ຍີ່ປຸ່ນ ປະທ້ວງ ເຮືອເກົາຫຼີເໜືອ ທີ່ຕິດອາວຸດ ໃນເຂດນ່ານນ້ຳ ເສດຖະກິດພິເສດ ຂອງຕົນ

ທະຫານເຮືອຍີ່ປຸ່ນ ເຂົ້າແຖວ ເທິງກຳປັ່ນລົບ Izumo ຂະນະທີ່ ພວມແລ່ນອອກຈາກອ່າວ ອູ່ຕໍ່ເຮືອທີ່ໂຢໂກຮາມາ ທາງໃຕ້ ນະຄອນຫຼວງໂຕກຽວ.

ເຮື​ອລາດຕະ​ເວນ​ຂອງ​ຍີ່ປຸ່ນ​ລຳ​ນຶ່ງ ​ໄດ້​ຖືກ​ໄລ່​ລ່າ​ໂດຍ​ເຮືອ​ຫາ​ປາ​ທີ່​ຕິດ​ອາວຸດ​
ຊຶ່ງ​ເຊື່ອ​ກັນ​ວ່າ​ເປັນຂອງ​ເກົາຫຼີເໜືອ ພາ​ໃຫ້​ໂຕ​ກຽວ ​ຍື່ນ​ການ​ປະ​ທ້ວງ​ຢ່າງ​ເປັນ
ທາງ​ການ​ ຕໍ່​ພຽງ​ຢາງ.

ຫົວໜ້າ​ກອງ​ເລຂາ​ຄະນະ​ລັດຖະບານ​ຍີ່​ປຸ່ນ ທ່ານ Yoshihide Suga ກ່າວ​ຕໍ່
ພວກ​ນັກ​ຂ່າວ​ໃນ​ວັນ​ພະຫັດ​ມື້ນີ້ວ່າ ​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ໃນ​ວັນ​ສຸກ​ແລ້ວ
ຢູ່​ໃນ​ບໍລິ​ເວນ​ນ່ານນ້ຳຂອງ​ເຂດ​ເສ​ດຖະກິດພິ​ເສດ ທາງ​ພາກ​ເໜືອ​ຂອງ​ປະ​ເທດ​
ຍີ່ປຸ່ນ. ທ່ານ Suga ກ່າວ​ວ່າ ​ເຮືອ​ຫາ​ປາ​ລຳ​ນັ້ນ ​ໄດ້​ແນ​ປືນ​ໃສ່​ເຮືອ​ລາດຕະ​ເວນ
ຂອງ​ຍີ່ປຸ່ນ​ ຊຶ່ງ​ໄດ້​ບັງຄັບ​ໃຫ້​ເຮືອ​ລາດຕະ​ເວນ​ຕ້ອງ​ໄດ້​ຫລົບໜີ​ໄປ.

ບໍ່​ມີ​ຜູ້​ໃດ​ໄດ້​ຮັບ​ບາດ​ເຈັບ​ຈາກ​ເຫດ​ການ​ໃນ​ຄັ້ງນີ້. ທ່ານ Suga ​ເວົ້າວ່າ ລັດຖະ
ບານ​ ໄດ້​ຍື່ນ​ປະ​ທ້ວງ​ຕໍ່​ສະຖານທູດ​ເກົາຫຼີ​ເໜືອ ຢູ່​ນະຄອນຫຼວງປັກ​ກິ່ງ.

ອົງການ​ຂ່າວ​ຂອງ​ຍີ່ປຸ່ນ ລາຍ​ງານ​ວ່າ​ເຂດ​ນ່ານນ້ຳ​ດັ່ງກ່າວ ​ແມ່ນບ່ອນ​ທີ່​ອຸດົມ
ສົມບູນ​ໄປ​ດ້ວຍປາໝຶກ ​ທີ່​ເຮືອຂອງ​ເກົາຫລີ​ເໜືອມັກ​ແລ່ນ​ເຂົ້າ​ໄປ​ຫາ​ປາ​ແບບ
ຜິດ​ກົດໝາຍ​ນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ