ນາຍົກຍີ່ປຸ່ນ ກ່າວວ່າ ທ່ານມີ ຄວາມເຊື່ອໝັ້ນ ຢ່າງສູງ ໃນຕົວ ທ່ານ Donald Trump

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe (ຂວາກາງ) ພວມຖະແຫຼງຕໍ່ພວກນັກຂ່າວ ຫຼັງຈາກພົບປະ ກັບປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ທ່ານ Donald Trump ທີ່ນະຄອນນິວຢອກ. (17 ພະຈິກ 2016)​

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ເອີ້ນປະທານາທິບໍດີ ​ທີ່​ຖືກ​ເລືອກ​ໃໝ່​ຂອງ​ສະຫະລັດ ທ່ານ Donald Trump ວ່າ ເປັນຜູ້ນຳ​ ທີ່​ທ່ານສາມາດ​ ມີ​ຄວາມເຊື່ອ​ໝັ້ນເປັນ ຢ່າງ​ສູງ.

ທ່ານ Abe ​ແມ່ນ​ຜູ້ນຳ​ຂອງ​ໂລກ​ຄົນ​ທຳ​ອິດ ທີ່​ໄດ້​ພົບ​ປະ​ກັບ​ທ່ານ Trump ນັບແຕ່​ທ່ານ​ໄດ້​ຮັບ​ໄຊຊະນະ ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ສະຫະລັດ. ບຸກຄົນທັງ​ສອງ​ໄດ້​ພົບ​ປະກັນ​ທີ່​ຕຶກ Trump Tower ​ໃນ​ນະຄອນ​ນິວຢອກ.

ທ່ານ Abe ​ເອີ້ນການ​ໂອ້​ລົມ​ສົນທະນາ​ກັບ​ທ່ານ Trump ຊຶ່ງ​ບາງ​ຄັ້ງບາງ​ຄາວ ໄດ້​ມີ​ການ​ໃຊ້​ຖ້ອຍ​ຄຳ​ທີ່ແຮງ​ນັ້ນວ່າ ​ຈິງ​ໃຈ​ແບບ​ເພື່ອ​ນມິດ​ແທ້ໆ.

ພະນັກງານ ຂອງ ບໍລິສັດແລກປ່ຽນ ເງິນຕາຕ່າງປະເທດ ພວມເບິ່ງໂທລະພາບ ທີ່ສະແດງ ໃຫ້ເຫັນວ່າ ປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ສຫລ ທ່ານ Donald Trump ພວມຖະແຫຼງ ໃນລາຍການຂ່າວ ຢູ່ໂຕກຽວ. (9 ພະຈິກ 2016)

ທ່ານ Abe ກ່າວ​ວ່າ “ຂ້າພະ​ເຈົ້າ​ເຊື່ອ​ວ່າ ຖ້າ​ບໍ່ມີ​ຄວາມ​ເຊື່ອ​ໝັ້ນລະຫວ່າງ​ປະ​ເທດ​ທັງ​ສອງ​ແລ້ວ ການ​ເປັນ​ພັນທະ​ມິດ​ກໍ​ຈະ​ຄົງ​ຕົວ​ຢູ່​ບໍ່​ໄດ້​ໃນ​ອະນາຄົດ​ແລະ​ໃນ​ຖານະ​ທີ່​ເປັນ​ຜົນ​ຂອງ​ການ​ໂອ້​ລົມ​ກັນ​ໃນ​ມື້ນີ້ ຂ້າພະ​ເຈົ້າ​ຈຶ່ງ​ເຊື່ອ​ວ່າ ທ່ານ Trump ​ເປັນ​ຜູ້ນຳ ທີ່​ຂ້າພະເຈົ້າສາ ມາດມີ​ຄວາມ​ເຊື່ອ​ໝັ້ນ ເປັນຢ່າງ​ສູງ.”

ທ່ານ Abe ກ່າວ​ຕື່ມ​ວ່າ ທ່ານ​ແລະ​ທ່ານ Trump ​ໄດ້​ໂອ້​ລົມ​ກັນ ​ກ່ຽວ​ກັບ​ບັນຫາ​ພື້ນຖານ​ຕ່າງໆແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດໆ. ສ່ວນທ່ານ Trump ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ຫຍັງກ່ຽວ​ກັບ​ການ​ພົບ​ປະກັນ​ໃນ​ເທື່ອ​ນີ້.

​ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງ​ນັ້ນ ທ່ານ Trump ​ໄດ້​ຕັ້ງຄຳ​ຖາມ​ ກ່ຽວ​ກັບຄວາມ​ສຳ ພັນ​ພື້ນຖານຫຼາຍໆ​ຢ່າງໂດຍ​ສະ​ເໜີ​ແນະ​ວ່າ ສະຫະລັດ​ໄດ້​ດຳ​ເນີນການ​ຫຼາຍ​ເກີນ​ໄປ​ໃນ​ການ​ສະໜອງ​ການ​ປ້ອງ​ກັນ​ປະ​ເທດ​ໃຫ້​ແກ່​ຍີ່ປຸ່ນ. ທ່ານ​ໄດ້ນຳ​ສ​ະ​ເໜີ​ແນວ​ຄິດໃນການ​ອະ ນຸຍາດ​ໃຫ້​ຍີ່ປຸ່ນ​ແລະ​ປະ​ເທດອື່ນໆ ຢູ່​ໃນ​ພາກພື້ນສາມາດ​ມີ​ອາວຸດ​ນິວ​ເຄລຍ​ໄດ້ ​ແລະ​ບັງ ຄັບ​ໃຫ້ປະເທດເຫຼົ່ານັ້ນ ​ເພີ້ມການໃຊ້​ຈ່າຍ ​ເພື່ອ​ສະໜັບສະໜຸນ​ກຳລັງ​ສະຫະລັດ​ທີ່​ປະຈຳ ການ​ຢູ່​ໃນ​ປະ​ເທດ​ເຂົາເຈົ້າ.

ມີໃຜແດ່ ຢູ່ໃນວົງໃນ ຂອງທ່ານທຣຳ

ສະຫະລັດ​ມີ​ກຳລັງ​ທະຫານ​ປະມານ 53,000 ຄົນ ​ຢູ່​ໃນ​ປະ​ເທດ​ຍີ່ປຸ່ນ ​ແລະສະມາຊິກ​ໃນ​ຄອບ​ຄົວ​ອີກ 43,000 ຄົນ ພ້ອມ​ດ້ວຍ​ພະນັກງານ​ພົນລະ​ເຮືອນ​ຂອງກະຊວງ​ປ້ອງ​ກັນ​ປະ​ເທດ 5,000 ຄົນ​ຢູ່​ທີ່​ນັ້ນ.

ພວກ​ສະໜັບສະໜຸນ​ຕໍ່​ການ​ເປັນ​ພັນທະ​ມິດ​ດ້ານ​ປ້ອງ​ກັນ​ປະ​ເທດໂຕ້ຖຽງ​ວ່າ ນອກ​ເໜືອ​ໄປ​ຈາກ​ຜົນ​ປະ​ໂຫຍ​ດທີ່​ຍີ່ປຸ່ນ​ໄດ້​ຮັບ​ແລ້ວສະຫະລັດ​ກໍ​ໄດ້​ຮັບ​ຜົນ​ປະໂຫຍ​ດທາງ​ດ້ານ​ຍຸດ​ທະ​ສາດ​ເຊັ່ນ​ກັນ ​ໂດຍ​ມີ​ກອງ​ກຳລັງ​ປະຈຳການ​ຢູ່​ໃນ​ພາກພື້ນສ່ວນ​ນັ້ນຂອງ​ໂລກ.

ນອກນັ້ນ ທ່ານ Trump ຍັງ​ຂົ່ມຂູ່​ວ່າ ຈະ​ທັບ​ມ້າງ​ຂໍ້​ຕົກລົງການ​ຄ້າ​ພາຄີ​ຂ້າມ​ມະຫາ​ສະມຸດ​ປາຊີ​ຟິກ ທີ່​ຍີ່ປຸ່ນ​ໃຫ້ການ​ສະໜັບສະໜຸນ​.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ