ຍີ່ປຸ່ນວ່າ ການເຈລະຈາ ກ່ຽວກັບ ໂຕປະກັນ ຢູ່ໃນສະພາບ ບໍ່ໄປບໍ່ມາ

Your browser doesn’t support HTML5

ການເຈລະຈາ ກັບພວກຫົວຮຸນແຮງ ຈາກກຸ່ມລັດອິສລາມ ໃນ
ຄວາມພະຍາຍາມເພື່ອຊ່ອຍຊີວິດນັກຂ່າວຊາວຍີ່ປຸ່ນແລະນັກ
ບິນກອງທັບອາກາດຈໍແດັນ ໄດ້ຕົກຢູ່ໃນສະພາບທີ່ປາກົດວ່າ
ບໍ່ໄປບໍ່ມາ ໃນວັນເສົາມື້ນີ້ ສອງມື້ ຫລັງຈາກພວກຫົວຮຸນແຮງ
ໄດ້ກຳນົດເສັ້ນຕາຍ ຫລ້າສຸດ ທີີ່ທວງໃຫ້ປ່ອຍ ນັກໂທດອີຣັກ
ຄົນນຶ່ງ.

ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານ Yasuhide Naka-
yama ກ່າວໃນຕອນແລງວັນສຸກທີ່ນະຄອນຫຼວງອຳມານ ປະ
ເທດຈໍແດັນວ່າ ຄວາມຄືບໜ້າໃນການປ່ອຍ ນັກບິນ Mu’ath
al-Sasaesbeh ແລະນັກຂ່າວ Kenji Goto ໄດ້ຕົກຢູ່ໃນສະ
ພາບບໍ່ໄປບໍ່ມາ.

ກຸ່ມຫົວຮຸນແຮງອິສລາມໄດ້ຂົ່ມຂູ່ວ່າ ຈະສັງຫານນັກບິນ Sasaesbeh ຖ້າຈໍແດັນບໍ່ຍອມ ປ່ອຍໂຕນັກໂທດອີຣັກ ນາງ Sajida al-Rishawi ກ່ອນຕາເວັນຕົກດິນ ໃນມື້ວັນພະຫັດ ຜ່ານມາ. ນາງ Rishawi ແມ່ນພວມລໍຖ້າການປະຫານຊີວິດຢູ່ທີ່ປະເທດຈໍແດັນຍ້ອນບົດ ບາດໃນການວາງລະເບີດຮ້າຍແຮງຂອງນາງ ທີ່ນະຄອນຫຼວງອຳມານໃນປີ 2005.

ຈໍແດັນກ່າວວ່າ ຕົນຈະປ່ອຍນາງ Rishawi ກໍຕໍ່ເມື່ອໄດ້ຮັບຫລັກຖານທີ່ພິສູດໃຫ້ເຫັນວ່າ ນັກບິນຂອງຕົນທີ່ເຮືອບິນລົບຂອງລາວໄດ້ປະສົບອຸບັດຕິເຫດຕົກຢູ່ໃນຊີເຣຍນັ້ນ ຍັງມີຊີ ວິດຢູ່. ຈໍແດັນກ່າວວ່າ ຕົນຍັງບໍ່ທັນໄດ້ຮັບຫລັກຖານຈາກພວກຈັບໂຕປະກັນເທື່ອ.

ສຽງບັນທຶກທີ່ເຕືອນກ່ຽວກັບການຂົ່ມຂູ່ເລື້ອງນັກບິນຈໍແດັນນັ້ນແມ່ນອ້າງວ່າເປັນສຽງໂຕ ປະກັນນັກຂ່າວຍີ່ປຸ່ນ ທ້າວ Goto.

ພັນລະຍາຂອງທ້າວ Goto ນາງ Rinko ໄດ້ອອກຄຳຮ້ອງຮຽນດ້ວຍຄວາມເສົ້າໂສກເສຍ ໃຈໃນຕອນແລງຂອງວັນພະຫັດຜ່ານມາຕໍ່ທັງໂຕກຽວແລະອຳມານເພື່ອໃຫ້ຊ່ອຍຊີວິດສາ ມີຂອງນາງ. ແຕ່ສຽງບັນທຶກ ທີ່ປາກົດວ່າ ໄດ້ນຳອອກເຜີຍແຜ່ໂດຍກຸ່ມລັດອິສລາມນັ້ນ ບໍ່ ໄດ້ໃຫ້ຄຳໝັ້ນສັນຍາເລີຍວ່າ ໂຕປະກັນທັງສອງຈະຖືກປ່ອຍເພື່ອແລກປ່ຽນກັບນາງ Ri-
shawi ຫລືບໍ່.

ໃນວັນສຸກວານນີ້ ປະຊາຊົນທັງຢູ່ໃນຈໍແດັນແລະຍີ່ປຸ່ນໄດ້ພາກັນໂຮມຊຸມນຸມປະທ້ວງຮຽກ ຮ້ອງໃຫ້ມີການປ່ອຍໂຕປະກັນທັງສອງ ດ້ວຍຄວາມປອດໄພ.

ກຸ່ມ​ລັດ​ອິ​ສ​ລາມ ຂົ່ມ​ຂູ່ ຈະ​ເອົາ​ຊີ​ວິດ ຕົວ​ປະ​ກ​ັນ 2 ຄົນ