ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ແລະປະທານາທິບໍດີຣັດເຊຍ ທ່ານ Vladimir ໄດ້ເສັດສິ້ນການສົນທະນາສອງວັນ ປາດສະຈາກການລົງຄວາມເຫັນທີ່ສຳຄັນໃດໆກ່ຽວກັບບັນຫາສຳຄັນ ທີ່ແບ່ງແຍກເຂົາເຈົ້າ ກ່ຽວ ກັບການຖົກຖຽງເຂດນໍ້າແດນດິນ ທີ່ກ່າວເຖິງຢູ່ໃນສະໄໝສົງຄາມໂລກຄັ້ງທີສອງ.
ຜູ້ນຳທັງສອງໄດ້ພົບປະກັນໃນວັນສຸກມື້ນີ້ທີ່ນະຄອນ Tokyo ຫລັງຈາກໄດ້ສົນທະນານຶ່ງມື້ກ່ອນໜ້າ ຢູ່ບ່ອນຕາກອາກາດ ສະຖານທີ່ອາບນໍ້າຮ້ອນ ຢູ່ທາງພາກໃຕ້ຂອງຍີ່ປຸ່ນ.
ຢູ່ໃນນະຄອນຫລວງຍີປຸ່ນ ຕຳຫລວດໄດ້ກີດກັ້ນພວກປະທ້ວງຫົວຊາດນິຍົມ ຈາກກອງປະຊຸມສຸດຍອດ. ພວກປະທ້ວງໄດ້ຮຽກຮ້ອງໃຫ້ຣັດເຊຍ ສົ່ງບັນດາເກາະ Kuril ຕັ້ງຢູ່ພາກຕາເວັນຕົກຂອງມະຫາສະມຸດປາຊິຟິກຄືນ ທີ່ໄດ້ຍຶດເອົາຈາກກຳລັງຣັດເຊຍໃນຕອນທ່້າຍສຸດຂອງສົງຄາມ ທີ່ໄດ້ບັງຄັບໃຫ້ຊາວຍີປຸ່ນຈຳນວນ 17,000 ຄົນພາກັນຫລົບໜີ.
ທັງສອງປະເທດ ບໍ່ມີຄວາມສາມາດເຫັນດີນຳກັນຫລັງຈາກການລົງນາມສັນຕິ ພາບຫລັງສົງຄາມ ເພາະວ່າຍັງດຳເນີນການໂຕ້ແຍ້ງກ່ຽວກັບການເປັນເຈົ້າຂອງໆໝູ່ເກາະດັ່ງກ່າວ.
ຢູ່ນະຄອນ Tokyo ຜູ້ນຳທັງສອງໄດ້ສົນທະນາຄວາມເປັນໄປໄດ້ຂອງການລົງນາມສັນພາບ ແລະຕົກລົງທີ່ຈະຊ່ວຍການຮ່ວມມືດ້ານເສດຖະກິດ ທີ່ຈະຊ່ວຍສ້າງສະພາບການເພື່ອບັນລຸຈຳນວນນຶ່ງໃນຂໍ້ຕົກລົງອານາຄົດກ່ຽວກັບບັນດາໝູ່ເກາະ.
ຢູ່ທີ່ກອງປະຊຸມນັກຂ່າວ ຫລັງຈາກກອງປະຊຸມສຸດຍອດຂອງຜູ້ນຳທັງສອງ ທ່ານ Abe ກ່າວວ່າ “ປາດສະຈາກຄວາມເຊື່ອຖື ເປົ້າໝາຍຈະບັນລຸຜົນບໍ່ໄດ້.”