ຍີ່ປຸ່ນ ແລະເກົາຫຼີເໜືອ ເລີ້ມ ການພົບປະຫາລືກັນ ໃນລະດັບສູງ

ທ່ານ Junichi Ihara (ຂວາ) ຈາກຝ່າຍຍີ່ປຸ່ນ ກັບທ່ານ Song Il Ho ຈາກຝ່າຍເກົາຫລີເໜືອ ເດີນທາງໄປຮອດບ່ອນປະຊຸມ ທີ່ສະຖານທູດເກົາຫລີເໜືອ ໃນນະຄອນຫລວງປັກກິ່ງ, ວັນອາທິດ ທີ 30 ມີນາ 2014.

ເກົາຫຼີ​ເໜືອ​ແລະ​ຍີ່​ປຸ່ນ ​ເລີ້ມ​ການ​ໂອ້​ລົມ​ສົນທະນາ​ກັນ​ເປັນ
​ເວລາ​ 2 ​ມື້ຢູ່​ນະຄອນຫລວງ​ປັກ​ກິ່ງ ​ໃນ​ວັນ​ອາທິດ​ມື້​ນີ້ ຊຶ່ງ
ເປັນ​ການ​ຕິດ​ຕໍ່​ພົວພັນ​ທາງ​ການ​ທູດ​ລະດັບ​ສູງ ເທື່ອ​ທຳ​ອິດ
ລະຫວ່າງ​ສອງ​ປະ​ເທດ​ໃນ​ຮອບ​ນຶ່ງ​ປີ​ປາຍ​ຜ່ານ​ມາ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເລື້ອງ​ພົນລະ​ເມືອງ​ຍີ່ປຸ່ນ ທີ່​ຖືກ
ພວກ​ເຈົ້າ​ໜ້າທີ່​ສືບ​ລັບ​ຂອງ​ເກົາຫຼີ​ເໜືອ ​ລັກ​ຈັບ​ໂຕ​ໄປ​ໃນ
ຊຸມ​ປີ 1970 ​ແລະ​ຊຸມ​ປີ 1980 ຈະ​ເປັນຫົວ​ຂໍ້ສຳຄັນ​ ໃນ​
ລາຍການ​ປະຊຸມ​ຄັ້ງ​ນີ້.

ຄະນະ​ຜູ້​ແທນ​ຍີ່ປຸ່ນ ​ທີ່ນຳພາ​ໂດຍ​ ທ່ານ Junichi Ihara
ນັກ​ການ​ທູດປະຈຳ​ກະຊວງ​ການ​ຕ່າງປະ​ເທດ​ຍີ່ປຸ່ນນັ້ນ ຈະ​ຂໍ​ຮ້ອງ​ໃຫ້ພຽງ​ຢາງ​
ທຳ​ການ​ສືບສວນ​ກ່ຽວ​ກັບ​ການ​ລັກພາໂຕ​ຜູ້​ຄົນ​ໄປ​ນີ້.

​ເອກ​ອັກຄະ​ລັດຖະທູດ​ເກົາຫຼີ​ເໜືອ ທ່ານ Song Il Ho ກ່າວ ໃນເວລາເດີນທາງ​
ໄປ​ຮອດ​ປັກ​ກິ່ງ ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ບໍ່​ໄດ້​ມີ​ການຈັດ​ລາຍການ​ປະຊຸມ​ໄວ້​ກ່ອນ​
ໃນ​ການສົນທະນາ​ກັນ​ກັບ​ໂຕ​ກຽວ ຄັ້ງ​ນີ້.

​ເກົາຫຼີ​ເໜືອ​ຍອມຮັບ​ໃນ​ປີ 2001 ວ່າ ຕົນ​ໄດ້​ລັກພາ​ໂຕ​ພົນລະ​ເມືອງ​ຍີ່ປຸ່ນ 13 ຄົນ
​ໄປ ​ເພື່ອ​ໃຫ້​ໄປ​ສິດ​ສອບ​ພວກ​ສາຍ​ລັບ​ຂອງ​ຕົນ​ ກ່ຽວ​ກັບ​ວັດທະນະທຳ​ຍີ່ປຸ່ນ​. 5 ຄົນ
​ໄດ້​ຖືກ​ສົ່ງ​ກັບ​ຄືນ​ຍີ່ປຸ່ນ​ແລ້ວ ​ແຕ່​ພວກ​ທີ່​ຍັງເຫຼືອ 8 ຄົນ​ນນັ້ນເກົາຫຼີ​ເໜືອ​ ອ້າງ​ວ່າ
ໄດ້​ເສຍ​ຊີວິດ​ໄປ​ແລ້ວ.