ບ່ອນຫຼົບໄພຂອງຍີ່ປຸ່ນ ບໍ່ມີນໍ້າ ແລະອາຫານພຽງພໍ (ເບິ່ງສະລາຍດ໌)

  • ໄພສານ ວໍຣະຈັກ

ຜູ້ຫຼົບໄພຊາວຍີ່ປຸ່ນ ພັກເຊົາຊົ່ວຄາວ ທີ່ເດີ່ນບານບ້ວງ ໂຮງຮຽນມັດທະຍົມ Koriyama ແຂວງ Fukushima (16 ມີນາ 2011)

ເຈົ້າໜ້າທີ່ຍີ່ປຸ່ນລາຍງານວ່າ ມີບັນຫາເພີ່ມຂຶ້ນໃນການຈັດ
ສົ່ງອາຫານແລະນໍ້າດື່ມໄປໃຫ້ປະຊາຊົນຈຳນວນຫຼາຍຮ້ອຍ
ພັນຄົນທີ່ຍັງພັກຢູ່ບ່ອນຫຼົບໄພຊົ່ວຄາວ ນຶ່ງອາທິດລຸນຫຼັງ
ທີ່ໄດ້ເກີດແຜ່ນດິນໄຫວຂະໜາດແຮງເປັນປະວັດການຢູ່ໃນ
ປະເທດດັ່ງກ່າວທີ່ກໍ່ໃຫ້ເກີດຟອງຍັກສຸນາມິຮ້າຍແຮງນັ້ນ.

ອຸນຫະພູມທີ່ຫຼຸດຕໍ່າລົງ ແລະຫິມະຕົກ ແມ່ນປະກອບເປັນ
ບັນຫາເພີ່ມຕື່ມຂະນະທີ່ຄວາມຫວັງພວມຄ່ອຍໆຈາງຫາຍ
ໄປໃນການທີ່ຈະພົບເຫັນຜູ້ລອດຊີວິດມາໄດ້ຕື່ມອີກໃນ​ເຂດ
ທີ່ຍັງເຫຼືອຂອງປະຊາຄົມແຄມຝັ່ງທະເລ ທີ່ໄດ້ຖືກທຳລາຍ
ໂດຍຟອງຍັກສຸນາມິໃນມື້ວັນສຸກແລ້ວນັ້ນ. ພວກກູ້ໄພ
ຂອງສະຫະລັດທີ່ໄດ້ປະຕິບັດງານຢູ່ທີ່ຫົວເມືອງແຄມທະເລ
ແຫ່ງນຶ່ງກ່າວໃນວັນພະຫັດມື້ນີ້ວ່າ ຕົນບໍ່ໄດ້ພົບເຫັນຜູ້ໃດ
ລອດຊີວິດມາໄດ້.

ໂຕເລກຜູ້ເສຍຊີວິດພວມເພີ່ມສູງຂຶ້ນ ຂະນະທີ່ພວກກູ້ໄພ
ບຸກເຂົ້າໄປເທື່ອລະເລັກລະນ້ອຍ ຫາບັນດາປະຊາຄົມທີ່
ໄດ້ຖືກຕັດຂາດ ນັບແຕ່ໄດ້ເກີດແຜ່ນດິນໄຫວຍ້ອນຖະໜົນຫົນທາງທ່າກຳປັ່ນແລະໂຄງລ່າງ
ພື້ນຖານອື່ນໆໄດ້ຮັບຄວາມເສຍຫາຍຢ່າງໜັກ. ກົມຕຳຫຼວດແຫ່ງຊາດຂອງຍີ່ປຸ່ນ​ໄດ້ປະກາດ ໃຫ້ຊາບກ່ຽວກັບໂຕເລກຜູ້ເສຍຊີວິດໃນຕອນທ່ຽງວັນພະຫັດມື້ນີ້ ວ່າ​ມີຈຳນວນຫຼາຍກວ່າ
5,300 ຄົນແລະຍັງຫາຍສາບສູນ 9,300 ກວ່າຄົນ.

ສື່ມວນຊົນຂອງຍີ່ປຸ່ນກ່າວວ່າ ຍັງມີອີກຫຼາຍກວ່າ 20,000 ຄົນຕົກຄ້າງຢູ່ຕາມຊາກຫັກພັງ ແລະພວມລໍຖ້າການຊ່ອຍເຫຼືອຢູ່ໃນເວລານີ້.

ເຈົ້າໜ້າທີ່ກະຊວງກະເສດຂອງຍີ່ປຸ່ນກ່າວວ່າຕົນບໍ່ສາມາດຈັດສົ່ງປັດໄຈຕ່າງໆໃນປະລິມານ
ທີ່ພຽງພໍໄປໃຫ້ປະຊາຊົນຫຼາຍກວ່າ 5 ແສນຄົນ ທີ່ພັກຢູ່ຕາມບ່ອນຫຼົບໄພຊົ່ວຄາວໃນເຂດ
ພາກຕາເວັນອອກສຽງເໜືອຂອງປະເທດ ຍ້ອນມີການຂາດແຄນນໍ້າມັນ ແລະໂຄງລ່າງພື້ນ
ຖານທີ່ໄດ້ຮັບຄວາມເສຍຫາຍ. ພວກເຈົ້າໜ້າທີ່ເວົ້າວ່າ ໄດ້ມີການຈັດສົ່ງອາຫານ 1 ລ້ານ
2 ແສນ 5 ໝື່ນຄາບແລະນໍ້າເກືອບ 7 ແສນ 5 ໝື່ນແກ້ວໄປໃຫ້ 5 ແຂວງທີ່ໄດ້ຮັບຜົນ
ກະທົບ ຕັ້ງແຕ່ວັນເສົາແລ້ວມາຫາວັນອັງຄານ ແຕ່ປະລິມານດັ່ງກ່າວແມ່ນຍັງບໍ່ພຽງພໍກັບ
ຄວາມຕ້ອງການ.