ທ່ານໂຢຊີຮິໂກະ ໂນດະ ເປັນນາຍົກລັດຖະມົນຕີໃໝ່ ຂອງຍີ່ປຸ່ນ

  • ສິງ ບູຣົມມະວົງ

ທ່ານ Yoshihiko Noda ຖືກເລືອກເປັນນາຍົກລັດຖະມົນຕີໃໝ່ຂອງ ຍີ່ປຸ່ນ. ວັນທີ 30 ສິງຫາ 2011.























ທ່ານ Yoshihiko Noda ອະດີດ​ລັດຖະມົນຕີ​ການ​ເງິນ​ໄດ້​ຮັບ​ການ​ຢືນຢັນ​ຈາກ​ສະພາ​ໃນ​ວັນ​ອັງຄານ​ມື້​ນີ້​ເປັນ​ນາຍົກລັດຖະມົນຕີຄົນ​ໃໝ່ຂອງ​ຍີ່ປຸ່ນ​ແລະ​ກໍານົດ​ຈະ​ດໍາ​ເນີນ​ການ​ໃນ​ທັນທີ ​ເພື່ອ​ຄັດ​ເລືອກ​ເອົາ​ຄະນະ​ລັດຖະບານ​ຂອງ​ທ່ານ.

ວຽກ​ບູລິ​ມະ​ສິດ​ຂອງ​ລັດຖະບານ​ໃໝ່​ຄາດ​ວ່າ ​ຈະ​ແມ່ນ​ເລື້ອງ​ການ​ເສດ ຖະກິດ​ທີ່ຕົກ​ຢູ່​ໃນ​ສະພາບບໍ່ມີການເຕີບໂຕມາ​ເປັນ​ເວລາ​ດົນ​ນານ ຊຶ່ງໄດ້​ຮັບຜົນ​ກະທົບ​ຈາກ​ໄພ​ແຜ່ນດິນ​ໄຫວ​ແລະ​ຄື້ນຟອງ​ຍັກ​ສຸ​ນາມິໃນ​ເດືອນ​ມີນາ​ຜ່ານ​ມາ. ນອກ​ນັ້ນ​ ທ່ານ​ໂນ​ດະ​ຈະ​ຕ້ອງ​ຮັບ​ມື​ກັບ​ວິ​ກິດ​ການ​ໂຮງ​ໄຟຟ້າ​ນີວ​ເຄຍ Fukushima ທີ່ຍັງ​ດໍາ​ເນີນສືບ​ຕໍ່​ມາທີ່​ມີສ່ວນ ຊ່ອຍ​ທໍາລາຍ​ການ​ສະໜັບສະໜຸນ​ຂອງ​ປະຊາຊົນ ​ຕໍ່​ທ່ານ​ນາ​ໂອ​ໂຕ​ກັນ ຜູ້​ທີ່ດໍາລົງ​ຕໍາ​ແໜ່​ງມາ​ກ່ອນ​ທ່ານນັ້ນ.

ທ່ານ​ໂນ​ດະ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ກ່ອນ​ການ​ລົງມະຕິ​ຮັບຮອງເອົາ​ທ່ານ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ
ທ່ານ​ຄາດ​ວ່າ​ຈະ​ບັນຈຸຕຳແໜ່ງຕ່າງໆ​ໃນພັກ​ລັດຖະບານ​ແລະ​ຕໍາ​ແໜ່​ງບັນດາລັດຖະມົນຕີໃນ
ຄະນະລັດຖະບານ​ໃຫ້​ທັນ​ເວລາ​ກັບ​ພິທີ​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງນາຍົກລັດຖະມົນຕີ​ໃນ​
ທ້າຍ​ສັບປະດາ​ນີ້.

ຜູ້​ນໍາ​ຄົນ​ໃໝ່​ຂອງ​ຍີ່ປຸ່ນ​ຍັງ​ພະຍາຍາມ​ຫາທາງລະງັບບັນຫາ​ໂຕ້​ແຍ້​ງກັນ​ກ່ຽວກັບຖ້ອຍ​ຖະ​ແຫລ​ງຕອນນຶ່ງ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້​ທີ່​ວ່າ ພວກ​ຜູ້​ນໍາ​ໃນ​ປາງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ​ຂອງ​ຍີ່ປຸ່ນ​ບໍ່​ໄດ້​ເປັນ​ພວກ​ອາ​ຊະ​ຍາກ​ອນສົງຄາມ​ພາຍ​ໃຕ້​ກົດໝາຍ​ຂອງ​ຍີ່ປຸ່ນ​ນັ້ນ ​ໂດຍ​ກ່າວ​ວ່າ ທ່ານ​ຈະ​ພະຍາຍາມ​ຊອກ​ຫາ​ສາຍ​ພົວພັນ​ທີ່​ເປັນ​ຜົນ​ປະ​ໂຫຍ​ດຊຶ່ງ​ກັນ​ແລະ​ກັນ​ກັບ​ພວກ​ປະ​ເທດ​ເພື່ອນ​ບ້ານ​ໃນເອ​ເຊຍ​ຂອງ​ທ່ານ​ນັ້ນ.

ທ່ານ​ໂນ​ດະ​ທີ່ຈະ​ຮັບ​ໜ້າທີ່ເປັນ​ນາຍົກລັດຖະມົນຕີພາງ​ໄປ​ຈົນ​ຮອດ​ມື້​ທ່ານ​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ ຕໍ່ໜ້າ​ເຈົ້າ​ຈັກກະພັດ Akihito ຈະເປັນ​ນາຍົກລັດຖະມົນຕີຄົນທີ 6 ຂອງ​ຍີ່ປຸ່ນ​ໃນ​ຮອບ 5 ປີຜ່ານມາ. ທ່ານ​ໂນ​ດະ​ມີ​ຊື່​ສຽງ​ວ່າ​ເປັນ​ຜູ້​ມີ​ຫົວ​ປະຢັດ​ມັດທະຍັດ​ໃນ​ດ້ານ​ງົບປະມານ ຊຶ່ງ​ອາດຈະ​ສາມາດ​ດໍາ​ເນີນ​ງານ​ໄດ້​ດີກ​ວ່າທ່ານ Naoto Kan ​ກັບ​ຝ່າຍ​ຄ້ານ​ຫົວ​ນິຍົມ​ແນວ ທາງ​ເດີມນັ້ນ.