ຍີ່ປຸ່ນຊອກຫາຊາກສົບ ພວກທີ່ຫາຍສາບສູນ ໃນໄພແຜ່ນດິນໄຫວ ຕື່ມອີກ.

  • ສິງ ບູຣົມມະວົງ

ທະຫານຍີ່ປຸ່ນທໍາການຊອກຄົ້ນ ຕາມຊາກຫັກພັງ ເພື່ອຊອກຫາຊາກສົບ ຂອງພວກທີ່ຫາຍສາບສູນ ໃນໄພແຜ່ນດິນໄຫວແລະຄື້ນຟອງຊຸນາມິ ເມື່ອວັນທີ 11 ມີນາ 2011. ວັນທີ 24 ເມສາ 2011

ທະຫານ​ຈໍານວນ​ເກືອບ 25 ພັນ​ຄົນ ​ໄດ້​ພາກັນ​ກະຈາຍ​ອອກ​ໄປ​ຕາມ​ແຄມຝັ່ງທະ​ເລ​ກໍ້າຕາ​ເວັນ​ອອກສຽງ​ເໜືອ​ ທີ່​ຫາຍະນະຂອງ​ປະ​ເທດ​ໃນ​ວັນ​ຈັນ​ມື້​ນີ້ ໃນການຊອກ​ຄົ້ນ​ຫາທີ່​
ມີ​ຄວາມ​ຫວັງ​ນ້ອຍຫລາຍ​ທີ່​ຈະ​ພົບ​ເຫັນສົບ​ຕື່ມອີກຂອງຈໍາ
ນວນຫລາຍ​ພັນ​ຄົນ​ທີ່ຫາຍ​ສາບ​ສູນ​ໄປ​ ຕັ້ງ​ແຕ່​ເກີດ​ໄພແຜ່ນ
ດິນ​ໄຫວແລະ​ຄື້ນຟອງ​ຊຸ​ນາ​ມິ​ຄັ້ງ​ຮ້າຍ​ແຮງເມື່ອ​ວັນ​ທີ 11 ມີ
ນາ​ຜ່ານ​ມາ​ນັ້ນ.

ເຮື​ອບິນແລະ​ເຮືອ​ຫລາຍ​ສິບ​ລໍາ ​ພ້ອມ​ທັງ​ພວກ​ດໍາ​ນໍ້າ​ກອງ
ທັບ​ເຮືອ ​ໄດ້​ປະກອບສ່ວນ​ໃນ​ການ​ຊອກ​ຄົ້ນ​ເປັນ​ເວລາ 2 ມື້ ຊຶ່ງ​ເປັນ​ຊອກ​ຄົ້ນເທື່ອ​ທີ 3 ​ແລະ​ລະອຽດ​ກວມ​ກວ້າງທີ່​ສຸດ ​ນັບ​ແຕ່​ສອງໄພພິບັດ​ດັ່ງກ່າວ​ໄດ້​ພັດຖະລົ່ມທັງ​ໝົດເມືອງ​ແລະ​ໝູ່​ບ້ານ​ໃນ​ຂົງ​ເຂດ​ ໄຫລ​ໜີ​ໄປ​ ເມື່ອ 6 ສັບປະດາ​ປາຍ​ຜ່ານ​ມາ.

ໄດ້​ມີ​ການ​ພົບ​ເຫັນ​ສົບ​ຫລາຍ​ກວ່າ 14 ພັນ 300 ສົບ​ແລ້ວນັບ​ແຕ່​ໄພ​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 9.0 ຣິກ​ເຕີ​ເກີດ​ຂຶ້ນ ຊຶ່ງ​ເປັນ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ​ທີ່ເຄີຍ​ມີ​ມາ​ໃນ​ປະວັດ​ສາດ​ຍີ່ປຸ່ນ. ມາ​ຮອດປັດຈຸບັນ ຍັງ​ມີ​ຜູ້​ຄົນ​ຈໍານວນ​ເກືອບ 12 ພັນ​ຄົນ​ ຊອກ​ຫາ​ບໍ່​ເຫັນ ​ແລະ​ທາງ​ການ​ຢ້ານ​ວ່າ ຫລາຍ​ຄົນ​ໄດ້​ຖືກ​ຄື້ນຟອງ​ພັດ​ອອກ​ໄປ​ກາງ​ທະ​ເລ​ແລ້ວ.

ລັດຖະບານ​ຍັງ​ໄດ້​ສົ່ງ​ພວກ​ນາຍ​ໜໍ​ປົວ​ສັດເປັນ​ຄັ້ງ​ທໍາ​ອິດ ​ເຂົ້າ​ໄປໃນເຂດ​ວົງ​ລັດ​ສະ​ໝີ 20 ຫລັກ​ກິ​ໂລ​ແມັດ ຢູ່​ອ້ອມ​ແອ້ມ​ໂຮງ​ໄຟຟ້ານີວ​ເຄລຍ Fukushima ທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍນັ້ນ ​ເພື່ອ​ກວດກາ​ເບິ່ງສະພາບ​ການ​ຂອງ​ພວກ​ສັດລ້ຽງ​ຈໍານວນ​ຫລາຍ​ພັນ​ໂຕ​ ທີ່​ຖືກ​ປະລະ​ຖິ້ມ​ຢູ່​ນັ້ນ.

ພວກ​ສັດ​ທີ່ຕາຍ​ໄປຈະ​ຖືກ​ສີດ​ນໍ້າ​ຫິນ​ປູນ​ໃສ່ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ພະຍາດ​ແຜ່​ລະບາດ​ອອກ​ໄປ ​ແລະ​ພວກ​ສັດ​ທີ່ກໍາລັງ​ຈະ​ຕາຍ​ ກໍຈະ​ຖືກຂ້າ​ຖິ້ມ​ໂດຍ​ໄດ້​ຮັບ​ການ​ອະນຸຍາດ​ຈາກ​ພວກ​ເຈົ້າ​ຂອງ​ສັດ.