ການເລືອກຕັ້ງ ຜູ້ປົກຄອງເຂດ ໂອກີນາວາ ອາດມີຜົນ ຕໍ່ ການຍ້າຍຖານທັບ ສຫລ

ຖານທັບອາກາດ Futenma ຂອງສະຫະລັດ ທີ່ເກາະໂອກີນາວາ

ການປ່ອນບັດລົງຄະແນນສຽງພວມມີຂຶ້ນຢູ່ທີ່ເກາະໂອກີນາວາ
ຊຶ່ງເປັນເຂດປົກຄອງໃຕ້ສຸດຂອງຍີ່ປຸ່ນໃນການເລືອກຕັ້ງຜູ້ປົກ ຄອງເຂດທີ່ມີການຈັບເບິ່ງຢ່າງໃກ້ຊິດ ທີ່ອາດຈະສົ່ງຜົນກະທົບ
ຕໍ່ແຜນການຍົກຍ້າຍຖານທັບອາກາດຂອງສະຫະລັດຢູ່ທີ່ນັ້ນ.

ການເລືອກຕັ້ງດັ່ງກ່າວນີ້ ແມ່ນໂອກາດອັນທຳອິດທີ່ປະຊາຊົນ
ໃນເກາະດັ່ງກ່າວຈະຕຳໜິສົ່ງຂ່າວຕໍ່ການຕັດສິນໃຈຂອງທ່ານ Hirokazu Nakaima ຜູ້ ປົກຄອງເຂດທີ່ລົງສະໝັກເລືອກຕັ້ງເອົາຕຳແໜ່ງຕື່ມອີກສະໄໝນຶ່ງ ທີ່ໄດ້ອະນຸຍາດໃຫ້ມີ ການກະກຽມ ເພື່ອຍົກຍ້າຍຖານທັບອາກາດ Futenma ຂອງທະຫານມາຣີນສະຫະລັດ ໃນເມືອງ Ginowan ໄປຍັງເຂດຖົມດິນໃໝ່ໃນເມືອງ Nago.

ຜູ້ປົກຄອງເຂດ Nakaima ພວມລົງແຂ່ງຂັນກັບຜູ້ສະໝັກອີກສອງຄົນທີ່ຢາກໃຫ້ຍົກເລີກ ການຍ້າຍຖານທັບອາກາດດັ່ງກ່າວແລະຜູ້ທີສາມທີ່ຢາກໃຫ້ມີການລົງປະຊາມະຕິກ່ຽວກັບ ການຍົກຍ້າຍນີ້.

ລັດຖະບານຍີ່ປຸ່ນປະກາດວ່າ ຈະດຳເນີນການຕໍ່ໄປ ກ່ຽວກັບແຜນການຍົກຍ້າຍຂອງຕົນ ໂດຍຈະບໍ່ຄຳນຶງເຖິງຜົນຂອງການເລືອກຕັ້ງຜູ້ປົກຄອງເຂດ.

ເກາະໂອກີນາວາໄດ້ພາກັນຈົ່ມທຸກ ມາເປັນເວລາຫລາຍທົດສະວັດແລ້ວ ກ່ຽວກັບສຽງລົບ
ກວນປະຈຳວັນທີ່ມາຈາກຖານທັບ Futenma ແລະໄພອັນຕະລາຍ ຍ້ອນເຮືອບິນຕົກໃສ່ ເຂດທີ່ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນນັ້ນ.

Voting is under way in Japan's southernmost prefecture of Okinawa in a closely-watched election for governor that could effect plans for the relocation of a U.S. air base.

The election is the first chance people of the island will get to send a message about incumbent Governor Hirokazu Nakaima's decision to allow landfill work in the city of Nago in preparation for the relocation of U.S. Marine Corps Futenma Air Station from the city of Ginowan.

Governor Nakaima is running against two opponents who want the relocation canceled and a third who wants to put the move to a referendum.

The Japanese government vows to push ahead with the relocation plan regardless of the result of the gubernatorial election.

Okinawans have for decades complained about the daily noise pollution at Futenma and the dangers of an aircraft crash in the densely populated area.