ​ໄດ້​ຍຸຕິ​ການ​ຫາລື​ທາງ​ດ້ານ​ເສດຖະກິດ​ກັບ​ເກົາຫຼີ​ໃຕ້​ແລະ​ໂຈະ​ການ​ເຈລະ ຈາ​ກ່ຽວ​ກັບ​ການຈັດ​ແຈງ​ໃນ​ການ​ແລກປ່ຽນ​ເງິນຕາ​ຄັ້ງ​ໃໝ່.

ລັດຖະມົນຕີ​ການ​ຕ່າງປະ​ເທດ​ຍີ່ປຸ່ນ​ແລະ​ເກົາຫຼີ​ໃຕ້​ໄດ້​ບັນລຸ​ການ​ຕົກລົງ​ເພື່ອ​ແກ້​ໄຂ​ບັນຫາ​ແມ່ຍິງ​ບຳ​ເຣີ​ໃນ​ປີ 2015 ທີ່​ຮວມທັງ​ການ​ຂໍ​ຂະ​ມາ​ໂທດ​ຢ່າງ​ເປັນ​ລາຍລັກ​ອັກສອນ​ໂດຍ​ນາ ຍົກລັດຖະມົນຕີ Shinzo Abe ​ແລະ​ການ​ໃຫ້​ຄຳ​ໝັ້ນສັນຍາ ​ຂອງ​ໂຕ​ກຽວ ທີ່​ຈະ​ສະໜອງ​ກອງ​ທຶນມູນ​ຄ່າ​ຫຼາຍລ້ານ​ໂດ​ລາ​ເພື່ອສະໜັບສະໜຸນ​ພວກ​ແມ່ຍິງບຳ​ເຣີທີ່​ຍັງ​ມີ​ຊີວິດ​ຢູ່.

ພວກ​ນັກ​ເຄື່ອນ​ໄຫວ​ທີ່​ບໍ່​ເຫັນ​ພ້ອມ​ ກັບ​ການ​ຕົກລົງ​ດັ່ງກ່າວນີ້ ​ໄດ້​ສ້າງ​ຮູບ​ປັ້ນ​ແມ່ຍິງບຳ​ເຣີ ​ໃກ້ໆ​ກົງສຸນ​ຍີ່ປຸ່ນໃນ​ທ້າຍ​ເດືອນ​ແລ້ວ​ນີ້. ຮູບ​ປັ້ນທີ່​ຄ້າຍຄື​ກັນນີ້​ໄດ້​ຖືກ​ນຳ​ໄປ​ຕັ້ງ​ໄວ້​ໃກ້​ກັບ​ສະຖານທູດ​ຍີ່ປຸ່ນ ຢູ່​ທີ່​ນະຄອນຫຼວງ​ໂຊ​ລມາ​ໄດ້​ຫລາຍ​ປີ​ແລ້ວ.

​ເຈົ້າໜ້າ​ທີ່ກະຊວງ​ການ​ຕ່າງປະ​ເທ​ດ​ເກົາຫຼີ​ໃຕ້​ກ່າວ​ວ່າ ຕົນ​ຮູ້ສຶກ​ເສຍ​ໃຈ​ຫຼາຍ​ທີ່​ຍີ່ປຸ່ນ​ໄດ້ ຮຽກ​ໂຕ​ເອກ​ອັກຄະ​ລັດຖະທູດ​ຂອງ​ຕົນ ​ກັບ​ຄືນ​ປະ​ເທດ. ທ່ານ​ກ່າວ​ວ່າ ປະ​ເທດ​ທັງ​ສອງ​ຄວນ​ເຮັດ​ວຽກ​ຮ່ວມ​ກັນ ​ເຖິງ​ແມ່ນ​ໄດ້​ປະ​ເຊີນ​ກັບ​ບັນຫາ​ທີ່​ຫຍຸ້ງຍາກ​ຕ່າ​ງໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ