ບັນດາເຈົ້າໜ້າທີ່ ຍີ່ປຸ່ນ ພະຍາມປະຕິບັດງານ ເພື່ອປ່ອຍໂຕປະກັນ

ຊາວຍີ່ປຸ່ນພາກັນປະທ້ວງ ຖືປ້າຍ “ປ່ອຍ ທ້າວໂກໂຕະ” ຢູ່ຕໍ່ໜ້າເຮືອນພັກທາງການ ຂອງນາຍົກລັດຖະມົນຕີ Shinzo Abe ຢູ່ນະຄອນຫລວງໂຕກຽວ, ວັນທີ 27 ມັງກອນ 2015.

ຊ​ ໂດຍກຸ່ມຫົວ​ຮຸນ​ແຮງຈັດລັດ​ອິສລາມນັ້ນ ກ່າວວ່າ ລັດຖະບານ​ ກຳລັງ​ປະຕິບັດ​ງານ 24 ຊົ່ວ​ໂມງ​ຕໍ່​ມື້ ເພື່ອໃຫ້ມີການປ່ອຍໂຕປະກັນຊາວຍີ່ປຸ່ນ ຄົນນີ້. ​

ຮອງ​ລັດ​ຖະມົນ​ຕີຕ່າງປະ​ເທດຍີ່ປຸ່ນ ທ່ານ Yasuhide Nakayama ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ອັງຄານ​ມື້​ນີ້ ​ທີ່ນະຄອນ Amman ວ່າ ບັນດາ​ຜູ້​ເຈລະ
ຈາ​ຂອງຍີ່ປຸ່ນ ຈະ​ບໍ່​ຍິນ​ຍອມ ​ຈົນ​ກວ່າ​ວ່າ​ໂຕ​ປະກັນ ຄືນັກ​ຂ່າວ Kenji Goto ​ຖືກປ່ອຍເປັນ​ອິດ​ສະລະແລ້ວ. ທ່ານກ່າວ​ວ່າ ທ່ານ​ຫວັງ​ວ່າ ທັງ​ທ່ານ Goto ​ແລະ​ນັກ​ບິນ​ຈໍ​ແດນ ທີ່​ກຳລັງ​ຖືກ​ກັກ​ຂັງ​ໂດຍພວກ​ຫົວ​ຮຸນ​ແຮງ​ຈັດ ຈະ​ໄດ້​ກັບ
​ຄືນ​ບ້ານເກີດ.

ທ່ານ Nakayama ​ໄດ້​ປະ​ຕິ​ເສດ​ບໍ່ຍອມໃຫ້​ລາຍ​ລະອຽດ​ໃດໆ​ກ່ຽວກັບສິ່ງທີ່ໄດ້ ດຳເນີນການ​ໄປ​ແລ້ວ​ນັ້ນ ​ໃນ​ຄວາມ​ພະຍາຍາມ​ເພື່ອໃຫ້ມີການປ່ອຍ​ໂຕ​ປະກັນ​.

ບັນດາ​ຜູ້​ຈັບ​ໂຕ​ປະກັນ ​ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ ຜູ້ໂຈມຕີດ້ວຍລະ​ເບີດ​ສະລະ​ຊີບຄົນນຶ່ງ ທີ​ຄິດ​ຄຸກ​ຢູ່​ໃນຈໍແດນ ​ເພື່ອ​ການ​ແລກ​ປ່ຽນ​ກັບໂຕ​ປະກັນ.

​ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ​ໄດ້​ຮ້ອງ​ການ​ຕັດຫົວຊາວຍີ່ປຸ່ນ ທີ່​ຖືກ​ຈັບ​ ຄືທ້າວ Huruna Yukawa ​ໂດຍ​ກຸ່ມ​ອິສລາມນັ້ນ​ວ່າ “ເປັນຄວາມເຈັບແຄ້ນຢ່າງ​ຮ້າຍ​ແຮງ ​ແລະ​ຮັບເອົາບໍ່ໄດ້.”

ຜູ້ນຳ​ຍີ່ປຸ່ນ ​ໄດ້​ກ່າວ​ຕໍ່​ອົງການ​ກະຈາຍສຽງ NHK ວ່າ ຍີ່ປຸ່ນ ຈະ​ບໍ່​ຍິນ​ຍອມ​ໃຫ້​ພວກ​ກໍ່​ການ​ຮ້າຍ ​ແລະ​ທ່ານ​ຮຽກຮ້ອງ​ໃຫ້ປ່ອຍ​ໂຕ ທ້າວ Kenji Goto ​ໂ​ດຍ ທັນທີ. ທ້າວ Goto ​ໄດ້​ຖືກ​ຈັບ ​ໃນ​ຂະນະ​ທີ່​ພວມພະຍາຍາມໄປຊ່ວຍ​ກູ້​ໄພທ້າວ Yakawa ຢູ່​ໃນ​ຊີ​ເຣຍ ​ໃນ​ເດືອນ​ຕຸລາຜ່ານມາ.