ຍີ່ປຸ່ນ ສະໜອງຢາວັກຊີນ ເອສຕຣາເຊເນກາ 6 ແສນໂດສ ໃຫ້ແກ່ ສປປ ລາວ

ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານໂມເຕງິ ໂທຊິມິດຊຶ.

ຍີ່ປຸ່ນມອບຢາວັກຊີນກັນໂຄວິດ-19 ອາສຕຣາເຊເນກາ 6 ແສນໂດສ ໃຫ້ລາວ ໄພສານມີລາຍງານ:

Your browser doesn’t support HTML5

ເຊີນຟັງລາຍງານ ຍີ່ປຸ່ນຊ່ວຍເຫຼືອຢາວັກຊີນອາສຕຣາເຊເນກາ ແກ່ລາວ 6 ແສນໂດສ


ລັດຖະມົນຕີການຕ່າງປະເທດຍີ່ປຸ່ນ ທ່ານໂມເຕງິ ໂທຊິມິດຊຶ ໄດ້ປະກາດໃນອາທິດແລ້ວນີ້ວ່າ ສປປ ລາວ ແມ່ນນຶ່ງໃນຫຼາຍໆປະເທດ ທີ່ຈະໄດ້ຮັບການຊ່ວຍເຫຼືອດ້ານຢາວັກຊີນ ຈາກປະເທດຍີ່ປຸ່ນ. ທ່ານໂທຊິມິດຊຶ ກ່າວຜ່ານນາຍພາສາວ່າ:

Your browser doesn’t support HTML5

ສຽງທ່ານໂທຊິມິດຊຶ ລມຕ ຕ່າງປະເທດຍີ່ປຸ່ນ ກ່າວຜ່ານນາຍພາສາ


ເມື່ອການປະສານງານເສັດສິ້ນລົງແລ້ວ ກໍມີການວາງແຜນທີ່ຈະສະໜອງຢາວັກຊີນເຫຼົ່ານີ້ ໃຫ້ແກ່ກຳປູເຈຍ ລາວ ຕີມໍຕາເວັນອອກ ບັງກລາແດັສ ມາລດິຟ ສຣີລັງກາ ຟິຈິ ກີິຣີບາຕີ ປາປົວນິວກີນີ ຊາມົວ ໝູ່ເກາະໂຊໂລມອນ ຕົງກາ ວານູອາຕູ ແລະອີຣ່ານ.

ຖະແຫຼງການຂອງສະຖານທູດຍີ່ປຸ່ນເວົ້າວ່າ ປະເທດຍີ່ປຸ່ນມີຄວາມຍິນດີ ທີ່ຈະສະໜອງຢາວັກຊີນອາສຕຣາເຊເນກາ ທີ່ຜະລິດ ຢູ່ໃນປະເທດຍີ່ປຸ່ນ ປະມານ 6 ແສນໂດສ ໃຫ້ແກ່ປະຊາຊົນລາວ ໂດຍຜ່ານໂຄງການໂຄແວັກສ໌.

ຢາວັກຊິນອາສຕຣາເຊເນກາ ເປັນຢາວັກຊີນຊະນິດທີ່ສັກ 2 ເຂັມ ແລະມີຫຼາຍໆປະເທດໄດ້ຊັກຊາວັກຊີນຊະນິດດັ່ງກ່າວນີ້ ໃຫ້ແກ່ປະຊາຊົນຂອງຕົນ.

ຖະແຫຼງການຍັງເວົ້າວ່າ ໃນໄລຍະຜ່ານມາ ລັດຖະບານຍີ່ປຸ່ນກໍໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ເປັນຈຳນວນຫຼວງຫຼາຍໃນການຕໍ່ສູ້ຕ້ານໂຄວິດ-19 ຊຶ່ງໃນນັ້ນມີຮວມທັງອຸບປະກອນການແພດ ຊຸດປ້ອງກັນ PPE ຕະຫຼອດທັງຢາວັກຊີນ. ຖະແຫຼງການຍັງເວົ້າວ່າ ຍັງໄດ້ເອົາໃຈໃສ່ ໃນການປັບປຸງລະບົບຂົນສົ່ງເຢັນ ໃນປະເທດລາວນຳອີກ ດ້ວຍການມອບຕູ້ເຢັນແລະຕູ້ແຊ່ພາຍໃຕ້ໂຄງການທີ່ມີຊື່ວ່າ “ການສົ່ງເສີມການສົ່ງຢາວັກຊີນໃຫ້ທົ່ວເຖິງ.”

ເມື່ອໄວໆມານີ້ ສປປ ລາວ ຍັງໄດ້ຮັບຢາວັກຊີນກັນໂຄວິດ-19 ອາສຕຣາເຊເນກາທີ່ຜະລິດຢູ່ອິນເດຍຈຳນວນນຶ່ງ ຢາວັກຊີນຊີໂນຟາມລ້ານກວ່າໂດສ ຈາກຈີນ ຢາວັກຊີນສະປຸດນິກ V ຈາກຣັດເຊຍ ສອງພັນໂດສ ຢາວັກຊີນຟາຍເຊີຈາກສະຫະລັດແສນກວ່າໂດສ ແລະຈອນສັນແລະຈອນສັນລ້ານກວ່າໂດສ.