ຍີ່ປຸ່ນ ຍິງຈະຫຼວດ ຊະນິດໃໝ່ ສົ່ງກ້ອງ ໂທລະທັດ ຂຶ້ນສູ່ ອະວະກາດ

ຈະຫຼວດ Epsilon ທະຍານຂຶ້ນສູ່ທ້ອງຟ້າ ຈາກສູນກາງອະວະກາດ Uchinoura ທີ່ເມືອງ Kimotsuki ໃນພາກໃຕ້ຂອງປະເທດ (14 ກັນຍາ 2013)

ຍີ່ປຸ່ນໄດ້ຍິງສົ່ງຈະຫຼວດໃໝ່ລູກນຶ່ງ ທີ່ຍີ່ປຸ່ນຫວັງວ່າ ຈະມີລາຄາ
ຖືກລົງແລະມີປະສິດທິພາບຫຼາຍຂຶ້ນໃນການສົ່ງດາວທຽມຂຶ້ນສູ່
ອະວະກາດ.

ຈະຫຼວດທີ່ປະກອບດ້ວຍ 3 ທ່ອນ ທີ່ໃຊ້ເຊື້ອໄຟກ້ອນ Epsilon
ໄດ້ທະຍານ ຂຶ້ນສູ່ທ້ອງຟ້າດ້ວຍຄວາມສຳເລັດຜົນໃນວັນເສົາມື້
ນີ້ ຈາກສູນກາງອະວະກາດແຫ່ງນຶ່ງ ໃນພາກໃຕ້ຂອງປະເທດຍີ່
ປຸ່ນ.

ຈະຫຼວດ Epsilon ລຳລຽງກ້ອງໂທລະທັດ Sprint A ຊຶ່ງເປັນ
ກ້ອງໂທລະທັດອະວະກາດໜ່ວຍທຳອິດທີ່ອອກແບບເພື່ອສັງເກດການເບິ່ງດວງດາວຕ່າງໆ ຈາກໄລຍະໄກ.

ຍີ່ປຸ່ນຫວັງວ່າ ຈະຫຼວດດັ່ງກ່າວທີ່ສົ່ງຂຶ້ນດ້ວຍຄອມພິວເຕີ້ແລັບທັອບທຳມະດາຈາກສູນກາງ ຄວບ ຄຸມທີ່ລົດລະດັບໃຫ້ນ້ອຍລົງນັ້ນຈະສາມາດແຂ່ງຂັນໄດ້ຢູ່ໃນທຸລະກິດອະວະກາດຂອງ ໂລກ.

ອົງການຂ່າວຝຣັ່ງ ລາຍງານວ່າ ມີພະນັກງານ ແຕ່ພຽງ 8 ຄົນເທົ່ານັ້ນ ໄດ້ຖືກມອບໝາຍໃຫ້ ເປັນ ຜູ້ຮັບຜິດຊອບໃນການສົ່ງຈະຫຼວດນີ້.

ຕົ້ນຕໍແລ້ວ ການສົ່ງຈະຫຼວດລູກນີ້ແມ່ນມີກຳນົດໃສ່ສອງອາທິດກ່ອນແຕ່ການສົ່ງໄດ້ຖືກໂຈະ ໄວ້ 19 ວິນາທີກ່ອນຈະມີຂຶ້ນ ເນື່ອງຈາກບັນຫາຕິດຄັດເລັກນ້ອຍ ທາງດ້ານຄອມພິວເຕີ້.