ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinto Abe ໄດ້ຮັບປາກທີ່
ຈະທຳງານເພື່ອສົ່ງເສີມ ໂລກທີ່ປາດສະຈາກອາວຸດນິວເຄລຍ
ໃນຂະນະທີ່ປະເທດຂອງທ່ານ ປະກອບພິທີເປັນຂີດໝາຍ
ຄົບຮອບ 69 ປີຂອງການຖີ້ມລະເບີດປາລະມະນູ ໃສ່ນະຄອນ
Hiroshima.
ໃນການກ່າວຢູ່ພິທີໃນວັນພຸດມື້ນີ້ ຢູ່ສວນສັນຕິພາບ ຫລື
Peace Park ຂອງນະຄອນ Hiroshima ທາງພາກໃຕ້ ຂອງ
ຍີ່ປຸ່ນນັ້ນ ນາຍົກລັດຖະມົນຕີ Abe ໄດ້ຊີ້ອອກວ່າ ຍີ່ປຸ່ນ ເປັນ
ປະເທດດຽວໃນໂລກ ທີ່ໄດ້ຮັບຄວາມທໍລະມານ ຈາກການ
ໂຈມຕີດ້ວຍອາວຸດນິວເຄລຍ.
ຝູງຊົນປະມານ 45.000 ຄົນ ຮວມທັງພວກຜູ້ລອດຊີວິດຈາກການໂຈມຕີ ໄດ້ພາກັນໄວ້
ອາໄລ ຢືນຢູ່ໃນຄວາມສະຫງົບເປັນເວລານຶ່ງນາທີ ໃນເວລາ 8:15 ຕອນເຊົ້າຕາມເວລາ
ທ້ອງຖິ່ນ ຊຶ່ງກົງກັບເວລາທີ່ ເຮືອບິນຖີ້ມລະເບີດ ອາເມຣິກັນ B-29 ໄດ້ຖິ້ມລະເບີດລູກນຶ່ງ
ລົງໃສ່ Hiroshima.
Your browser doesn’t support HTML5
JAPAN HIROSHIMA VOSOT
ຄາດຄະເນກັນວ່າ ພາຍໃນທ້າຍປີ 1945 ຈຳນວຍຜູ້ເສຍຊີວິດຈາກການໂຈມຕີ ມີເຖິງ
140,000 ຄົນ. ອີກ 70,000 ຄົນໄດ້ເສຍຊີວິດ ຍ້ອນການຖີ້ມລະເບີດ ປາລະມະນູ ລົງ
ໃສ່ ນະຄອນ Nagasaki ສາມມື້ຕໍ່ມາ.
ສະຫະລັດ ໄດ້ໂຕ້ຖຽງວ່າ ການໂຈມຕີແມ່ນເປັນທີ່ຈຳເປັນ ເພື່ອເຮັດໃຫ້ ສົງຄາມໂລກ
ຄັ້ງທີສອງ ສີ້ນສຸດລົງໂດຍໄວ. ຫົກມື້ຫລັງຈາກການໂຈມຕີນະຄອນ Nagasaki ຍີ່ປຸ່ນ
ກໍໄດ້ຍອມແພ້ ແລະສົງຄາມໄດ້ສີ້ນສຸດລົງ.
ລາຍງານວີດີໂອ ກ່ຽວກັບຄັງແສງອາວຸດນິວເຄລຍ ຂອງໂລກ:
Your browser doesn’t support HTML5
Cold War Deterrent Poses New World Safety Concerns