ນາຍົກ ຍີ່ປຸ່ນ ວາງພວງມາລາ ທີ່ອະນຸສາວະລີ ຢູ່ອ່າວ Pearl Harbor

ຈາກຊ້າຍ Sal Miwa, ຈາກ Japan-America Society ຂອງລັດ Hawaii, ນ. ຍ. Shinzo Abe, ລມຕ ປ້ອງກັນປະເທດ Tomomi Inada, ເສນາທິການຮ່ວມ ທ່ານ Koichi Hagiuda ກົ້ມຫົວຄຳນັບ ທີ່ອານຸສາວະລີ Ehime Maru ທີ່ Kakaako Waterfront Park, 26 ທັນວາ, 2016.

ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ວາງ​ພວກງມາລາ​ ທີ່ອະນຸສາວະລີ
​ໄວ້ອາ​ໄລຫຼາຍ​ແຫ່ງ​ ​ໃນ​ວັນ​ຈັນ​ວານ​ນີ້ ກ່ອນ​ໜ້າການ​ພົບ​ປະກັນ​ກັບ​ປະທານາທິບໍດີ​ສະ ຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ທີ່ອະນຸສາວະລີ ຢູ່​ອ່າວ Pearl Harbor ​ເພື່ອໄວ້ອາ​ໄລ
​ໃຫ້​ທະຫານ 2 ພັນ 4 ຮ້ອຍຄົນ ທີ່​ເສຍ​ຊີວິດ ຍ້ອນ​ການ​ໂຈມ​ຕີ​ຂອງ​ຍີ່ປຸ່ນ ​ໃນປີ 1941.

ທ່ານ Abe ຈະແມ່ນນາຍົກລັດຖະມົນຕີຍີ່ປຸ່ນ ຜູ້​ທຳ​ອິດ ທີ່​ຈະ​ໄດ້​ໄປ​ຢ້ຽມຢາມອະນຸສາ
ວະລີ ດັ່ງກ່າວ ​ແຕ່​ວ່າເຈົ້າ​ໜ້າ​ທີ່​ຂອງ​ທ່ານ ​ໄດ້​ລະບຸ​ຢ່າງ​ຈະແຈ້ງ​ວ່າ ຈຸດປະສົງ ​ຂອງ​ການ
​ໄປ​ຢ້ຽມຢາມ​ນີ້ ບໍ່​ແມ່ນ​ການ​ໄປ​ຂໍ​ຂະ​ມາ​ໂທດກ່ຽວ​ກັບການ​ໂຈມ​ຕີທີ່ແກ່​ດຶງສະຫະລັດ
​ເຂົ້າສູ່ສົງ​ຄາມ​ໂລກ​ຄັ້ງ​ທີ II ແຕ່​ທ່ານ Abe ກັບ​ຢາກ​ຈະ​ສະ​ແດງ​ໃຫ້​ເຫັນເຖິງ​ສາຍ​ພົວພັນ​
ລະຫວ່າງ​ສະຫະລັດ ​ກັບ ຍີ່ປຸ່ນ ໄດ້​ເຕີບ​ໃຫຍ່​ວິວັດທະນາ​ການ​ມາ ແບບໃດ ນັບ​ຕັ້ງ​ແຕ່
ສົງ​ຄາມ​ສິ້ນສຸດ​ລົງ.

“ພວກ​ເຮົາ ບໍ່​ສົມຄວນ​ຢ່າງ​ຍິ່ງ​ທີ່​ຈະ​ລື້​ມຄືນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ສົງຄາມ” ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Abe ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ກ່ອນ​ທີ່​ຈະ​ເດີນທາງ​ອອກ​ຈາກ​ຍີ່ປຸ່ນ.

ທ່ານ​ຍັງ​ໄດ້​ກ່າວ​ອີກ​ຕື່ມ​ວ່າ “ຮວມກັນ​ກັບ​ປະທານາທິບໍດີ​ສະຫະ​ລັດ ທ່ານ ​ໂອບາ​ມາ ​ແລ້ວ ຂ້າພະ​ເຈົ້າ​ຢາກ​ຈະ​ບອກ​ໃຫ້​ທັງ​ໂລກ​ຮູ້ ນີ້​ແມ່ນ​ການ​ປະຕິຍານ​ຕົນ ​ເພື່ອ​ອະນາ ຄົດ​ແລະ​ເພື່ອ​ສາຍສຳພັນ​ທີ່​ມີ​ຄວາມ​ໝາຍ​ແລະ​ມີ​ຄຸນຄ່າ.”

ຮວມທັງ​ພວກ​ທີ່​ຖືກ​ຝັງ​ຢູ່​ທີ່​ນັ້ນ ​ກໍ​ແມ່ນ​ອະດີດ​ສະມາຊິກ​ສະພາ​ສູງ​ຈາກ​ລັດ​ຮາ​ວາຍ ທ່ານ Daniel Inouye ທີ່​ໄດ້​ທຳ​ການ​ສູ້​ລົບ​ຢູ່​ໃນ​ສົງຄາມ ​ແລະ​ພໍ່​ແມ່​ຂອງ​ທ່ານ​ກໍ ​ແມ່ນ​ພວກ​ຄົນ​ເຂົ້າ​ເມືອງ​ຈາກ​ຍີ່​ປຸ່ນ. ທ່ານ Abe ​ໄດ້​ວາງ​ພວງ​ມາລາ ເປັນ​ພິ​ເສດ​ທີ່ ຂຸມ​ຝັງ​ສົບ​ທ່ານ
Inouye.

ນາຍົກລັດຖະມົນຕີ ຍັງ​ໄດ້​ຢ້ຽມຢາມ ​ແລະ​ວາງ​ພວງ​ມາລາທີ່​ອະນຸສາ​ວະລີ Ehime Maru ສຳ​ຫຼັບ9 ຄົນ​ທີ່​ເສຍ​ຊີວິດ ​ໃນ​ປີ 2001 ຕອນ​ທີ່ເຮືອ​ດຳ​ນ້ຳຂອງກອງທັບ​ເຮືອ​ສະຫະລັດ ​ໄດ້​ຕຳ​ກັນ​ກັບ​ເຮືອ​ດຳ​ນ້ຳ​ຍີ່ປຸ່ນ.

ນາຍົກລັດຖະມົນຕີ ຄົນ​ຫຼ້າ​ສຸດ​ທີ່ໄດ້​ໄປຢ້ຽມຢາມ ອ່າວ Pearl Harbor ​ແມ່ນ​ທ່ານ Shigeru Yoshida ຜູ້​ຊຶ່ງ​ໄດ້​ຢ້ຽມຢາມເປັນ​ເວລາ​ສັ້ນ​ໆ ​ໃນ​ປີ 1951. ນັ້ນ​ແມ່ນ​ກ່ອນ​ທີ່ ອະນຸສາວະລີທີ່​ລະ​ລຶກຢູ່ USS Arizona ​ໄດ້​ສ້າງ​ຂຶ້ນ ເພື່ອ​ເປັນ​ກຽດ​ໃຫ້​ແກ່​ບັນດາ​ທະຫານ ​ທີ່​ໄດ້​ສະຫລະ​ຊີ​ບ ​ໃນ​ສະຖານ​ທີ່​ດັ່ງກ່າວ ຕອນ​ທີ່​ຍີ່ປຸ່ນ ​ໂຈມ​ຕີ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ