ເສດຖະກິດ ຂອງຍີ່ປຸ່ນ ຕົກຢູ່ໃນ ສະພາບຖອຍຫຼັງ

ພາບຂອງພວກຊາຍໜຸ່ມ ສະທ້ອນຈາກ ກະດານອີເລັກໂທນິກ ທີ່ສະແດງໃຫ້ເຫັນ ລາຄາສະເລ່ຍຂອງຮຸ້ນ ໃນຕະຫລາດຮຸ້ນ Nikkei ຂອງ ຍີ່ປຸ່ນ ແລະ ລາຄາ ການແລກປ່ຽນເງິນເຢນ ຂອງຍີ່ປຸ່ນ ກັບ ເງິນດອນລາຂອງສະຫະລັດຢູ່ທີ່ບໍລິສັດ ແຫ່ງນຶ່ງໃນນະຄອນຫລວງໂຕກຽວ, ວັນທີ 17 ພະຈິກ 2014.

ເສດຖະກິດ​ຂອງ​ຍີ່ປຸ່ນ ​ໄດ້​ຕົກລົງ​ຢູ່​ໃນ​ສະພາບ​ຖອຍ​ຫຼັງ ທີ່​ບໍ່​ຄາດ
​ຝັນ ​ໃນ​ໄຕ​ມາດ​ທີ 3 ຊຶ່ງ​ໄດ້​ເຮັດ​ໃຫ້​ມັນ​ ບໍ່​ມີ​ຄວາມ​ແນ່ນອນ​ວ່າ
ນາຍົກລັດຖະມົນຕີ Shinzo Abe ຈະ​ຖ່ວງ​ເວລາ ການ​ຂຶ້ນພາສີ
​ຂາຍ​ ທີ່​ບໍ່​ເປັນ​ທີ່​ນິຍົມ​ນັ້ນ ​ແລະ ຈະ​ປະກາດ​ການ​ເລືອກ​ຕັ້ງດ່ວນ
ສອງ​ປີ​ກ່ອນ​ກຳນົດ​ການ​ລົງ​ຄະ​ແນນ​ສຽງ.

ຂ່າວ​ບໍ່​ດີ​ໃນ​ວັນ​ຈັນ​ມື້​ນີ້​ ​ແມ່ນ​ມີ​ຂຶ້ນ ຫຼັງຈາກ​ທີ່​ທ່ານ Abe ດຳລົງ
​ຕຳ​ແໜ່​ງ​ໄດ້ 2 ປີ​ມາ​ແລ້ວ ທີ່​ທ່ານ​ໄດ້​ສັນຍາ​ວ່າ​ ຈະ​ປັບປຸງ
ເສດຖະກິດ​ທີ່​ຕົກ​ຕ່ຳ ​ຜ່ານ​ການ​ໃຊ້​ຈ່າຍ​ໃນ​ສາທາລະ​ນະ​ ເປັນ​
ຈຳນວນ​ໃຫຍ່ ​ແລະ ການ​ປະຕິ​ຮູບທາງ​ດ້ານ​ສາທາລະນະຕ່າງໆ
ອັນ​ເປັນ​ແຜນການ​ທີ່​ທ່ານ​ເອີ້ນ​ວ່າ “​ເສດຖະກິດອາ​ເບ ຫຼື Abenomics.”

ບັນດາ​ນັກ​ເສດຖະສາດ ​ໄດ້​ປະ​ເມີນວ່າ ​ເສດ​ຖະກິດ​ໃຫຍ່​ທີ່​ສຸດ ​ອັນ​ດັບ 3 ຂອງ​ໂ​ລກນັ້ນ ຈະ​ຂະຫຍາຍ​ຕົວ​ຂຶ້ນ. ແຕ່​ແລ້ວ ຜົນ​ຜະລິດ​ພາຍ​ໃນ ຫຼື GDP ​ໄດ້​ລົດ​ຕົວ​ລົງ 1.6 ​ເປີ​ເຊັນ​ຕໍ່​ປີ ​ໃນໄຕ​ມາດ​ທີ 3 ຫຼັງຈາກ​ທີ່​ໄດ້​ຕົກ​ປິ້ນ​ລົງ 7.3 ​ເປີ​ເຊັນ ​ໃນ​ໄຕ​ມາດ​ທີ 2 ຫຼັງຈາກ​ມີ​ການ​ຂຶ້ນພາສີ​ຂາຍ.

ຂ່າວ​ຂອງ​ການ​ຖອຍ​ຕົວ​ດັ່ງກ່າວ ສົ່ງ​ຜົນ ​ໃຫ້ຮຸ້ນ​ໃນ​ໂຕ​ກຽວ ຕົກລົງ​ເກືອບ 3 ​ເປີ​ເຊັນ​ໃນ​ວັນ​ຈັນ​ມື້​ນີ້ ​ແລະ ຍັງ​ຈະ​ສົ່ງ​ຜົນໃນທາງ​ລົບ ຕໍ່​ຕະຫລາດ​ຮຸ້ນອືນໆ ​ເມື່ອ​ຕອນ​ເປີດ​ຕະຫລາດນັ້ນ.